ສປປ ລາວ ມີແຫຼ່ງຜະລິດໄຟຟ້າ 97 ແຫ່ງ ກໍາລັງຕິດຕັ້ງ 11.677 ເມກາວັດ

89

 

ມາຮອດທ້າຍປີ 2023 ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ທັງໝົດ 97 ແຫ່ງ ລວມກໍາລັງຕິດຕັ້ງ 11.677 ເມກາວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824 ກິກກາວັດໂມງຕໍ່ປີ; ຄົ້ນພົບຈຸດປາກົດແຮ່ທາດ ຫຼາຍກວ່າ 772 ຈຸດ ໃນຂອບເຂດທົ່ວປະເທດ.

ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ, ຫົວໜ້າໂຄສົກປະຈຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ມາຮອດທ້າຍປີ 2023 ນີ້ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ແຕ່ 1 ເມກາວັດຂຶ້ນໄປ ທັງໝົດ 97 ແຫ່ງ. ໃນນີ້, ເປັນພະລັງງານນໍ້າ 80 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ ລວມກໍາລັງຕິດຕັ້ງ 11.677,14 ເມກາວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824,27 ກິກກາວັດໂມງຕໍ່ປີ.

ທົ່ວປະເທດ ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວ 67.643 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 81 ແຫ່ງ, ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100%, ບ້ານ ກວມເອົາກວ່າ 90% ແລະ 95% ຂອງຄົວເຮືອນທັງໝົດ.
ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອື່ນໆ ກໍໄດ້ຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າ. ພ້ອມດຽວກັນນີ້ ກໍໄດ້ຊຸກຍູ້ສົ່ງເສີມການຫັນເປັນພະລັງງານສະອາດ ໂດຍສະເພາະສົ່ງເສີມການນຳໃຊ້ພະລັງງານເຂົ້າໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ການສ້າງສະຖານີສາກລົດໄຟຟ້າ. ມາຮອດທ້າຍປີ 2023 ນີ້ ມີລົດໄຟຟ້າທັງໝົດປະມານ 4.631 ຄັນ. ໃນນີ້, ປະກອບມີລົດໃຫຍ່ ຈຳນວນ 2.592 ຄັນ, ລົດຈັກໄຟຟ້າ 2.039 ຄັນ.


ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍ ກວ່າ 772 ຈຸດ ໃນຂອບເຂດທົ່ວປະເທດ ປະກອບດ້ວຍ: ຄຳ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ ແລະ ຫີນບາລິດ ແລະ ອື່ນໆ.
ທ່ານກ່າວຕື່ມວ່າ: ມາຮອດທ້າຍປີ 2023 ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນດ້ານບໍ່ແຮ່ ທັງໝົດ 382 ບໍລິສັດ, 505 ກິດຈະການ; ໃນນີ້ຢູ່ໃນໄລຍະການຊອກຄົ້ນ 24 ບໍລິສັດ 24 ກິດຈະການ, ໄລຍະການສໍາຫຼວດ 127 ບໍລິສັດ 141 ກິດຈະການ, ໄລຍະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ 33 ບໍລິສັດ 52 ກິດຈະການ ແລະ ໄລຍະຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຈໍານວນ 105 ບໍລິສັດ 195 ກິດຈະການ.

ພິເສດ ໃນປີ 2021 ລັດຖະບານ ໄດ້ມີນະໂຍບາຍໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນຮູບແບບທົດລອງ ເພື່ອຫຼຸດຜ່ອນຂັ້ນຕອນຂອງກົດໝາຍ ແລະ ຈັດເກັບລາຍຮັບໃຫ້ໄວຂຶ້ນ ຈໍານວນ 93 ບໍລິສັດ 93 ກິດຈະການ; ໃນນີ້ ມີແຮ່ເຫຼັກ 37 ບໍລິສັດ, ແຮ່ຄຳເຄົ້າ 10 ບໍລິສັດ, ຫີນມາໂບ 2 ບໍລິສັດ, ແຮ່ຄຳຕົກຂ້ອນ 31 ບໍລິສັດ ແລະ ແຮ່ຫາຍາກ 13 ບໍລິສັດ.