ແນວຄິດຊີ້ນໍາຂອງ ສະຫາຍ ທອງລຸນ ສີສຸລິດ ກ່ຽວກັບວຽກງານ ການເງິນ – ເງິນຕາ

64

ໃນໂອກາດ ເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານການເງິນ ທົ່ວປະເທດ ປະຈໍາປີ 2023 ໃນວັນທີ 19 ທັນວາ 2023 ທີ່ສູນປະຊຸມ ແລະ ຝຶກອົບຮົມສາກົນ ( ICTC ) ນະຄອນຫຼວງວຽງຈັນ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນ, ໃນນັ້ນ ໄດ້ວາງແນວຄິດຊີ້ນໍາກ່ຽວກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ດັ່ງນີ້:

ນັບແຕ່ນີ້ຕໍ່ໄປ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ຈະໄດ້ເລັ່ງລັດການວາງນະໂຍບາຍ ຫັນປະເທດເຮົາ, ລະບົບເສດຖະກິດ ຂອງຊາດເຮົາ ຈາກລະບອບເສດຖະກິດ ທີ່ເຕັມໄປດ້ວຍການເພິ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບເສດຖະກິດ “ເອກະລາດ, ເປັນເຈົ້າຕົນເອງ” ຫຼື ອາດຈະໃຊ້ຕົວອັກສອນຫຍໍ້ “ສອຈ”.

อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ

ເພິ່ນໄດ້ສະເໜີ ແນວຄິດ ແລະ ທັດສະນະ ຕໍ່ກັບ “ສອຈ” ຢູ່ປະເທດເຮົາ ເພື່ອໃຫ້ບັນດານັກເສດຖະສາດ, ນັກຄົ້ນຄວ້າເສດຖະກິດມະຫາພາກ, ນັກການເງິນ, ນັກທະນາຄານ… ສະຖາບັນ, ມະຫາວິທະຍາໄລ, ສູນຄົ້ນຄວ້າ ວິໄຈຕ່າງໆ ໄດ້ນຳໄປສືບຕໍ່ວິໄຈ, ສະຫຼຸບ, ສັງລວມອອກມາ ຢ່າງມີພື້ນຖານ ຕາມຫຼັກວິທະ ຍາສາດ ທີ່ແທດເໝາະກັບສະພາບຄວາມເປັນຈິງ ຂອງປະເທດເຮົາ.

■ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງແມ່ນຫຍັງ?

“ສອຈ” ໝາຍເຖິງເສດຖະກິດ ຂອງປະເທດໜຶ່ງ ທີ່ມີຄວາມພະຍາຍາມອອກຈາກລະບົບ, ລະບອບເສດຖະກິດ ເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ… ຢາກເຮັດໄດ້ແນວນັ້ນ, ປະເທດເອກະລາດໜຶ່ງ ໂດຍສະເພາະ ສປປ ລາວ ຕ້ອງໄດ້:

1. ສ້າງຄວາມເປັນເຈົ້າຂອງ ຄວາມຮັບຮູ້ໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ໃຊ້ຊັບພະຍາກອນທີ່ເຮົາມີ ຢ່າງຄຸ້ມຄ່າ ແລະ ຮູ້ວາງແຜນໃນການຂຸດຄົ້ນຊັບພະຍາກອນ ຂອງຊາດ, ໃຫ້ຄົນລາວເປັນເຈົ້າຫຼາຍຂຶ້ນ, ໄດ້ເງິນມາ ຕ້ອງຮູ້ປະຢັດ, ຮູ້ອົດອອມ, ຮູ້ໃຊ້ຈ່າຍຢ່າງກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມອອກມາເລື້ອຍໆ.

ໝາຍເຫດ: “ສອຈ” ບໍ່ໝາຍ ຄວາມວ່າອັນໃດ ກໍເຮັດເອງ, ອັນໃດ ກໍຕ້ອງໃຫ້ມີເປັນຂອງຕົນເອງ…ໃຜຜະລິດຫຍັງຂຶ້ນ, ເຮົາກໍຕ້ອງຜະລິດໃຫ້ມີຄືເຂົາທັງໝົດ,ຈະມີຄຸນນະພາບ ຫຼື ຈະໃຫ້ກາຍເປັນສິນຄ້າ ຫຼືບໍ…ບໍ່ກ່ຽວ, ຄິດແນວນັ້ນ ແມ່ນຜິດ.

