ອີຊີບີ ປັບຫຼຸດຄາດການເສດຖະກິດເອີໂຣໂຊນ ລົງສູ່ລະດັບ 0,6%

44

ທະນາຄານກາງສະຫະພາບເອີຣົບ ຫຼື ອີຊີບີ ( ECB ) ຍັງຮັກສາອັດຕາດອກເບ້ຍນະໂຍບາຍໃນກອງປະຊຸມເມື່ອວັນທີ 14 ທັນວາຜ່ານມາ ຕາມການຄາດການຂອງຕະຫຼາດ ໂດຍເປັນການຮັກສາອັດຕາດອກເບ້ຍເທົ່າເດີມເປັນຄັ້ງທີ 2 ຕິດຕໍ່ກັນ, ໃນຂະນະດຽວກັນກໍປັບຫຼຸດຄາດການ ການຂະຫຍາຍຕົວຂອງເສດຖະກິດເອີໂຣໂຊນລົງສູ່ລະດັບ 0,6% ຈາກ 0,7% ທີ່ຄາດການໄວ້ຄັ້ງຜ່ານມາ.

ການຮັກສາອັດຕາດອກເບ້ຍດັ່ງກ່າວ ຍັງເຮັດໃຫ້ອັດຕາດອກເບ້ຍເງິນຝາກຢູທີ່ລະດັບ 4,00%, ຂະນະທີ່ດອກເບ້ຍອັດຕາເງິນກູ້ຢູ່ທີ່ 4,75%, ສ່ວນອັດຕາດອກເບ້ຍ ຣີໄຟແນນ (Refinance) ຢູ່ທີ່ລະດັບ 4,50%. ການປະການຮັກສາອັດຕາດອກເບ້ຍຂອງ ECB ມີຂຶ້ນ ຫຼັງອັດຕາເງິນເຟີ້ຂອງເອີໂຣໂຊນສະລໍຕົວລົງສູ່ລະດັບ 2,4% ໃນເດືອນພະຈິກຜ່ານມາ, ໃກ້ຄຽງກັບເປົ້າຫມາຍຂອງ ECB ທີ່ລະດັບ 2%.

ກ່ອນຫນ້ານີ້ ECB ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 10 ຄັ້ງຕິດຕໍ່ກັນ ນັບແຕ່ເດືອນກໍລະກົດ 2022 ຜ່ານມາ, ລວມ 4,5% ເພື່ອສະກັດການເພີ່ມຂຶ້ນຂອງອັດຕາເງິນເຟີ້.

ໃນຂະນະດຽວກັນ ECB ກໍໄດ້ປັບຫຼຸດຄາດການ GDP ຂອງເອີໂຣໂຊນລົງສູ່ລະດັບ 0,6% ໃນປີ ນີ້, ຈາກ 0,7% ທີ່ຄາດການໄວ້ຄັ້ງຜ່ານມາ ແລະ ປັບຫຼຸດຄາດການ GDP ໃນປີ 2024 ລົງສູ່ລະດັບ 0,8% ຈາກລະດັບ 1,0% ໃນຄັ້ງຜ່ານມາ, ສ່ວນປີ 2025 ຄາດວ່າຈະຂະຫຍາຍຕົວ 1,5%.

ນອກຈາກນີ້ ECB ຍັງຄາດການອັດຕາເງິນເຟີ້ຂອງເອີໂຣໂຊນ ຢູ່ທີ່ລະດັບ 5,4%, 2,7% ແລະ 2,1% ໃນປີ 2023, 2024 ແລະ 2025 ຕາມລຳດັບ.