ສະແດງຜ່ານລາຍການຫັດແອບຍິງສະແດງ ຄຳນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ

36

ວັນທີ 8 ມັງກອນ 2024 ທີ່ສະໜາມຫັດວິທະຍາຄານນາຍທະຫານບົກກົມມະດໍາ ໄດ້ສະແດງຜ່ານລາຍການຫັດແອບຍິງສະແດງ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ; ມີບັນດາຄະນະນໍາກົມໃຫຍ່, ກົມ, ກອງ, ຄະນະຮັບຜິດຊອບ, ພະນັກງານ – ນັກຮົບເຫຼົ່າຮົບວິຊາສະເພາະ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

อาจเป็นรูปภาพของ 3 คน, หมวก และ ข้อความ

ທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຊີ້ນໍາລວມໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງດຳເນີນການ ເຝິກແອບຢ່າງເຄັ່ງຮ້ອນມາໃນ ໄລຍະໜຶ່ງທີ່ຜ່ານມານັ້ນ, ການເຝິກແອບຂອງເຫຼົ່າຮົບວິຊາສະເພາະຕ່າງໆ ໄດ້ເຂົ້າສູ່ຄວາມເປັນລະບຽບແບບແຜນ, ມີ ຄວາມຈົບງາມ ແລະ ມີ ຄວາມເປັນເອກະພາບ ຈຶ່ງໄດ້ຈັດຕັ້ງຍິງສະແດງຜ່ານຄະນະຊີ້ນໍາການຫັດແອບຂັ້ນກະຊວງ.

อาจเป็นรูปภาพของ 2 คน, เฮลิคอปเตอร์ และ ข้อความ

ລາຍການສະແດງຜ່ານທັງໝົດມີ: ການສະແດງສິລະປະກອນ ຈາກກອງສິລະປະກອນກອງທັບ; ການສະແດງມວຍຫັດກາຍ, ມວຍສູ້ຮົບ ຈາກເຫຼົ່າຮົບສືບຂ່າວ, ເຫຼົ່າຮົບຕີພິເສດ; ການສະແດງຍຸດທະວີສູ້ຮົບບຸກຄົນ ຈາກ ກອງພັນໃຫຍ່ 11; ຍິງເປີດປ້າຍຄຳຂວັນ (ນໍ້າໃຈ 20 ມັງກອນ ໝັ້ນຍືນ) ຈາກກອງພັນຍິງປືນ 199; ການສະແດງປິດລັບຫຼອນຕີສູນບັນຊາຂອງສັດຕູຂອງເຫຼົ່າຮົບຕີພິເສດ; ການສະແດງໂດດຈ້ອງລົງດັບສູນ ສັດຕູຢູ່ແນວຫຼັງ (ທໍາລາຍກຸ່ມສາງອາວຸດຂອງສັດຕູ) ຂອງເຫຼົ່າຮົບສືບຂ່າວ ກອງພັນ 433 ສົມທົບກັບ ທະຫານອາກາດ.

อาจเป็นรูปภาพของ 8 คน และ อากาศยาน

ນອກນັ້ນຍັງມີ ການນຳໃຊ້ປືນໃຫຍ່ເຄື່ອນທີ່ 122 ມມ ແລະ ປືນ ເບແອັມ-21 ຂອງເຫຼົ່າຮົບປືນໃຫຍ່ໜ້າດິນ, ການນຳໃຊ້ລົດຕັງ T– 72 ເຄື່ອນທີ່ ແລະ ຄົງທີ່ ຍິງທຳລາຍເປົ້າໝາຍເຫຼົ່າຮົບລົດຕັງຍານເກາະ; ການນໍາໃຊ້ກຳລັງໄຟຍິງກຽມ, ເຫຼົ່າຮົບຊ່າງແສງສົ່ງໂບກຝ່າບິນ, ເປີດທາງໄຂໃຫ້ ເພື່ອປະຕິບັດບຸກຕີສັດຕູຂອງກອງພັນໃຫຍ່ 11; ການກອບກູ້ທະຫານຖືກບາດເຈັບອອກຈາກສະໜາມຂອງເຫຼົ່າຮົບເສຍາຮັກ; ການນຳໃຊ້ປືນ 57 ມມ ຍິງດັບສູນເປົ້່າໝາຍເທິງອາກາດຂອງເຫຼົ່າຮົບປ້ອງກັນອາກາດ.

อาจเป็นรูปภาพของ 9 คน

ການສະແດງສືບຂ່າວສະໜາມສັດຕູຫຼອນຕີທາດພິດເຄມີ ແລະ ປະຕິບັດລົບລ້າງທາດພິດໃຫ້ຄົນ ແລະ ພາຫະນະສູ້ຮົບເຫຼົ່າຮົບເຄມີ; ນຳໃຊ້ກ້ອນກຳລັງສະແດງຮູບແຖວຄົງທີ່ ເຄື່ອນທີ່ ປະສານສຽງເສບ, ສະແດງຮູບແຖວ ເປັນຄື້ນປະສານສຽງເສບ ແລະ ສະແດງຮູບແຖວຮ້ອງເພງ ຈາກ ກອງພັນໃຫຍ່ 279 ແລະ ເຫຼົ່າຮົບທະຫານອາກາດ ນໍາໃຊ້ເຮືອບິນໂຊ.

ທີ່ມາ: ໜັງສືພິມກອງທັບປະຊາຊົນລາວ