2. “ ສອຈ ” ຕ້ອງຮູ້ເຂົາ – ຮູ້ເຮົາດີ ແລະ ເລິກເຊິ່ງ:

– ຕ້ອງຮູ້ຈັກຕະຫຼາດພາຍໃນ ແລະ ຕ້ອງຮູ້ການແບ່ງປັນ ຈາກຕະຫຼາດສາກົນ;

– ຮູ້ຈັກເຂົ້າເຖິງຕະຫຼາດ ແລະ ເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນສະໄໝຈາກໂລກ ແລະ ນຳໃຊ້ສິ່ງທີ່ເຂົາມີ ແຕ່ເຮົາບໍ່ມີ ໃຫ້ໄດ້ຢ່າງເໝາະສົມ ແລະ ມີການເລືອກເຟັ້ນ;

– ຕ້ອງເດັດດ່ຽວເອົາເສດຖະກິດເຮົາ ເຂົ້າສູ່ການເປັນໂລກາພິວັດ, ເອົາສິນຄ້າພາຍໃນ ອອກສູ່ໂລກ;

– ໃຊ້ຊັບພະຍາກອນ ຂອງຊາດ ໃຫ້ອອກມາເປັນສິນຄ້າ ເພື່ອໃຫ້ອອກສູ່ຕະ ຫຼາດໂລກ ແລະ ເປັນເຈົ້າການ ນຳເອົາຈາກໂລກ (ພາຍນອກ) ມາໃຊ້ພາຍໃນ ຢ່າງມີການຄິດໄລ່-ໄຕ່ຕອງ;

– ເອົາສິ່ງທີ່ເຮົາມີຢູ່ນີ້ ກະທົບໃສ່ໂລກພາຍນອກ ໃຫ້ເກີດອອກມາເປັນເງິນ,ເປັນທຶນ ທີ່ຈັບຕ້ອງໄດ້;

– ຮູ້ຈັກເອົາທຶນ, ເອົາຄວາມຮູ້, ເຕັກໂນໂລຊີ ຈາກພາຍນອກ ມາກະທົບໃສ່ຊັບພະຍາກອນ ຂອງປະເທດເຮົາ ໃຫ້ເກີດເປັນມູນຄ່າເພີ່ມຢ່າງມີຄວາມເປັນເຈົ້າ ແລະ ອື່ນໆ.

ທັງໝົດເຫຼົ່ານີ້ ຢາກໃຫ້ເຂົ້າໃຈວ່າ:

– ພວກເຮົາ ຮູ້ຫາເງິນ ດ້ວຍມັນສະໝອງ ຂອງພວກເຮົາ;

– ຮູ້ຫາເງິນດ້ວຍການນຳໃຊ້ຊັບພະຍາກອນ ຢ່າງກຸ້ມຄ່າ;

– ຫາເງິນໄດ້ ແຕ່ຮັກສາໄດ້ຊັບພະຍາກອນ ທີ່ສາມາດນໍາໃຊ້ໄດ້ຍາວນານ ແລະ ຍືນຍົງ; ຖ້າເຮັດໄດ້ດີ, ຖ້າເຮົາໃຊ້ມັນສະໝອງ ແລະ ສະຕິປັນຍາ ໃນການຫາເງິນ, ຊັບພະຍາກອນ ທີ່ເຮົາມີ ຈະເພີ່ມມູນຄ່າຂຶ້ນ, ບໍ່ສູນເສຍໄປໃສ ແຕ່ພັດໄດ້ເງິນມາ;

ຍ້ອນວ່າ ເຮົາໄດ້ເງິນມາຈາກສິ່ງໜຶ່ງ ຈະໄປພັດທະນາສິ່ງອື່ນ ໃຫ້ກັບມາມີຄຸນຄ່າໃຫຍ່ກວ່າເກົ່າ, ເປັນປະໂຫຍດໃຫ້ການພັດທະນາກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ດີກວ່າເກົ່າ… ນີ້ຄືເປົ້າໝາຍສຳຄັນ ຂອງ “ສອຈ”.

ທັງໝົດນັ້ນ ແມ່ນຄົນລາວເປັນເຈົ້າຕົນເອງແຫ່ງຄວາມຄິດ, ເຮັດໃຫ້ເກີດມີທຶນຮອນ, ເປັນເຈົ້າຂອງສິ່ງທີ່ໄດ້ມາ, ເປັນເຈົ້າແຫ່ງການໃຊ້ຈ່າຍ ຕາມການວາງແຜນໄວ້ ເພື່ອຄວາມເຕີບໃຫຍ່ຂະຫຍາຍຕົວ ຂອງປະເທດຊາດ… ຜົນສຸດທ້າຍແມ່ນ ຄົນລາວທຸກໆຄົນ ຈະໄດ້ຮັບຜົນປະໂຫຍດ ຈາກການພັດທະນາ ຢ່າງຍືນຍົງ.

