ກະຊວງການເງິນ ກຳນົດ 6 ທິດທາງ ສູ້ຊົນເກັບລາຍຮັບປີ 2024

89

ກະຊວງການເງິນກຳນົດ 6 ທິດທາງລວມ ໃນການປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2024 ດ້ວຍຕົວເລກເກັບລາຍຮັບ ໃຫ້ໄດ້ 50.107 ຕື້ກີບ ຫຼື ປະມານ 17% ຂອງ GDP ແລະ ລາຍຈ່າຍ 58.914 ຕື້ກີບ.

ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານໃນກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງ 2024 ວ່າ: ໃນຄາດໝາຍສູ້ຊົນ ແຜນງົບປະມານແຫ່ງລັດ ປະຈຳປີ 2024 ແມ່ນເກັບລາຍຮັບ ໃຫ້ໄດ້ທັງໝົດ 50.107 ຕື້ກີບ ຫຼື ປະມານ 17% ຂອງ GDP (ມູນຄ່າ GDP ເທົ່າກັບ 293.7866 ຕື້ກີບ); ໃນນັ້ນ ລາຍຮັບພາຍໃນ 45.070 ຕື້ກີບ ມີລາຍຮັບພາສີ-ອາກອນ 41.657 ຕື້ກີບ ແລະ ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 3.413 ຕື້ກີບ. ສ່ວນລາຍຈ່າຍທັງໝົດ 58.914 ຕື້ກີບ ຫຼື ປະມານ 20% ຂອງ GDP ໃນນີ້ລາຍຈ່າຍບໍລິຫານປົກກະຕິ 38.465 ຕື້ກີບ, ລາຍຈ່າຍລົງທຶນ 20.449 ຕື້ກີບ; ຂາດດຸນງົບປະມານຈຳນວນ 8.807 ຕື້ກີບ ຫຼື ປະມານ 3% ຂອງ GDP.

อาจเป็นรูปภาพของ 1 คน, รถประจำทาง, รถกระบะ, ลานเก็บไม้ขาย, อาคารผู้โดยสาร และ ข้อความ

ເພື່ອໃຫ້ຄາດໝາຍສູ້ຊົນ ບັນລຸຕາມຄາດໝາຍທີ່ກຳນົດໄວ້ ກະຊວງການເງິນໄດ້ວາງທິດທາງລວມດັ່ງນີ້:

1). ຍົກສູງຄວາມເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍບັນດາມາດຕະການ ທີ່ສະພາແຫ່ງຊາດ ໄດ້ກຳນົດ, ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2024 ໃຫ້ໄດ້ໂດຍພື້ນຖານ ຕາມຄຳຂວັນ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ມີສ່ວນສະສົມ ເພື່ອຊຳລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ” ໂດຍສືບຕໍ່ເພີ່ມທະວິຈັດຕັ້ງປະຕິບັດ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ ຢ່າງເຂັ້ມງວດ ທັງເປັນການຮັບປະກັນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ;

2). ເພີ່ມທະວີການຄຸ້ມຄອງລາຍຮັບຈາກຖານລາຍຮັບທີ່ມີຢູ່ແລ້ວ ໂດຍສະເພາະ ຫົວ ໜ່ວຍທຸລະກິດຂະໜາດໃຫຍ່ທີ່ມີທ່າແຮງໃຫ້ມີປະສິດທິຜົນ ແລະ ຂະຫຍາຍຖານລາຍຮັບເກີດຂຶ້ນໃໝ່ໃຫ້ຫຼາຍຂຶ້ນ ດ້ວຍການປັບປຸງນິຕິກຳ, ອັດຕາອາກອນຕ່າງໆແລະ ຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານພູມສາດ, ຊັບພະຍາກອນ ແລະ ຕິດພັນກັບການຂະຫຍາຍຕົວຂອງເສດຖະກິດເປັນຕົ້ນ: ພະລັງງານສະອາດ, ການທ່ອງທ່ຽວສີຂຽວ, ການຄົມມະນາຄົມ (Logistic) ແລະ ອື່ນໆ;

