ເລີ່ມແລ້ວ! 1 ໃນ 8 ກິດຈະກໍາຂອງ ແຂວງຫົວພັນ “ຍ່າງເພື່ອສຸຂະພາບ” ກ້າວສູ່ການເປີດປີທ່ອງທ່ຽວລາວ 2024

46

ອົງການປົກຄອງແຂວງຫົວພັນຈັດກິດຈະກຳຍ່າງເພື່ອສຸຂະພາບເລີ່ມແຕ່ສະໜາມກິລາແຂວງຫາສວນແກ້ວຫລັກເມືອງໃນໂອກາດເປີດປີທ່ອງທ່ຽວລາວ 2024 ໃນຕອນເຊົ້າວັນທີ 11 ມັງກອນ 2024 ມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ການນໍາແຂວງ, ເມືອງ, ພະແນກການຕ່າງໆ ຕະຫລອດຮອດມວນຊົນພາຍໃນເມືອງຊໍາເໜືອເຂົ້າຮ່ວມ.

ໃນພິທີທ່ານ ຄໍາແພງ ໄຊສົມແພງ ມີຄໍາເຫັນວ່າ: ປີທ່ອງທ່ຽວລາວ 2024 ເປັນປີແຫ່ງຄວາມຊົງຈໍາຂອງປະຊາຊົນລາວບັນ ດາເຜົ່າຊາວແຂວງຫົວພັນ ທີ່ຈະໄດ້ເປີດໂອກາດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຮັບຮູ້ແຂວງຫົວພັນຫລາຍຂື້ນ ໂດຍສະເພາະທ່າແຮງດ້ານການທ່ອງທ່ຽວເນື່ອງຈາກຫົວພັນມີທຳ ມະຊາດທີ່ສວຍງາມ, ແຫລ່ງທ່ອງທ່ຽວດ້ານປະຫວັດສາດທີ່ຄັນ, ມີຮີດຄອງປະ ເພນີບັນ ດາເຜົ່າທີ່ເປັນເອກະລັກສະເພາະໃຫ້ຄົນຮຸ່ນໃໝ່ໄດ້ສຶກສາຮຽນຮູ້, ປັດຈຸບັນຂະແໜງທ່ອງທ່ຽວເປັນທ່າ ແຮງໜື່ງສໍາຄັນທີ່ປະກອບສ່ວນຊຸກຍູ້ໃຫ້ເສດຖະກິດຂອງແຂວງໄດ້ຮັບການພັດທະນາ ແລະຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ສະນັ້ນການຍ່າງເພື່ອສຸຂະພາບໃນຄັ້ງນີ້ເປັນໜື່ງໃນກິດຈະກຳ ເພື່ອສ້າງຂະບວນການໃນໂອກາດເປີດປີທ່ອງທ່ຽວລາວ 2024 ຂອງແຂວງຫົວພັນໃຫ້ມີບັນຍາກາດຟົດຟື້ນ.

ສໍາລັບພິທີເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງຫົວພັນ ຈະຈັດຂື້ນຢ່າງເປັນທາງການໃນວັນທີ 12 ມັງກອນ 2024, ທີ່ສວນແກ້ວຫລັກເມືອງ ໂດຍຈະມີ 8 ກິດຈະກໍາທີ່ໜ້າສົນໃຈ ( ລາຍລະອຽດເບິ່ງຄລິບລຸ່ມນີ້ ), ເຊິ່ງການຍ່າງມາຣາທອນເປັນ 1 ໃນ 8 ກິດຈະກໍາຂອງແຂວງຫົວພັນ ເນື່ອງໃນປີທ່ອງທ່ຽວລາວ 2024.