3. ກ່ຽວກັບ ລະບົບການເງິນ-ເງິນຕາ ຂອງ “ສອຈ” ແລະ ຮູບຮ່າງຂອງລະບົບນີ້ ອາດຈະເປັນການວາດອອກໃຫ້ເຫັນພາບລວມ ໃນເບື້ອງຕົ້ນ ດັ່ງນີ້:

ສົມທຽບໃສ່ຮ່າງກາຍ ຂອງຄົນຜູ້ໜຶ່ງ ທີ່ປະກອບໄປດ້ວຍອະໄວຍະວະສຳ ຄັນຕ່າງໆ ເພື່ອໃຫ້ກາຍເປັນຄົນທີ່ມີຄວາມສົມບູນແບບ ແລະ ມີຊີວິດຢູ່ດ້ວຍສຸຂະພາບ ທີ່ແຂງແຮງ, ແຕ່ລະອະໄວຍະວະ ໃນຮ່າງກາຍ ຂອງຄົນນັ້ນ ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ວ່າອະໄວຍະວະ ທີ່ສຳຄັນຍິ່ງແມ່ນ “ໝາກຫົວໃຈ” ເພາະໝາກຫົວໃຈ ເປັນສ່ວນປະກອບສຳຄັນທີ່ຕັດສິນກວ່າໝູ່, ໝາກຫົວໃຈ ຈະເຮັດວຽກຕະຫຼອດ 24 ຊົ່ວໂມງຕໍ່ມື້, ຈາກມື້ເປັນເດືອນ, ຈາກເດືອນເປັນປີ, ຈາກປີເປັນຕະຫຼອດຊີວິດ ຈົນເຖິງມື້ສິ້ນລົມຫາຍໃຈ (ໝາກຫົວໃຈ ບໍ່ມີເວລາພັກຜ່ອນ ບໍ່ຢຸດເຕັ້ນໄດ້ແມ່ນແຕ່ນາທີດຽວ).

ລະບົບຮ່າງກາຍ ຂອງຄົນເຮົາ ສົມທຽບໄດ້ກັບລະບົບເສດຖະກິດ ຂອງລັດໜຶ່ງ, ຂອງປະເທດໜຶ່ງ ຄື: ການເງິນ ແມ່ນປຽບສະເໝືອນໝາກຫົວໃຈ ຂອງລະບົບເສດຖະກິດ ຂອງປະເທດ… ມື້ໃດໝາກຫົວໃຈຢຸດເຕັ້ນ ຄົນກໍຕາຍ, ແຕ່ສຳລັບ ລະບົບເສດຖະກິດ ຖ້າການເງິນຢຸດເຮັດວຽກ ຫຼື ຫຼົ້ມເຫຼວ ລະບົບເສດ ຖະກິດ ຂອງປະເທດ ຈະຢຸດເຮັດວຽກ ແລະ ຫຼົ້ມເຫຼວ ກ້າວໄປເຖິງການລົ້ມລະ ລາຍ, ແຕ່ວ່າຄວາມເປັນຊາດ ແລະ ຄວາມເປັນປະເທດ ຈະບໍ່ຕາຍຈັກເທື່ອ… (ສົມທຽບແບບນີ້ ຈະແທດເໝາະ ຫຼື ບໍ, ຂໍໃຫ້ພິຈາລະນາຮ່ວມກັນ).

ຖ້າເວົ້າເຖິງ ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງແລ້ວ, ລະບົບການເງິນ-ເງິນຕາ ຂອງປະເທດ ຍິ່ງເກີດມີການຕີລາຄາ ແລະ ສົມທຽບໄດ້ ໃນຫຼາຍແງ່ຫຼາຍມຸມ, ໃນນັ້ນ ອາດສົມທຽບໄດ້ວ່າ ເປັນໝາກຫົວໃຈ ຫຼື ສາຍເລືອດ ຂອງລະບົບເສດຖະກິດ.

ດັ່ງນັ້ນ, ການເງິນ ຕ້ອງ:

– ເຮັດທຸກສິ່ງ, ທຸກຢ່າງ ໃຫ້ໄດ້ເງິນມາເຂົ້າຄັງ, ເຂົ້າງົບປະມານ (ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້);

– ການເງິນ ຕ້ອງເອົາເງິນຈາກບ່ອນທີ່ມີຄວາມສາມາດເອົາໄດ້ ແລະ ເກັບໄດ້ ຕາມລະບຽບການ ຢ່າງມີການປັບປຸງ ແລະ ພັດທະນາ ຢ່າງເປັນປົກກະ ຕິ ຕາມຫຼັກວິທະຍາສາດ ທີ່ປ່ຽນແປງໄດ້ ຕາມສະຖານະການ;

