ເປີດງານສັບປະດາດີຈີຕອນລາວ 2024

44

ງານສັບປະດາດີຈີຕອນລາວ 2024 ( Lao Digital Week 2024 ) ໄຂຂຶ້ນໃນວັນທີ 10 ມັງກອນ 2024 ທີ່ຫໍປະຊຸມແຫ່ງຊາດ ເຊິ່ງຈະດຳເນີນໄປເຖິງວັນທີ 14 ມັງກອນ ມີຫຼາກຫຼາຍກິດຈະກຳດ້ານເຕັກໂນໂລຊີໃຫ້ສຶກສາ ແລະທ່ຽວຊົມ ລວມເຖິງເວທີສຳມະນາ ເພື່ອປຸກລະດົມຂະບວນການຊາວໜຸ່ມລາວຮ່ວມແຮງຮ່ວມໃຈຫັນເປັນດີຈີຕອນ.

อาจเป็นรูปภาพของ 1 คน และ ข้อความพูดว่า "Goid H Silver ZTE"

ໃຫ້ກຽດເຂົ້າຮ່ວມເປີດງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີບັນດາທ່ານລັດຖະມົນຕີ – ຮອງລັດຖະມົນຕີ, ບັນດາທ່ານເຈົ້າແຂວງ – ຮອງເຈົ້າແຂວງ, ຕາງໜ້າທູດ, ທູຕານຸທູດ, ບັນດາຄະນະກົມ/ທຽບເທົ່າ ແລະ ບັນດາຫົວໜ້າ/ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ แท่นบรรยาย

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ນັບແຕ່ກາງປີ 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ກະກຽມຈັດງານ ສັບປະດາດີຈີຕອນລາວ 2024 ພາຍໃຕ້ຄໍາຂວັນ: “ຫັນເປັນດີຈີຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ຫຼື “Digital Transformation towards the Greater Socio-Economy Development and Resilient Connectivity” ງານສັບປະດາດີຈີຕອນ ຄັ້ງນີ້ຈະມີເວທີແລກປ່ຽນ ແລະ ເປີດໂອກາດໃຫ້ສັງຄົມລາວ ໂດຍສະເພາະແມ່ນຜູ້ປະກອບການ, ນັກຮຽນ, ນັກສຶກສາ, ນັກວິຊາການດ້ານໂທລະຄົມ, ໄອຊີທີ, ຄວາມປອດໄພໄຊເບີ ໄດ້ມາສະແດງທັດສະນະຄຳຄິດຄຳເຫັນ ແລະ ວາງສະແດງແລກປ່ຽນຜະລິດຕະພັນ ພ້ອມດຽວກັນນັ້ນກໍຈະໄດ້ເປີດໂອກາດ, ແລກປ່ຽນຄວາມຮູ້, ປະສົບການໃນການພັດທະນາເຕັກໂນໂລຊີດີຈີຕອນຂອງຜູ້ເຂົ້າຮ່ວມໃນງານເພື່ອນຳໄປຜັນຂະຫຍາຍ ທຸລະກິດຂອງຕົນ.

อาจเป็นรูปภาพของ 5 คน, ลำโพง, การจัดแสง, พรม, ฝูงชน, อาคารผู้โดยสาร และ ข้อความ

ງານສັບປະດາດີຈີຕອນ 2024 (Digital Week) ຄັ້ງນີ້ເປັນງານທີ່ມີຫຼາຍສີສັນ ແລະ ຫຼາຍກິດຈະກຳທີ່ສຳຄັນ, ເປັນຕົ້ນແມ່ນ: ການສະແດງສິນຄ້າ ແລະ ນະວັດຕະກຳ ທາງດ້ານດີຈີຕອນ ເຊິ່ງມີບັນດາຫນ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດ ຂະໜາດນ້ອຍ, ຂະໜາດກາງ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ເພື່ອວາງສະແດງຜະລິດຕະພັນ ແລະ ສິນຄ້າຂອງຕົນ ເຊັ່ນ: ເຕັກໂນໂລຊີ 5G, AI, Blockchain, IoT, Cloud computing, Cyber Security, ຜະລິດຕະພັນ Smartphone, tablet, computer, notebook, Drone, software solution, ແລະ ອື່ນໆ.