3). ສ້າງນະໂຍບາຍດ້ານການເງິນ ໃຫ້ຍູ້ໜູນນະໂຍບາຍເງິນຕາ ຢ່າງກົມກ່ຽວ ເພື່ອສູ້ຊົນແກ້ໄຂໄພເງິນເຟີ້, ລາຄາສິນຄ້າ ແລະ ບໍລິການໃຫ້ດີຂຶ້ນ ແລະ ນະໂຍບາຍຕ່າງໆ ໃນການສົ່ງເສີມການຜະລິດພາຍໃນ ໃຫ້ກາຍເປັນສິນຄ້າໃຫ້ຫຼາຍຂຶ້ນ ເພື່ອທົດແທນການນຳເຂົ້າຈາກຕ່າງປະເທດ;

4). ຄຸ້ມຄອງການປະຕິບັດລາຍຈ່າຍງົບປະມານ ບົນຈິດໃຈປະຢັດ ແລະ ຕ້ານການຟຸມເຟືອຍ ສະບັບເລກທີ 205/ລບ ໃຫ້ເປັນຮູບປະທຳ ແລະ ສອດຄ່ອງຕາມ ກຳນົດໝາຍໃຊ້ຈ່າຍງົບປະມານຂອງລັດ ຢ່າງເຂັ້ມງວດ ບົນພື້ນຖານຮັບປະກັນການເຄື່ອນໄຫວຂອງກົງຈັກ ພັກ-ລັດ ໃຫ້ເປັນປົກກະຕິ ແລະ ສ້າງກົນໄກເບີກຈ່າຍເງິນລົງທຶນຂອງລັດ ໃຫ້ສາມາດກະຕຸ້ນເສດຖະກິດແຕ່ຕົ້ນປີ, ພ້ອມນັ້ນ ກໍສູ້ຊົນສ້າງຄັງສະສົມແຫ່ງລັດ ດ້ວຍຫຼາຍສະກຸນເງິນ ແລະ ເປັນວັດຖຸມີຄ່າ ໃຫ້ເພີ່ມຂຶ້ນ;

5). ຮັບປະກັນຮັກສາສະຖຽນລະພາບການບໍລິຫານໜີ້ສິນສາທາລະນະ ດ້ວຍການລະດົມແຫຼ່ງທຶນຈາກພາຍໃນເປັນຕົ້ນຕໍ ແລະ ຈາກຕ່າງປະເທດ ດ້ວຍຫຼາຍກົນໄກ ໂດຍສະເພາະການລະດົມຜ່ານໂຄງການຂະໜາດໃຫຍ່ທີ່ມີເງື່ອນໄຂ ເພື່ອໃຫ້ມີແຫຼ່ງທຶນພຽງພໍ ໃນການຊຳລະໜີ້ສິນຕາມຂໍ້ຜູກພັນສັນຍາ, ພ້ອມນັ້ນ ເດັດຂາດບໍ່ໃຫ້ເປັນປະເທດຕົກຢູ່ຖານະທີ່ບໍ່ສາມາດຊຳລະໜີ້ສິນໄດ້ ດ້ວຍການປັບໂຄງສ້າງໜີ້ສິນສາທາລະນະຄືນໃໝ່ ແຕ່ນີ້ຮອດປີ 2027 ແລະ ຫຼັງປີ 2027 ຮອດປີ 2035 ໃຫ້ເປັນແຜນລະອຽດ;

6). ສືບຕໍ່ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ ຕາມຜົນການກວດສອບ ແລະ ຕາມມະຕິຂອງສະພາແຫ່ງຊາດ ໃຫ້ມີຜົນສໍາເລັດຢ່າງຕັ້ງໜ້າໂດຍເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດມາດຕະການ, ວິທີການແກ້ໄຂຂໍ້ຄົງຄ້າງໃຫ້ເປັນຮູບປະທໍາໃນແຕ່ລະໄລຍະ ແລະ ກ້າວໄປສູ່ການແກ້ໄຂຢ່າງຂາດຕົວ.