ສະຫາຍເລຂາທິການໃຫຍ່ປະທານປະເທດ ຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊ

44

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທ່ານ ທອງລຸນ ສີສຸລິດ  ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັັັັັບຂອງ ທ່ານ ກອງແກ້ວ ໄຊສົງຄາມ  ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະປະຈຳພັກແຂວງ; ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ເດີນທາງໄປຢ້ຽມຢາມໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ ເອັດສເຄ (SK) ຂອງບໍລິສັດເອັດສອີເອັດສ (SES) ກໍ່ສ້າງຄົບວົງຈອນ ຈໍາກັດ ຢູ່ບ້ານໂພນສະອາດ ເມືອງປາກຊັນ ຊຶ່ງໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ ດັ່ງກ່າວສາມາດຜະລິດໝໍ້ແປງໄຟຟ້າ ໄດ້ພຽງພໍສໍາລັບການຊົມໃຊ້ພາຍໃນປະເທດ, ໄດ້ຖືກຮັບຮອງມາດຕະຖານໄອເອັດສໂອ (ISO), ຮັບຮອງເຄື່ອງໝາຍການຄ້າຈາກກະຊວງວິທະຍາສາດເຕັກໂນໂລຊີ ແລະ ເຄື່ອງໝາຍສິນຄ້າລາວ ເປັນທີ່ຮຽບຮ້ອຍແລ້ວ.

May be an image of 5 people, helicopter and text

ຈາກນັ້ນ ຄະນະຂອງປະທານປະເທດ ກໍໄດ້ໄປຢ້ຽມຢາມ ຟາມງົວພູທອນ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ທີ່ເປັນຟາມລ້ຽງງົວ ສາຍພັນບາມັນ ຊຶ່ງຈະໂຕໃຫຍ່ກວ່າງົວທົ່ວໄປ, ປັດຈຸບັນມີງົວທັງໝົດ 80 ໂຕ, ປີໜຶ່ງເກີດລູກ ປະມານ 40 ກວ່າໂຕ. ຕໍ່ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມປາຍປາກຊັນ ແລະ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບລວມຂອງໂຮງຮຽນ, ວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ເປັນຕົ້ນແມ່ນການປັບປຸງສ້ອມແປງໂຮງຮຽນໃນປັດຈຸບັນ ທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ລວມມູນຄ່າ 1 ຕື້ກວ່າກີບ. ໂອກາດນີ້ ສະຫາຍເລຂາທິການໃຫຍ່ ຍັງໄດ້ນໍາເອົາຄອມພີວເຕີ່, ເຄື່ອງພີມເອກະສານ ອຸປະກອນການຮຽນ-ການສອນ ແລະ ອຸປະກອນກິລາມອບໃຫ້ໂຮງຮຽນມັດທະ ຍົມປາຍປາກຊັນ ຕື່ມອີກ.

May be an image of 8 people

ໃນຕອນບ່າຍຂອງວັນດຽວກັນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ກໍໄດ້ໃຫ້ກຽດພົບປະໂອ້ລົມຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງບໍລິຄຳໄຊ. ໂອກາດນີ້ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ລາຍງານກ່ຽວກັບສະພາບລວມຂອງແຂວງ, ຜົນສຳເລັດການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ເປັນຕົ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກພັກ-ພະນັກງານ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານສາມສ້າງ ແລະ ວຽກງານອື່ນໆ, ລວມຍອດຜະລິດຕະພັນພາຍໃນ 9 ເດືອນຜ່ານມາ ສາມາດບັນລຸໄດ້ 7 ພັນຕື້ກວ່າກີບ ເທົ່າກັບ 100,14% ຂອງແຜນການປີ, ບ້ານພົ້ນທຸກ 264 ບ້ານ ເທົ່າກັບ 92 ກວ່າ% ແລະ ທົ່ວແຂວງມີຄອບຄົວພົ້ນທຸກແລ້ວ ກວມເອົາ 95%.

May be an image of 4 people and text
ໃນຕອນທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ທາງແຂວງບໍລິຄຳໄຊ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນໃຫ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນສຳຄັນ ໃນການປຸກລະດົມຂົນຂວາຍ ໃຫ້ປະຊາຊົນບັນດາເຜົາ ເປັນກຳລັງແຮງເຂົ້າຮ່ວມ ໃນທຸກຂະບວນການພັດທະນາໃນທົ່ວສັງຄົມ, ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ສຸມໃສ່ຕ້ານ ແລະ ສະກັດກັ້ນ ກົນອຸບາຍທີ່ບໍ່ດີຂອງສັດຕູ ໃຫ້ທັນເວລາ, ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້, ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການນຳເຂົ້າ ແລະ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, ແກ້ໄຂຄວາມທຸກຍາກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບໃນຕໍ່ໄປ.