ປະເທດກຳລັງພັດທະນາ ໃຊ້ໜີ້ເພີ່ມຂຶ້ນສູງເປັນປະຫວັດການ

54

ທະນາຄານໂລກ ໄດ້ອອກບົດລາຍງານໜີ້ລະຫວ່າງປະເທດ (International Debt Report) ເມື່ອວັນທີ 13 ທັນວາຜ່ານມາ ລະບຸວ່າ: ບັນດາປະເທດກຳລັງພັດທະນາ ຕ້ອງຊຳລະເງິນຕົ້ນ ແລະ ດອກເບ້ຍ ໜີ້ສາທາລະນະຕາມກຳນົດສູງເປັນປະຫວັດການເຖິງ 4,43 ແສນລ້ານໂດລາສະຫະລັດ ໃນປີ 2022 ເນື່ອງຈາກອັດຕາດອກເບ້ຍເພີ່ມສູງຂຶ້ນທົ່ວໂລກ ເຊິ່ງເພີ່ມຂຶ້ນປະມານ 5% ຈາກປີກ່ອນຫນ້ານີ້, ສ່ວນປະເທດທຸກຍາກທີ່ສຸດ ມີ ຄວາມສ່ຽງໄດ້ຮັບຜົນກະທົບຫຼາຍຂຶ້ນ.

ລາຍງານລະບຸວ່າ ຕົ້ນທຶນໃນການຊຳລະໜີ້ ໃນບັນດາປະເທດທຸກຍາກທີ່ສຸດໃນໂລກ 24 ປະເທດ ອາດເພີ່ມຂຶ້ນ 39% ໃນປີ 2023 ແລະ ປີ 2024. “ລະດັບໜີ້ທີ່ສູງຂຶ້ນ ເປັນປະຫວັດການ ແລະ ອັດຕາດອກເບ້ຍທີ່ສູງ ເຮັດໃຫ້ຫຼາຍປະເທດຕ້ອງຕົກຢູ່ໃນພາວະວິກິດ”, “ ຍິ່ງອັດຕາດອກເບ້ຍຢູ່ໃນລະດັບສູງນານເທົ່າໃດ ກໍຍິ່ງເຮັດໃຫ້ບັນດາປະເທດກຳລັງພັດທະນາປະເຊີນບັນຫາເພີ່ມຂຶ້ນ, ມີທາງເລືອກໜ້ອຍລົງໃນການຊຳລະເງິນຕົ້ນ ແລະ ດອກເບ້ຍໜີ້ສາທາລະນະ ຫຼື ການລົງທຶນໃສ່ດ້ານສາທາລະນະສຸກ ແລະ ໂຄງລ່າງພື້ນຖານ”, ຫົວຫນ້ານັກເສດຖະສາດ ທັງເປັນຮອງປະທານຝ່າຍເສດຖະສາດເພື່ອການພັດທະນາ ທະນາຄານໂລກ ກ່າວ.

ທະນາຄານໂລກຍັງລະບຸວ່າ ໃນຊ່ວງ 32 ປີທີ່ຜ່ານມາ ປະເທດກຳລັງພັດທະນາ 10 ປະເທດໄດ້ມີການຜິດຊຳລະໜີ້ສາທາລະນະເຖິງ 18 ຄັ້ງ ເຊິ່ງຫຼາຍກວ່າຍອດລວມທັງໝົດໃນຊ່ວງ 2 ທົດສະຫວັດຜ່ານມາ.