ການຜະລິດອຸດສາຫະກຳຂອງຈີນ ເຕີບໂຕແຂງແກ່ນສຸດໃນຮອບເກືອບ 2 ປີ

42

ເວັບໄຊຂອງ ສຳນັກຂ່າວ infoquest ລາຍງານວ່າ ສູນສະຖິຕິແຫ່ງຊາດຈີນ (NBS) ລາຍງານເມື່ອວັນທີ 15 ທັນວາ 2023 ວ່າ ການຜະລິດອຸດສາຫະກຳຂອງຈີນໃນເດືອນພະຈິກ ຂະຫຍາຍຕົວ 6,6% ເມື່ອທຽບກັບເດືອນດຽວກັນຂອງປີຜ່ານມາ ເຊິ່ງສູງກວ່າທີ່ຄາດການໄວ້.

ໃນຂະນະທີ່ຍອດຄ້າຂາຍຍ່ອຍເພີ່ມຂຶ້ນ 10,1% ໃນເດືອນພະຈິກ ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ ເຊິ່ງເປັນການເຕີບໂຕທີ່ໄວທີ່ສຸດ ນັບແຕ່ເດືອນພຶດສະພາຜ່ານມາ ແຕ່ຍັງຕ່ຳກວ່ານັກວິເຄາະຄາດການໄວ້ ໂດຍຄາດວ່າຈະຂະຫຍາຍຕົວ 12,5%, ຫຼັງຈາກທີ່ຂະຫຍາຍຕົວຊ້າລົງໃນປີ 2022. ໃນຂະນະທີ່ຍອດອັດຕາການວ່າງງານຢູ່ຕາມຕົວເມືອງໃຫຍ່ໃນຈີນຢູ່ທີ່ລະດັບ 5%.

ທັງນີ້ ຕົວເລກການຂະຫຍາຍຕົວຂອງຍອດຄ້າຂາຍຍ່ອຍໃນເດືອນພະຈິກ 2023 ໄດ້ຕອກຢ້ຳເຖິງອຸປະສົງຂອງຜູ້ບໍລິໂພກພາຍໃນທີ່ຍັງອ່ອນແອ ເຊິ່ງສະແດງໃຫ້ເຫັນເຖິງຂໍ້ມູນເສດຖະກິດອື່ນໆທີ່ມີການເປີດເຜີຍໄປເມື່ອບໍ່ດົນມານີ້, ນັ້ນສະແດງໃຫ້ເຫັນວ່າ ເສດຖະກິດຈີນຟື້ນຕົວແບບຄ່ອຍເປັນຄ່ອຍໄປ.

ສ່ວນການລົງທຶນໃນສິນຊັບຖາວອນໃນຊ່ວງ 11 ເດືອນຂອງປີນີ້ ເພີ່ມຂຶ້ນ 2,9% ເມື່ອທຽບປີຕໍປີ ເຊິ່ງເພີ່ມຂຶ້ນຕ່ຳກວ່າທີ່ຄາດການໄວ້ ທີ່ຄາດວ່າ ຈະຂະຫຍາຍຕົວ 3%.