45 ປີແຫ່ງການປະຕິຮູບ ເຮັດໃຫ້ເສດຖະກິດຈີນຂະຫຍາຍຕົວກ້າວກະໂດດ

26

ເວບໄຊ https://www.globaltimes.cn/ ໄດ້ລາຍງານໃຫ້ຮູ້ວ່າ: ການຕັດສິນໃຈຄັ້ງສຳຄັນ ໄດ້ກຳນົດເສັ້ນທາງໃໝ່ ໃນການຂັບເຄື່ອນເສດຖະກິດຈີນ ໄປສູ່ກາງເວທີລະດັບໂລກ ນີ້ແມ່ນເສັ້ນທາງສູ່ປາຕິຫານ 45 ປີ ແຫ່ງການປະຕິຮູບ ແລະ ເປີດປະເທດ.

ຕະຫຼອດ 45 ປີຜ່ານມາ ໂດຍພື້ນຖານແລ້ວ ຈີນໄດ້ປ່ຽນແປງປະເທດຈາກສັງຄົມກະເສດຕະກຳທີ່ທຸກຍາກ ໄປສູ່ມະຫາອຳນາດລະດັບໂລກ ໃນສະໄໝໃໝ່ ແລະ ຂັບເຄື່ອນປະເທດຈາກຂອບໂລກສູ່ສູນກາງ. ໃນປີ 1978 ລວມຍອດຜະລິດຕະພັນ (GDP) ຂອງຈີນ ຢູ່ທີ່ 149,54 ຕື້ໂດລາ ຫຼື ຄິດເປັນ 1,75% ຂອງ GDP ໂລກເທົ່ານັ້ນ, ແຕ່ໃນປີ 2022 ເສດຖະກິດຈີນ ມີມູນຄ່າປະມານ 18 ລ້ານໆໂດລາ ຖືເປັນເສດຖະກິດໃຫຍ່ອັນດັບ 2 ຂອງໂລກ ແລະ ຄິດເປັນປະມານ 18,6% ຂອງ GDP ໂລກ.

ຂະນະທີ່ຂໍ້ມູນຈາກທະນາຄານໂລກລະບຸວ່າ: ການເຕີບໂຕ GDP ຂອງຈີນ ໂດຍສະເລ່ຍຫຼາຍກວ່າ 9% ຕໍ່ປີ ນັບຕັ້ງແຕ່ການປະຕິຮູບ ແລະ ການເປີດປະເທດ; ນອກນີ້ ຜູ້ຄົນຫຼາຍກວ່າ 800 ລ້ານຄົນ ຫຼຸດພົ້ນຈາກຄວາມທຸກຍາກ.

ຈີນໄດ້ກາຍເປັນຜູ້ນໍາໃນຫຼາຍສາຂາ ລວມເຖິງມີຫຼາຍບໍລິສັດຂອງຈີນ ທີ່ຕິດອັນດັບ 500 ບໍລິສັດທີ່ໃຫຍ່ທີ່ສຸດໃນໂລກ; ຂະນະທີ່ປະຕິຫານທາງເສດຖະກິດຂອງຈີນ ຍັງມີສ່ວນຮ່ວມຢ່າງຫຼວງຫຼາຍ ຕໍ່ການພັດທະນາໃນລະດັບໂລກ ເຊິ່ງລະຫວ່າງປີ 2013 ເຖິງ 2021 ອັດຕາເຕີບໂຕຂອງ GDP ຕໍ່ປີຂອງຈີນ ຢູ່ທີ່ 6,6% ເຊິ່ງສູງກວ່າຄ່າສະເລ່ຍທົ່ວໂລກ ທີ່ 2,6%. ການມີສ່ວນສະໜັບສະໜູນການເຕີບໂຕທົ່ວໂລກໂດຍສະເລ່ຍປະມານ 38,6% ໃນໄລຍະດັ່ງກ່າວ ເຊິ່ງສູງກວ່າການມີສ່ວນຮ່ວມຂອງກຸ່ມປະເທດ G7 ຮ່ວມກັນ.