– ເກັບເງິນມາໄດ້ ຕ້ອງຮູ້ວາງແຜນໃຊ້ຈ່າຍ (ມີຫຼາຍຄົນເວົ້າວ່າ ການ

ເກັບເງິນມາໄດ້ແມ່ນຍາກ ແຕ່ກໍພໍມີທາງເກັບໄດ້, ສາມາດເຮັດໄດ້. ແຕ່ການຈ່າຍເງິນ ໃຫ້ມີປະສິດທິຜົນ, ຈ່າຍອອກໄປໃຫ້ເກີດດອກອອກຜົນ ຍິ່ງຍາກກວ່ານັ້ນຫຼາຍເທົ່າ. ອັນນີ້ ແມ່ນຄວາມເວົ້າ, ຄວາມຄິດ ແລະ ຄວາມຮູ້ສຶກທີ່ອອກມາຈາກພຶດຕິກຳຕົວຈິງ ຂອງນັກເສດຖະສາດ, ນັກການເງິນ ແລະ ນັກປະກອບການ ທີ່ເປັນຂອງແທ້…);

– ຄວາມເປັນເຈົ້າ ທາງດ້ານວຽກງານການເງິນ, ວຽກງານເງິນຕາ ນັ້ນແຫຼະ ແມ່ນຄວາມເປັນເຈົ້າ ທີ່ແທ້ຈິງ ຂອງ “ສອຈ”. ໃນທີ່ນີ້ ຢາກເວົ້າວ່າ:

+ ຄວາມເປັນເຈົ້າ ດ້ານການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ;

+ ຄວາມເປັນເຈົ້າ ດ້ານການສະສົມໃຫ້ຄັງເງິນ, ໃຫ້ງົບປະມານ ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ;

+ ຄວາມເປັນເຈົ້າ ໃນການຕໍ່ຍອດ ອອກສູ່ການພັດທະນາ;

+ ຄວາມເປັນເຈົ້າ ໃນການສ້າງມູນຄ່າເພີ່ມ ໃນສິ່ງທີ່ພວກເຮົາມີໄວ້ ແລະ ນຳໃຊ້ ໃຫ້ຖືກເປົ້າໝາຍ;

+ ຄວາມເປັນເຈົ້າ ໃນຄວາມເປັນເອກະລາດ ຂອງຕະກຸນເງິນ ຂອງຊາດ;

+ ຄວາມເປັນເຈົ້າ ໃນການເຂົ້າສູ່ຕະຫຼາດການເງິນ ຂອງໂລກ, ການກະ ຈາຍຄວາມສ່ຽງ, ການບໍ່ໃຫ້ສະກຸນເງິນໃດ ຜູກມັດ, ຜູກຂາດ…;

+ ຄວາມເປັນເຈົ້າ ໃນການສະກັດກັ້ນ ບໍ່ໃຫ້ມີໜີ້ສິນ ເກີນການຄວບຄຸມ ແລະ ຄວາມເປັນເຈົ້າ ໃນການດຸນດ່ຽງໜີ້ສິນ ຢ່າງມີວິທະຍາສາດ, ຖືກຕາມຫຼັກເສດຖະສາດ (ບໍ່ແມ່ນມີໜີ້ ພັດໄປຊອກຢືມເງິນມາໃຊ້ໜີ້ ເປັນວັນໆໄປ ຫຼື ບໍ່ ກໍຊອກແຕ່ວິທີຂາຍພັນທະບັດ ມາໃຊ້ໜີ້ “ແບບງູກິນຫາງ”, ສິ່ງນີ້ ຈະນຳໄປສູ່ການເພີ່ມໜີ້ ແລະ ຈະກາຍ ເປັນຄວາມຫາຍະນະ ໃນເວລາຕໍ່ໄປ…);

ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນບາງແນວຄິດຊີ້ນໍາ ຂອງສະຫາຍ ທອງລຸນ ສີສຸລິດ ເພື່ອໃຫ້ມີການສືບຕໍ່ຄົ້ນຄວ້າ ກ້າວໄປສູ່ການສ້າງໃຫ້ເສດຖະກິດຂອງປະເທດເຮົາ ເປັນເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ; ເຮັດໃຫ້ ລະບົບການເງິນ-ເງິນຕາ ຂອງປະເທດເຮົາ ກາຍເປັນການເງິນ ເອກະລາດ ເປັນເຈົ້າຕົນເອງ ແລະ ເຮັດໃຫ້ລະບົບທະນາຄານ ຂອງພວກເຮົາ ສືບຕໍ່ເປັນແຫຼ່ງຫາເງິນອີກແຫຼ່ງໜຶ່ງ ເພື່ອຄໍ້າຈູນລະບົບເສດຖະກິດ-ການເງິນ ຂອງປະເທດເຮົາ ໃຫ້ກາຍ ເປັນ “ສອຈ” ທີ່ແທ້ຈິງ.