ໂຕເຕັງ ນາງສາວເຜົ່າມົ້ງນະຄອນຫຼວງວຽງຈັນ 2024 HM – 07 ເຊັງຢ່າ ຊົວລໍ່

2949

ໂຫວດເລີຍ! ໃຫ້ນາງສາວເຜົ່າມົ້ງນະຄອນຫຼວງວຽງຈັນ2024 ໃນດວງໃຈທ່ານ. ມື້ນີ້ຂ່າວບັນເທີງພາທຸກຄົນມາທໍາຄວາມຮູ້ຈັກ HM – 07 ນາງ ເຊັງຢ່າ ຊົວລໍ່ ຫຼື ຊາລ່າ ຜູ້ເຂົ້າປະກວດນາງສາວເຜົ່າມົ້ງນະຄອນຫຼວງວຽງຈັນ ສາວຄົນນີ້ໂດດເດັ່ນບໍ່ວ່າຈະເປັນການເວົ້າຈາ ແລະ ໜ້າຕາທີ່ມີ ຄວາມຄ້າຍກັບນ້ອງ ປ່າເຢັ້ງຊາ ລໍ່ ມິສຢູນິເວີຣສລາວແຮງເລີຍ ວ່າກັນວ່າປີນີ້ທີ່ສວນພຶກສາຕ້ອງລຸກເປັນໄຟແນ່ນອນມີແຕ່ສາວງາມເດັດໆພ້ອມ ຄວາມສາມາດທັງນັ້ນ.

อาจเป็นรูปภาพของ 1 คน และ เปีย

ສໍາລັບທ່ານໃດທີ່ຢາກເປັນກຳລັງໃຈໃຫ້ກັບສາວງາມ ກະຕິກາການໂຫວດ ” Popu pular VOTE” ແມ່ນກົດ 1 Like = 1 ຄະແນນ; ກົດ Share = 3 ຄະແນນ ແລະດອກໄມ້ ( ຊື້ສະເພາະໃນງານ ) = 5 ຄະແນນ ການນັບຄະແນນ Like ແລະ Share ຈາກ PAGE ສວນພຶກສາ/Pheuksa Garden ເທົ່ານັ້ນ ເຊິ່ງເລີ່ມນັບຄະແນນຕັ້ງແຕ່ມື້ນີ້ຈົນຮອດວັນທີ 14/01/2024 ກົດ Like and Share ນາງງາມຊົນເຜົ່າມົ້ງທີ່ທ່ານເຊຍໄດ້ເລີຍ.

อาจเป็นรูปภาพของ 1 คน, เปีย, หมวก และ ข้อความพูดว่า "@sarah yang"

ມື້ນີ້ຂ່າວບັນເທີງພາມາທໍາຄວາມຮູ້ຈັກສາວງາມຫຼາຍຂຶ້ນ ໂດຍນ້ອງໃຫ້ສໍາພາດວ່າ: ນ້ອງເຊັງຢ່າ ຊົວລໍ່ ຊື່ຫຼິ້ນ ຊາລ່າ ໝາຍເລກ 07 ປັດຈຸບັນອາຍຸ 18 ປີ ມາຈາກແຂວງ ຊຽງຂວາງ, ສະຖາບັນການສຶກສາມະຫາວິທະຍາໄລແຫ່ງຊາດ ແລະ ຮຽນພາສາຈີນ ຢູ່ວິທະຍາໄລລາວວຽງ ນ້ອງເຄີຍປະກວດເວທີນາງງາມສົ່ງເສີມການທ່ອງທ່ຽວແຂວງຊຽງ ຂວາງ ໄດ້ລາງວັນຊະນະເລີດ ປີ 2023.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ຄວາມຝັນຂອງນ້ອງຕໍ່ກັບເວທີນີ້ແມ່ນການໄດ້ເປັນຕົວແທນຂອງສາວມົ້ງໃນການສົ່ງຕໍ່ຄວາມຮູ້ ແລະ ເປັນແບບຢ່າງທີ່ດີໃນການປ່ຽນແປງ ຄວາມຄິດຂອງສາວເຜົ່າມົ້ງ ຢາກສືບຕໍ່ກິດຈະກໍາການປະກວດນີ້ ເພາະມັນຄືໂອກາດໃຫ້ແກ່ສາວມົ້ງໃນການສະແດງຄວາມສາມາດ ແລະ ບຸກຄະລິກກະພາບຂອງຕົນເອງ ແລະ ຍັງເປັນການເຜີຍແຜ່ວັດທະນະທໍາອັນດີງາມຂອງຊົນເຜົ່າມົ້ງເຮົາອີກ.

อาจเป็นรูปภาพของ 1 คน และ ข้อความพูดว่า "WEEK 2023"

ສໍາລັບຄວາມຝັນ ແລະ ຄວາມຄິດຂອງນ້ອງໃນການເຂົ້າວົງການບັນເທີງ ຄືຖ້າເຮົາໄດ້ເຂົ້າວົງການສະແດງວ່າເຮົາເປັນຄົນສາທາລະນະ ເຮົາຈະບໍ່ສາມາດເອົາຕົວເອງເປັນໃຈກາງ ເຮົາຕ້ອງຍອມຮັບຄວາມຈິງ ແລະ ຢູ່ກັບປັດຈຸບັນໃນວົງການບັນເທີງ ໂດຍສະເພາະແມ່ນວົງການນາງງາມຈະເປັນວົງການທີ່ມີການແຂ່ງຂັນສູງ. ສະນັ້ນ, ຕ້ອງຢູ່ຢ່າງມີໄຫວພິບພ້ອມສູ້ ແຕ່ຊ່ວຍເຫຼືອກັນ ແລະ ກັນ.

อาจเป็นรูปภาพของ 1 คน

ຄະຕິປະຈໍາໃຈ “ ອ່ອນໂຍນແຕ່ບໍ່ອ່ອນແອ ແຂງແກ່ນແຕ່ບໍ່ແຂງກະດ້າງ ” ເພາະການເປັນແມ່ຍິງຖືກເຂົ້າໃຈມາໂດຍຕະຫຼອດ ວ່າເປັນເພດທີ່ອ່ອນແອ; ສະນັ້ນ ຈົ່ງສະແດງທ່າທີທີ່ອ່ອນໂຍນ ແຕ່ຢ່າອ່ອນແອ ຈົ່ງແຂງແກ່ນແຕ່ຢ່າແຂງກະດ້າງ ແລະ ເຫດຜົນທີ່ເລືອກລົງປະກວດເວນີ້ ເພາະເວນີ້ຄືຄວາມຝັນຂອງນ້ອງເລີຍ ຕອນຍັງນ້ອຍນ້ອງມີແຮງບັນດານໃຈເປັນເອື້ອຍປ່າເຢັ້ງຊາ ຢາກເປັນຜູ້ໃຫ້ຢາກຊ່ວຍເຫຼືອຄົນອື່ນຄືເອື້ອຍ ນ້ອງກໍເລີຍມາຕາມຫາຄວາມຝັນ ແລະ ເດີນຕາຮອຍຂອງເອື້ອຍ ເວທີນີ້ນອກຈາກຈະໃຫ້ປະສົບການອັນລໍ້າຄ່າແລ້ວ ນອກນັ້ນນ້ອງຄິດວ່າຄື ຄວາມໝາຍລົດຊາດຂອງຊີວິດ ນ້ອງຄິດວ່າການລົງປະກວດໃນຄັ້ງນີ້ບໍ່ວ່າສຸດທ້າຍຜົນມັນຈະອອກມາເປັນແນວໃດມັນກໍໄດ້ປ່ຽນຊີວິດນ້ອງໄປແລ້ວຕະຫຼອດການ ຄືກັບເອື້ອຍປ່າເຢັ້ງຊາ.

อาจเป็นรูปภาพของ 3 คน และ ข้อความ

ຖ້າຜ່ານເຂົ້າຮອບຢາກສະແດງຄວາມສາມາດໃນດ້ານການຮ້ອງເພງທີ່ມີຫຼາຍພາສາ ເພາະນອກຈາກຈະເປັນການສະແດງເຖິງຄວາມມັກຮັກໃນການຮຽນພາສາ ແລະ ຮັກການຮ້ອງແພງຂອງນ້ອງແລ້ວ ຍັງເປັນການສະແດງເຖິງມິດຕະພາບ ລະຫວ່າງ ອາຊຽນແລະ ທົ່ວໂລກອີກດ້ວຍ ມີທັງໝົດ 9 ພາສາ ແລະ ຄິດວ່າສາມາດດຶງດູດນັກທ່ອງທ່ຽວມາທ່ຽວໃນປະເທດລາວຫຼາຍຂຶ້ນໄດ້.

อาจเป็นรูปภาพของ 6 คน

ສໍາລັບຈຸດເດັ່ນຂອງນ້ອງຄິດວ່າຄືຄວາມໝັ້ນໃຈເຕັມຮ້ອຍ ມີຄວາມຄິດສ້າງສັນທີ່ແປກໃໝ່ ແລະ ນອກກອບ ເຊິ່ງນີ້ຈະເປັນຈຸດເດັ່ນທີ່ສາມາດດຶງໃຈກໍາມະການໄດ້ ນ້ອງເຊື່ອວ່າຄວາມພະຍາຍາມ ແລະ ຄວາມທະເຍີທະຍານຂອງນ້ອງ ຈະບໍ່ທໍລະຍົດນ້ອງ ແລະ ເຊື່ອວ່າຄວາມພະຍາຍາມຂອງນ້ອງຈະພານ້ອງໄປເຖິງເປົ້າໝາຍ ແລະ ສໍາເລັດໄດ້ ຂອບໃຈເວທີ ສວນພຶກສາ ທີ່ໃຫ້ໂອກາດໃຫ້ແມ່ຍິງຕົວນ້ອຍໆໄດ້ມາຢືນເວົ້າ ແລະ ສະແດງຄວາມສາມາດຂອງຕົວເອງ.

ຢາກບອກວ່ານ້ອງກຽມຕົວຕັ້ງແຕ່ສາມປີທີ່ຜ່ານມາ ຕອນນີ້ຄືພ້ອມແຮງ ໃຈມາເຕັມຮ້ອຍ ນັບຕັ້ງແຕ່ເຫັນໄອດໍ້ເອື້ອຍປ່າເຢັ້ງຊາແລ້ວ ນ້ອງມີ passion ນ້ອງຢາກປະກວດນາງງາມເລີຍ ນ້ອງພະຍາຍາມພັດທະນາຕົນເອງ ເຊິ່ງມື້ນີ້ນ້ອງກໍໄດ້ມີໂອກາດມາເຮັດຕາມຄວາມຝັນ ນ້ອງຝຶກຊ້ອມໜັກຫຼາຍ ແລະ ຈະພະຍາຍາມໃຫ້ເຕັມທີ່ກັບທຸກຢ່າງ.