ກິດຈະກໍາລະດັບແຂວງ 4 ແຂວງພາກໃຕ້ໃນປີທ່ອງທ່ຽວລາວ

265

ປີທ່ອງທ່ຽວລາວ ຄັ້ງທີ 4 ປີ 2024 ມີຫຼາກຫຼາຍກິດຈະກໍາຢັ່ງຢາຍແຕ່ເໜືອຕະຫຼອດໃຕ້ ເຊິ່ງໜັງສືພິມເສດຖະກິດການຄ້າສະບັບມື້ນີ້ ຈະນໍາສະເໜີບັນດາກິດຈະກໍາຕ່າງໆໃນປີ 2024 ຢູ່ບັນດາແຂວງ 4 ແຂວງພາກໃຕ້ໃຫ້ທ່ານຜູ້ອ່ານໄດ້ຮັບຊາບ ເພື່ອຈະໄດ້ກຽມພ້ອມຈັດຕາຕະລາງການເດີນທາງທ່ຽວຊົມຕາມຄວາມເໝາະສົມ.

ไม่มีคำอธิบายรูปภาพ

ດັ່ງທີ່ຮູ້ແລ້ວວ່າ 4 ແຂວງພາກໃຕ້ມີ: ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງ ອັດຕະປື ເຊິ່ງລ້ວນແຕ່ເປັນດິນແດນອູ່ເຂົ້າອູ່ປາ ແຕ່ລະເຂດແຂວງກໍມີປະເພນີປະຕິບັດທີ່ຄ້າຍຄຽງ ແລະ ມີບາງຢ່າງທີ່ແຕກຕ່າງກັນ. ແນວໃດກໍຕາມເຮົາມາຮູ້ຈັກກິດຈະກໍາສໍາຄັນໄລຍະປີທ່ອງທ່ຽວລາວຢູ່ 4 ແຂວງພາກໃຕ້ນໍາເລີຍ ວ່າມີຫຍັງແດ່ ແລະ ຈັດຂຶ້ນໃນເດືອນໃດ?

อาจเป็นรูปภาพของ 5 คน

■ ແຂວງສາລະວັນ:

1. ບຸນນະມັດສະການພະແກ້ວນໍ້າຢາດ ເຊິ່ງເປັນອີກປາງບຸນໜຶ່ງທີ່ປະຊາຊົນຊາວແຂວງສາລະວັນ ໃຫ້ຄວາມສໍາຄັນຈົນກາຍເປັນວັດທະນະທໍາປະຈໍາທ້ອງຖິ່ນທີ່ພົ້ນເດັ່ນ ໂດຍໄດ້ສືບທອດປະຕິບັດກັນມາໃນໄລຍະຕົ້ນເດືອນກຸມພາທຸກໆປີ.

2. ບຸນນະມັດສະການຮອຍພະບາດນາດູ່ ກໍແມ່ນອີກໜຶ່ງກິດຈະກໍາສໍາຄັນລະດັບແຂວງໃນປີ 2024 ທີ່ຈະຈັດຂຶ້ນໃນທ້າຍເດືອນກຸມພາ ທ່ານສາມາດໄປສັກກາລະບູຊາ ຫຼື ຮ່ວມສະຫຼອງໄດ້ໃນປີໜ້າ.

3. ເທສະການປີ້ງໄກ່ນາປົ່ງ ເຫຼົ້າຂາວເມືອງຄົງ ອັນເປັນຊື່ທີ່ໃຜໆກໍຄຸ້ນເຄີຍ ເຊິ່ງຫຼາຍຄົນກໍນິຍົມບໍລິໂພກ ຫຼື ຊື້ເປັນຂອງຕ້ອນຂອງຝາກ ເວລາເດີນທາງຜ່ານແຂວງສາລະວັນ ເຊິ່ງຈະຈັດຂຶ້ນໃນເດືອນເມສາ 2024.

อาจเป็นรูปภาพของ ถ้วยกาแฟ

■ ແຂວງຈໍາປາສັກ:

1. ງານບຸນມະໂຫລານ ກາເຟ – ຊາບໍລະເວນ: ປີໜ້ານີ້ແຂວງຈໍາປາສັກ ມີກິດຈະກໍາລະດັບແຂວງພຽງ 1 ກິດຈະກໍາ ແຕ່ຈະຈັດເປັນງານໃຫຍ່ສົມຄວນ ໃນໄລຍະເດືອນກຸມພາ 2024 ແນ່ນອນທ່ານຈະໄດ້ສໍາຜັດກັບຄວາມແຕກຕ່າງ ແລະ ສິ່ງໜ້າສົນໃຈຫຼາຍຢ່າງ.

■ ແຂວງເຊກອງ:

1. ບຸນອະນຸສາວະລີອົງແກ້ວ ແລະ ສວນຫຼັກເມືອງ: ເປັນໜຶ່ງກິດຈະກໍາລະດັບ ແຂວງທີ່ໜ້າສົນໃຈ ເຊິ່ງຈະມີມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ ຄວາມເບີກບານຕື່ນຕາຕື່ນໃຈກໍຈະໄດ້ເຫັນໃນແບບທີ່ບໍ່ທັນໄດ້ເຫັນມາກ່ອນ ຈະຈັດຂຶ້ນໃນເດືອນມັງກອນ.

