ການສົ່ງອອກປາສະຫວາຍຂອງຫວຽດນາມ ປີ 2023 ຄາດວ່າຈະຢູ່ທີ່ 1,8 ຕື້ໂດລາ

35

ເວບໄຊ https://vtv.vn/ ລາຍງານວ່າ: ຈາກຂໍ້ມູນຂອງກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຄາດການວ່າໃນປີ 2023 ການສົ່ງອອກປາສະຫວາຍຂອງຫວຽດນາມ ຈະມີມູນຄ່າປະມານ 1,8 ຕື້ໂດລາ ຊຶ່ງຕົວເລກນີ້ ເມື່ອທຽບກັບປີຜ່ານມາ ແມ່ນຫຼຸດລົງຢ່າງຫຼວງຫຼາຍ.

ອຸດສາຫະກຳປາສະຫວາຍຫວຽດນາມ ກຳລັງປະເຊີນກັບຄວາມຍາກລໍາບາກ ແລະ ຄວາມທ້າທາຍທີ່ຕ້ອງໄດ້ຮັບການແກ້ໄຂໂດຍໄວ ເຊິ່ງເປັນປະເດັນສຳຄັນ ໃນກອງປະຊຸມສະຫຼຸບວຽກງານອຸດສາຫະກຳປາສະຫວາຍ ປີ 2023 ແລະ ແນວທາງການພັດທະນາໃນປີ 2024 ທີ່ຈັດຂຶ້ນເມື່ອວັນທີ 15 ທັນວາ ຜ່ານມາ.

ບັນຫາການບໍລິໂພກຜະລິດຕະພັນສັດນໍ້າ ຫຼຸດລົງຫຼາຍໃນຫຼາຍປະເທດ ເຊິ່ງຖືເປັນບັນຫາໃຫຍ່ທີ່ສຸດ ທີ່ອຸດສາຫະກຳປາສະຫວາຍ ກຳລັງປະເຊີນຢູ່. ຂະນະທີ່, ສະຖິຕິຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຄາດການວ່າ ໃນປີ 2023 ການສົ່ງອອກປາສະຫວາຍຂອງຫວຽດນາມ ຈະມີມູນຄ່າພຽງ 75% ເມື່ອທຽບກັບໄລຍະດຽວກັນຂອງການປີ 2022 ໂດຍຕະຫຼາດນໍາເຂົ້າຫຼັກ ສິນຄ້າປາສະຫວາຍຫວຽດນາມ ຫຼຸດລົງເຖິງ 17-53%.

ແຕ່ຫວຽດນາມ ຍັງຄົງຮັກສາຈຸດສະຫວ່າງ ຄືໄລຍະການເຮັດຟາມຢ່າງບໍ່ຂາດ ເພື່ອສ້າງຄວາມໝັ້ນໃຈໄດ້ເຖິງຜົນຜະລິດ ແລະ ຄຸນນະພາບ. ຢ່າງໃດກໍຕາມ, ບັນຫາການສົ່ງອອກ ໄດ້ສົ່ງຜົນໃຫ້ລາຄາຊື້ວັດຖຸດິບໃນຫຼາຍປະເທດ ຫຼຸດລົງເຫຼືອຕໍ່າກວ່າ 28.000 ດົງ/ກິໂລກຣາມ ຫຼຸດລົງ 2.000 – 3.000 ດົງ ເມື່ອທຽບກັບໄລຍະດຽວກັນຂອງປີ 2022 ທ່າມກາງຕົ້ນທຶນການຜະລິດຢູ່ທີ່ປະມານ 26.000 ດົງ/ກິໂລກຣາມ.

ການເສີມສ້າງການເຊື່ອມໂຍງແບບຕ່ອງໂສ້, ການອັດສີດທຶນເງິນກູ້ຢ່າງແຂງແຮງ ແລະ ການຂະຫຍາຍຕະຫຼາດຢ່າງແຂງຂັນ…. ຖືເປັນວິທີການແກ້ໄຂພື້ນຖານ ໃນການຈັດການຄວາມຍາກລໍາບາກສຳລັບອຸດສາຫະກຳ ທີ່ມີມູນຄ່ານັບຕື້ໂດລາ ໃນໄວໆນີ້.