ໂຮນລັງ ເລີ່ມຊື້ແກ໊ສ LNG ຈາກຣັດເຊຍອີກຄັ້ງ

27

ເວບໄຊ https://ren.tv/ ຂອງຣັດເຊຍ ລາຍງານວ່າ: ຫຼັງຈາກທີ່ຢຸດພັກໄປ 3 ເດືອນ, ໃນທີ່ສຸດປະເທດໂຮນລັງ ກໍເລີ່ມຊື້ແກັສທໍາມະຊາດແຫຼວ (LNG) ຈາກຣັດເຊຍອີກຄັ້ງ ເຊິ່ງການຢຸດຊື້ດັ່ງກ່າວເລີ່ມຂຶ້ນໃນເດືອນມິຖຸນາ – ກັນຍາ 2023 ຜ່ານມາ.

ເລີ່ມຕົ້ນເດືອນກັນຍາມານີ້, ໂຮນລັງ ກັບມາຊື້ LNG ອີກຄັ້ງ ໂດຍການຊື້ ໄຮໂດຄາບອນ (hydrocarbon) ຈໍານວນ 211,5 ລ້ານ m3 ຈາກ ຣັດເຊຍ ເປັນມູນຄ່າ 109 ລ້ານເອີໂຣ.

ຫວນຄືນຫຼັງໃນແງ່ລາຍເດືອນ ການນໍາເຂົ້າຂອງໂຮນລັງ ຈາກ ຣັດເຊຍ ໂດຍລວມເພີ່ມຂຶ້ນ 5,3% ເປັນ 410,5 ລ້ານໂດລາ.
ໃນເດືອນພຶດສະພາ 2023 ຜ່ານມາ, ໂຮນລັງ ກໍໄດ້ເລີ່ມຢຸດຕິການນໍາເຂົ້າ LNG ຈາກ ຣັດເຊຍ ເຮັດໃຫ້ປະລິມານການນໍາເຂົ້າ LNG ຂອງຣັດເຊຍ ຫຼຸດລົງເກືອບ 30% ແລະ ໃນເດືອນມິຖຸນາ ກໍຫຼຸດລົງຢ່າງສິ້ນເຊີງ.

ລາຍງານຍັງລະບຸວ່າ: ກ່ອນໜ້ານີ້, ຍັງມີປະເທດ ແອັດສະປາຍ ທີ່ໄດ້ປະກາດວ່າ ຈະຊື້ແກັສ ຈາກຣັດເຊຍໃນຈໍານວນສູງສຸດ ເປັນປະຫວັດການ ພາຍໃນປີ 2023 ໂດຍຄາດວ່າ ຈະເພີ່ມຂຶ້ນ 43% ເມື່ອທຽບກັບປີ 2022.