2. ບຸນປະເພນີເຜົ່າກະຕູ: ຈະຈັດຂຶ້ນໃນເດືອນມີນາ ສໍາຜັດກັບຄວາມເປັນເອກະລັດ້ານການນຸ່ງຖື, ພາສາປາກເວົ້າ ແລະ ການດໍາລົງຊີວິດ ທີ່ສໍາຄັນຫາກໄດ້ໄປແລ້ວກໍຈະຮັບຮູ້ເຂົ້າໃຈໃນດ້ານຂອງ ຄວາມເຊື່ອຖື ແລະ ນໍ້າໃຈອັນໂດດເດັ່ນດີງາມຂອງຊາວເຜົ່າກະຕູໄດ້ແບບເຕັມໆ.

■ ແຂວງອັດຕະປື: ເຖິງຈະເປັນແຂວງນ້ອຍ ແຕ່ກໍມີຫຼາຍຊົນເຜົ່າອາໄສຢູ່ ໃນປີໜ້ານີ້ແຂວງອັດຕະປືຈຶ່ງສະເໜີຈັດກິດຈະກໍາລະດັບແຂວງເຖິງ 7 ກິດຈະກໍາດ້ວຍກັນ ຄື:

อาจเป็นรูปภาพของ 1 คน, หมอก, อนุสาวรีย์ และ กังหันลม

1. ບຸນໄຂປະຕູເລົ້າເຜົ່າໂອຍ: ເປັນຊົນເຜົ່າໜຶ່ງທີ່ມີປະຊາກອນຫຼາຍໃນແຂວງອັດຕະປື ແລະ ມີພື້ນຖານການດໍາລົງຊີວິດທີ່ມີເອກະລັກ ຫາກໄປສໍາຜັດກໍຈະໄດ້ເຫັນໃນຄວາມແຕກຕ່າງ ເຊິ່ງຈະຈັດຂຶ້ນເດືອນມັງກອນ.

2. ງານບຸນບຣະວຽງ ເຜົ່າ ເບຣົາ: ອີກໜຶ່ງກິດຈະກໍາໃນເດືອນມັງກອນ ເຊິ່ງເປັນຄວາມເຊື່ອຂອງຊົນເຜົ່າທີ່ເຂົາເຈົ້າຍັງສືບທອດປະຕິບັດຈົນກາຍເປັນປະເພນີເທົ່າທຸກວັນນີ້.

3. ງານຄາລະວານ, ຕັ້ງແຄັມ 4 ແຂວງພາກໃຕ້: ຈະມີຂຶ້ນໃນເດືອນມີນາ 2024 ເຊິ່ງນັບຈາກນີ້ໄປອີກບໍ່ດົນເຊັ່ນກັນ.

4. ສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ງານປະກວດນາງສາວອັດຕະປື: ກິດຈະກໍານີ້ຈະຈັດຂຶ້ນໃນເດືອນເມສາ ເຊິ່ງເປັນໄລຍະບຸນປີໃໝ່ລາວ ຢ່າລືມສ້າງໂອກາດຍາດເວລາໄປຮ່ວມຊົມ.

5. ບຸນກິດເຂົ້າໃໝ່: ເປັນກິດຈະກໍາງານເດືອນຕຸລາ ເຊິ່ງເປັນໄລຍະທີ່ເກັບກ່ຽວຜົນຜະລິດລະດູຝົນໃໝ່ໆ ເຂົ້າກໍາລັງຫອມກົມກ່ອມດ້ວຍລົດຊາດທີ່ຫາກໍນໍາມາຈາກທ້ອງທົ່ງດິນນາ.

อาจเป็นรูปภาพของ 6 คน และ เรือคายัค

6. ບຸນຊ່ວງເຮືອປະເພນີ: ຄາດວ່າຈະຈັດໃນເດືອນຕຸລາເຊັ່ນດຽວກັນ ໂດຍແຂວງອັດຕະປືມີສາຍນໍ້າເຊກອງເປັນແມ່ນໍ້າໃຫຍ່ ເໝາະແກ່ການດໍາເນີນກິດຈະກໍາກີລາໜ້ານໍ້າປະເພດເຮືອຊ່ວງໄດ້ເໝາະສົມ.

7. ບຸນລະນຶກບຸນຄຸນພະເຈົ້າໄຊເສດຖາ: ເປັນງານແຫ່ງການສັກກາລະບູຊາບັນພະບຸລຸດ ເຊິ່ງມີພະທາດຢູ່ເມືອງໄຊເສດຖາ ແຂວງອັດຕະປື ຈະຈັດຂຶ້ນໃນເດືອນທັນວາ 2024 ຫຼື ເປັນກິດຈະກໍາສໍາຄັນສຸດທ້າຍຂອງປີ.