ເຢຍລະມັນ ອະນຸມັດຂຶ້ນລາຄາການປ່ອຍແກ໊ສ ເລີ່ມຕັ້ງແຕ່ມັງກອນ 2024

24

ເວບໄຊ https://bnews.vn/ ລາຍງານວ່າ: ເມື່ອ 15 ທັນວາຜ່ານມາ ລັດຖະສະພາເຢຍລະມັນ ໄດ້ອະນຸມັດໃຫ້ຂຶ້ນລາຄາການປ່ອຍແກ໊ສກາກບອນໄດອ໊ອກຊາຍ ສຳລັບເຊື້ອເພີງ, ແກ໊ສ ແລະ ນໍ້າມັນທຳຄວາມຮ້ອນ ຈາກປັດຈຸບັນ 30 ເອີໂຣ/ໂຕນ (ປະມານ 32,73 ໂດລາ/ໂຕນ) ມາເປັນ 45 ເອີໂຣ/ໂຕນ ເລີ່ມຕັ້ງແຕ່ເດືອນມັງກອນ 2024.

ດ້ວຍການຕັດສິນໃຈນັ້ນ, ຜູ້ບໍລິໂພກຊາວເຢຍລະມັນ ຈະຕ້ອງມີຄ່າໃຊ້ຈ່າຍຫຼາຍຂຶ້ນ ໃຫ້ແກ່ນໍ້າມັນແອັດຊັງ, ກາຊວນ ແລະ ແກ໊ສ. ຂໍ້ມູນຈາກສະມາຄົມລົດຍົນເຢຍລະມັນ (ADAC) ໃຫ້ຮູ້ວ່າ: ລາຄານໍ້າມັນແອັດຊັງ/ລິດ ມີທ່າອ່ຽງເພີ່ມຂຶ້ນ 4,3 ເຊັນເອີໂຣ ໃນຕົ້ນປີໜ້າ ແລະ ນໍ້າມັນກາຊວນ ຈະເພີ່ມຂຶ້ນ 4,7 ເຊັນເອີໂຣ.

ນອກນີ້, ຈາກການຄໍານວນໂດຍ ເວບໄຊ Verivox ທີ່ເຮັດການປຽບທຽບ ລາຄາແກ໊ສຈະເພີ່ມຂຶ້ນຫຼາຍກວ່າ 0,39 ເຊັນເອີໂຣ/ກິໂລວັດໂມງ ແລະ ນໍ້າມັນທໍາຄວາມຮ້ອນເພີ່ມຂຶ້ນ 4,8 ເຊັນເອີໂຣ/ລິດ. ດັ່ງນັ້ນ, ໂດຍສະເລ່ຍ ແຕ່ລະຄອບຄົວຕ້ອງການຄວາມຮ້ອນປະມານ 20.000 ກິໂລວັດໂມງ ຈະຕ້ອງມີຄ່າໃຊ້ຈ່າຍເພີ່ມອີກ 78 ເອີໂຣ/ປີ ສຳລັບການໃຊ້ແກ໊ສ ແລະ 96 ເອີໂຣ ສໍາລັບນໍ້າມັນທໍາຄວາມຮ້ອນ.