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ນອກຈາກນີ້, ກໍຍັງຈະໄດ້ນໍາສະເໜີການເປີດຕົວ, ຫຼຸດລາຄາສິນຄ້າຢ່າງຫຼວງຫຼາຍ ແລະ ຈັບສະຫຼາກລຸ້ນຮັບລາງວັນ ຈາກບັນດາບໍລິສັດຕ່າງໆ; ມີການແຂ່ງຂັນ Lao ICT and Innovation Award ແລະ Lao Cyber Security Hacking ເຊິ່ງເປັນເວທີ່ສຳຄັນ ແລະ ໃຫຍ່ທີ່ສຸດຂອງ ສປປ ລາວ ໃນການຄັດເລືອກ ຜະລິດຕະພັນຂອງຄົນລາວ ທີ່ດີເດັ່ນທາງດ້ານດີຈີຕອນ ເພື່ອເຂົ້າແຂ່ງຂັນໃນເວລາທີສາກົນ ໂດຍສະເພາະການແຂ່ງຂັນປະຈຳປີລະດັບພາກພື້ນ.

ເຫດການທີ່ສຳຄັນທີ່ສຸດ ໃນງານສັບປະດາດີຈີຕອນຄັ້ງນີ້ ແມ່ນ ກະຊວງເຕັກໂນໂລຊີ ແລະ ການສື່ສານຈະໄດ້ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດເວທີສຳມະນາເພື່ອປຸກລະດົມຂະບວນການຊາວໜຸ່ມລາວຮ່ວມແຮງຮ່ວມໃຈຫັນເປັນດີຈີຕອນ; ມີເວທີສຳມະນາ ແລະ ການຝຶກອົບຮົມ ແລະ ສຳມະນາເປັນເວທີຖ່າຍຖອດ ແລະ ແລກປ່ຽນຄວາມຮູ້ດ້ານດີຈີຕອນ ໂດຍມີບັນດາທ່ານ ລັດຖະມົນຕີ, ຮອງ ລັດຖະມົນຕີ ແລະ ບັນດາມີນັກວິທະຍາກອນທີ່ມີຄວາມຊຳນານ ແລະ ປະສົບການສູງທັງພາຍໃນ ແລະ ຕ່າງປະເທດເປັນຜູ້ບັນລະຍາຍ. ການຝຶກອົບຮົມ ແລະ ສໍາມະນາດັ່ງກ່າວເປີດໂອກາດໃຫ້ທຸກພາກສ່ວນໄດ້ເຂົ້າຮ່ວມ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.

ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ກ່າວບາງຕອນວ່າ: ສຳລັບ ສປປ ລາວ ເພື່ອສືບຕໍ່ຕັ້ງໜ້າຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດດິຈິຕອນ ໃນໄລຍະປີ 2021-2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໃຫ້ບັນລຸຜົນສຳເລັດນັ້ນ, ພັກ-ລັດ ພວກເຮົາ ໄດ້ເອົາໃຈໃສ່ປັບປຸງກົນໄກ ການຄຸ້ມຄອງມະຫາພາກ ເພື່ອສຸມໃສ່ແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ໂດຍຖືເອົາການຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດິຈີຕອນ ເພື່ອຍົກສູງປະສິດທິພາບຂອງການຄຸ້ມຄອງ, ບໍລິຫານ ແລະ ການບໍລິການໃນທຸກຂົງເຂດວຽກງານ.ສະນັ້ນໃນຊຸມປີຜ່ານມາ ຂະບວນການຫັນເປັນດີຈີຕອນຂອງປະເທດເຮົາໄດ້ປະກົດເປັນຮູບເປັນຮ່າງ ແລະ ມີໜໍ່ແໜງທີ່ເຂັ້ມແຂງເກີດຂຶ້ນແລ້ວ.

ເພື່ອເສີມຂະຫຍາຍຜົນສຳເລັດ ຂອງການຫັນເປັນດີຈີຕອນ ໃນເບື້ອງຕົ້ນນີ້ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີດີຈີຕອນ ຢູ່ສູນກາງ ຈົນຮອດທ້ອງຖິ່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະຊາຊົນ ໄດ້ຢ່າງສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສນັ້ນ ພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການ ແລະ ແບບແຜນວິທີເຮັດວຽກແບບທັນສະໄໝ ແນ່ໃສ່ຊຸກຍູ້ໃຫ້ເສດຖະກິດມີທ່າອ່ຽງພັດທະນາຂຶ້ນໂດຍໄວ ແລະ ກ້າວໄປເຖິງການນຳໃຊ້ເຕັກໂນໂລຊີ ດີຈີຕອນໃນການຜະລິດ ແລະ ການບໍລິການເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ.