ກິດຈະກໍາປີທ່ອງທ່ຽວລາວຢູ່ 5 ແຂວງພາກກາງ

296

ກ່ອນໜ້ານີ້ ໄດ້ນໍາສະເໜີກິດຈະກໍາລະດັບແຂວງ ຢູ່ 4 ແຂວງພາກໃຕ້ ເປັນທີ່ຮັບຮູ້ກັນແລ້ວ. ມື້ນີ້ເຮົາມາເບິ່ງບັນດາກິດຈະກໍາສໍາຄັນ ແລະ ໜ້າສົນໃຈທີ່ຈະຈັດຂຶ້ນຢູ່ບັນແຂວງພາກກາງກັນຕື່ມ ວ່າມີຫຍັງແດ່ ແລະ ຈະຈັດຂຶ້ນໄລຍະໃດ?.

ໃນບັນດາແຂວງພາກກາງ ທີ່ຈະນໍາສະເໜີຕໍ່ໄປນີ້ ມີ: ແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ.

อาจเป็นรูปภาพของ เจดีย์ชเวดากอง และ วัดโพธิ์

■ ແຂວງສະຫວັນນະເຂດ:

ໃນປີທ່ອງທ່ຽວລາວ 2024 ຢູ່ແຂວງສະຫວັນນະເຂດ ນອກຈາກເທສະການງານບຸນນະມັດສະການພະທາດອີງຮັງ ທີ່ເປັນກິດຈະກໍາລະດັບຊາດແລ້ວ ກໍຍັງມີລາຍການກິດຈະກໍາລະດັບແຂວງ 1 ລາຍການ ນັ້ນກໍຄື: Savan Fun Fest ສົ່ງເສີມການທ່ອງທ່ຽວ ເຊິ່ງຈະຈັດຂຶ້ນໃນເດືອນທັນວາ ທ້າຍປີ 2024.

■ ແຂວງຄໍາມ່ວນ:

ກິດຈະກໍາລະດັບແຂວງຢູ່ແຂວງຄໍາມ່ວນ ແມ່ນມີ 2 ລາຍການ ຄື: 1. ການທ່ອງທ່ຽວຕາມວົງຈອນ The Loop ( ຈັດຂຶ້ນແບບຕໍ່ເນື່ອງແຕ່ລະເດືອນ ); 2. ລະນຶກເຫດການ 21 ມີນາ 1946 ຈັດຂຶ້ນໃນເດືອນມີນາ.

อาจเป็นรูปภาพของ 1 คน และ พื้นหญ้า

■ ແຂວງບໍລິຄໍາໄຊ:

ເທສະການລະດັບແຂວງມີ 6 ກິດຈະກໍາ ຢູ່ໃນ 5 ເດືອນ ຄື: 1. ງານບຸນສະຫຼອງແຂວງບໍລິຄໍາໄຊ ຄົບຮອບ 40 ປີ ແລະ ບຸນມະໂຫລານວັດທະນະທໍາບັນດາເຜົ່າຂອງແຂວງ ເພື່ອສົ່ງເສີມການທ່ອງທ່ຽວ ຈັດຂຶ້ນໃນເດືອນມີນາ; 2. ບຸນປີໃໝ່ລາວ ຢູ່ເມືອງບໍລິຄັນ ຈັດຂຶ້ນໃນເດືອນເມສາ; 3. ບຸນບັ້ງໄຟໃຫຍ່ ບ້ານກ້ວຍອຸດົມ ຈັດຂຶ້ນໃນເດືອນມິຖຸນາ; 4. ບຸນອອກພັນສາ ປະວໍລະນາ ( ປາກົດການທາງທຳມະຊາດບັ້ງໄຟພະຍານາກ ບ້ານທ່າໂພນສັນ ) ໃນເດືອນຕຸລາ; 5. ບຸນວັດທາດພູວຽງ ແລະ 6. ບຸນກິນຈຽງ ( ບຸນປີໃໝ່ເຜົ່າມົ້ງ ) ບ້ານທົ່ງຈະເລີນ ຈັດຂຶ້ນໃນເດືອນທັນວາ 2024.

■ ນະຄອນຫຼວງວຽງຈັນ:

ກິດຈະກໍາລະດັບແຂວງຢູ່ນະຄອນຫຼວງວຽງຈັນ ມີ 7 ກິດຈະກໍາດ້ວຍກັນ ຄື: ເດືອນເມສາ ແມ່ນເທສະການປີໃໝ່ລາວ; ເດືອນພຶດສະພາ ມີງານຕະຫຼາດຢ້ອນຍຸກ ເທສະການອາຫານລາວ; ໃນເດືອນກໍລະກົດ ແມ່ນຄາຣາວານລົດໃຫຍ່ ສົ່ງເສີມການທ່ອງທ່ຽວ; ເດືອນສິງຫາ ມີກິດຈະກໍາທ່ອງທ່ຽວທາງນໍ້າ ແລະ ທ່ອງທ່ຽວວຽງຈັນລາຕີ. ນອກຈາກນັ້ນກໍຍັງມີກິດຈະກໍາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2024 – 2025 ( ຈັດຂຶ້ນທ້າຍປີ ) ແລະ ໄຫວ້ພະຮັບສິນທຸກໆວັນສິນໃຫຍ່ ( ຈັດຂຶ້ນທຸກໆປີ ).

อาจเป็นรูปภาพของ 3 คน และ ดอกไม้

■ ແຂວງວຽງຈັນ:

ກິດຈະກໍາລະດັບແຂວງໃນປີ 2024 ມີທັງໝົດ 7 ກິດຈະກໍາດັ່ງຕໍ່ໄປນີ້ 1: ເທສະການໝາກຂາມຫວານ; 2. ບຸນພະທາດດອກແກ້ວ ( ທັງສອງກິດຈະກໍາດັ່ງກ່າວມີຂຶ້ນໃນເດືອນກຸມພາ ); 3. ແຫ່ນາງສັງຂານປີໃໝ່ລາວ ( ເດືອນເມສາ ); 4. ງານເປີດການທ່ອງທ່ຽວໜ້າເຂື່ອນນໍ້າງື່ມ 1 ( ເດືອນມິຖຸນາ ); 5. ບຸນຊ່ວງເຮືອບ້ານເກີນ; 6. ເທສະການສາມໝື່ນເມືອງເຟືອງ ( ທັງສອງກິດຈະກໍານີ້ມີຂຶ້ນໃນເດືອນພະຈິກ ); 7. ເທສະການໝາກກ້ຽງຫວານ ຈັດຂຶ້ນໃນເດືອນທັນວາ.

ຮູ້ແນວນີ້ແລ້ວ ຫວັງວ່າຈະສ້າງຄວາມສະດວກຕໍ່ການຈັດສັນເວລາໃນການໄປທ່ຽວຊົມ ຫຼື ການມີສ່ວນຮ່ວມຂອງທ່ານ ເຊິ່ງເວົ້າໄດ້ວ່າ ກິດຈະກໍາຕ່າງໆໃນປີໜ້າບັນດາແຂວງໃນຂອບເຂດທົ່ວປະເທດແມ່ນມີຄວາມອັດແໜ້ນ ແລະ ຕໍ່ເນື່ອງອີ່ຫຼີ.

ຢ່າລືມແນະນໍາຄົນທີ່ທ່ານຮັກ, ຄົນທີ່ທ່ານຮູ້ຈັກ ແລະ ຜູ້ທີ່ສົນໃຈຢາກທ່ຽວຊົມສະຖານທີ່ຕ່າງໆໃນລາວ ຫຼື ຢາກຮູ້ກ່ຽວກັບກິດຈະກໍາໃນປີທ່ອງທ່ຽວ ເຊິ່ງໃນສະບັບໜ້າຈະນໍາສະເໜີບັນດາກິດຈະກໍາຢູ່ບັນດາແຂວງພາກເໜືອຕື່ມອີກ ເພື່ອການຈັດສັນເວລາທີ່ເໝາະສົມ ແລະ ເປັນທາງເລືອກສໍາລັບທ່ານ.