ແຂວງກວາງຊີ ນຳເຂົ້າທຸລຽນຫວຽດນາມ ເພີ່ມຂຶ້ນຫຼາຍເທົ່າ

36

ສຳນັກຂ່າວຊິນຫົວລາຍງານວ່າ ພາສີນະຄອນໜານໜິງ ເຂດປົກຄອງຕົນເອງກວາງຊີຈວ້າງ ສປ ຈີນ ເປີດເຜີຍວ່າ ການນຳເຂົ້າ-ສົ່ງອອກຂອງແຂວງກວາງຊີໃນ 11 ເດືອນຂອງປີນີ້ (ເດືອນມັງກອນ-ພະຈິກ 2023) ຢູ່ທີ່ 2,22 ແສນລ້ານຢວນ ເພີ່ມຂຶ້ນ 31% ເມື່ອທຽບໃສ່ຊ່ວງດຽວກັນຂອງປີຜ່ານມາ ເຊິ່ງເປັນອັດຕາການເຕີບໂຕສູງສຸດ ນັບແຕ່ປີ 2016 ເປັນຕົ້ນມາ.

ລາຍງານລະບຸວ່າ: ຫວຽດນາມເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງແຂວງກວາງຊີ ນັບແຕ່ປີ 1999 ເປັນຕົ້ນມາ ໂດຍແຂວງ ກວາງຊີ ແລະ ຫວຽດນາມໄດ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນໃນທຸລະກິດຕ່າງໆ.

ສຳລັບການຄ້າດ້ານກະສິກຳ ໃນຊ່ວງ 11 ເດືອນຂອງປີນີ້ ແຂວງກວາງຊີ ໄດ້ນຳເຂົ້າສິນຄ້າກະສິກຳຈາກຫວຽດນາມ ມູນຄ່າ 7,9 ພັນລ້ານຢວນ ເພີ່ມຂຶ້ນ 57% ເຊິ່ງໃນນັ້ນ ແມ່ນນຳເຂົ້າທຸລຽນສົດ ເພີ່ມຂຶ້ນ 811% ມູນຄ່າ 4,16 ພັນລ້ານຢວນ. ຂະນະທີ່ ຫວຽດນາມໄດ້ນຳເຂົ້າພືດຜັກ ແລະ ໝາກໄມ້ຈາກແຂວງກວາງຊີ ມູນຄ່າ 8,58 ພັນລ້ານຢວນ ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ຊ່ວງດຽວກັນຂອງປີຜ່ານມາ.