ແບບຢ່າງທົ່ງນາໄກສຸດສາຍຕາຂອງອາຊີ-ໂປຕາສ ສາກົນ ລະດູທໍາອິດ​ໃຫ້ໝາກຜົນ 7,7 ໂຕນ/ເຮັກຕາ

89

ບໍລິສັດອາຊີ-ໂປຕາສ ສາກົນ ບໍ່ພຽງມີຜົນງານດີເດັ່ນດ້ານທຸລະກິີດເທົ່ານັ້ນ ແຕ່ດ້ານກະສິກຳທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນລາວກໍ່ສ້າງຜົນງານອອກມາຢ່າງໜ້າຊື່ນຊົມ ຫຼ້າສຸດນີ້ໄດ້ສໍາເລັດການເກັບກ່ຽວຜົນຜະລິດຢ່າງໜ້າຊື່ນຊົມຂອງໂຄງການປູກເຂົ້າສາມລະດູໄລຍະທໍາອິດ ທີ່ເຂດດອນຄອນ ເມືອງໂຂງ ແຂວງຈໍາປາສັກ ຊຶ່ງລະດູການທໍາອິດ ເຮັກຕາໜຶ່ງບັນລຸຜົນຜະລິດໄດ້ 7,7 ໂຕນ, ລື່ນຄາດໝາຍ 10%, ການປູກເຂົ້າທັງສາມລະດູໃນໜຶ່ງປີ ຈະບັນລຸຜົນຜະລິດເຖິງ 21 ໂຕນຂຶ້ນໄປ, ບາດກ້າວດັ່ງກ່າວເປັນການເລີ່ມຕົ້ນຂອງການພັດທະນາກະສິກໍາທັນສະໄໝຂອງ ສປປ ລາວ, ເພື່ອເປັນຂອງຂວັນຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 48 ປີ.

อาจเป็นรูปภาพของ พื้นหญ้า

ໃນເດືອນມິຖຸນາ 2023, ອາຊີ-ໂປຕາສ ສາກົນ ໄດ້ດຶງດູດເອົາວິສາຫະກິດລົງເລິກການປຸງແຕ່ງສະບຽງອາຫານ ທີ່ມີທີມງານປູກຝັງ ແລະ ເຕັກໂນໂລຊີທັນສະໄໝສູງສຸດຂອງ ສປ ຈີນ ເພື່ອພ້ອມກັນລົງທຶນ ແລະ ຮ່ວມມື, ເພື່ອດໍາເນີນໂຄງການສາທິດ ປູກເຂົ້າສາມລະດູ ທີ່ມີແນວພັນປະສົມຕ່າງໆຄັ້ງທໍາອິດຢູ່ ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ. ດອນຄອນ ເປັນທົ່ງພຽງທີ່ຮາບພຽງດີ ມີພື້ນທີ່ດິນປູກຝັງເກືອບເຖິງ 1.100 ເຮັກຕາ, ປະຊາຊົນໃນດອນຄອນ ນໍາໃຊ້ແຕ່ວິທີການປູກເຂົ້າລະດູດຽວແບບພື້ນເມືອງ ຊຶ່ງຜົນຜະລິດໝົດປີ ເຮັກຕາໜຶ່ງມີພຽງແຕ່ 2 ໂຕນເທົ່ານັ້ນ, ສະນັ້ນຈຶ່ງຍັງມີທ່າແຮງຫຼາຍໃນການພັັດທະນາປູກເຂົ້າສາມລະດູ.

อาจเป็นรูปภาพของ 4 คน, เครื่องเกี่ยวนวด และ พื้นหญ้า

ພາຍໃຕ້ການສະໜັບສະໜູນຢ່າງໃຫຍ່ຫຼວງຂອງອໍານາດການປົກຄອງທ້ອງຖິ່ນ, ໃນເດືອນສິງຫາ ບໍລິສັດ ຊີໂນ-ໂປຕາສ ສາກົນ ຈຶ່ງໄດ້ເລີ່ມພັດທະນາໂຄງການສາທິດປູກເຂົ້າສາມລະດູ ໄລຍະທໍາອິດໃນເນື້ອທີ່ 110 ເຮັກຕາ, ໂຄງການດັ່ງກ່າວ ນໍາໃຊ້ຮູບແບບການປູກຝັງກະສິກໍາທັນສະໄໝໂດຍຫັນໄປສູ່ການໃຊ້ເຄື່ອງກົນຈັກ, ຂະໜາດໃຫຍ່ ແລະ ລວມສູນ, ດໍາເນີນການຫວ່ານເມັດ, ໃສ່ຝຸ່ນ (ປຸ໋ຍ), ການປະສົມເກສອນ ແລະ ການຈັດການຄຸ້ມຄອງອື່ນໆເທິງໄຮ່ນາ ໂດຍການໃຊ້ໂດຣນ, ພ້ອມທັງດໍາເນີນວຽກງານເກັບກ່ຽວໂດຍເຄື່ອງຈັກເກັບກ່ຽວເປັນລະບົບ, ນອກນັ້ນຍັງມີການປັບປຸງລະບົບຊົນລະປະທານ, ລະບາຍນໍ້າ, ເພື່ອຮັບປະກັນຜົນຜະລິດເຂົ້າ. ຈາກສະພາບການເກັບກ່ຽວຕົວຈິງເຫັນວ່າໄລຍະການເຕີບໂຕຂອງເຂົ້າສໍາລັບລະດູການທຳອິດນີ້ມີພຽງແຕ່ 110 ມື້ ຊຶ່ງສັ້ນກວ່າໄລຍະເຕີບໃຫຍ່ 120 ມື້ຢູ່ຈີນ ແລະ ຜົນຜະລິດເຂົ້າ ກໍລື່ນຄາດໝາຍ 7 ໂຕນຕໍ່ເຮັກຕາ, ສິ່ງດັ່ງກ່າວເປັນການວາງຮາກຖານໃຫ້ແກ່ການປູກເຂົ້າລະດູການທີ 2 ແລະ 3 ໃນຕໍ່ໜ້າ, ປະກອບເປັນເສົາຄໍ້າສໍາລັບຜົນຜະລິດໝົດປີທີ່ຈະບັນລຸເຮັກຕາໜຶ່ງ 21 ໂຕນຂຶ້ນໄປ.

อาจเป็นรูปภาพของ เครื่องเกี่ยวนวด

ຄຽງຄູ່ກັບການຮັບປະກັນໃຫ້ບັນລຸຜົນຜະລິດຕາມເປົ້າໝາຍຂອງການປູກເຂົ້າສາມລະດູ, ອາຊີ-ໂປຕາສ ສາກົນ ຍັງໄດ້ປະຕິບັດບັນດາມາດຕະການກະສິກໍາທີ່ທັນສະໄໝຫຼາຍຢ່າງ ເພື່ອຫຼຸດຕົ້ນທຶນໃນການປູກຝັງ ແລະ ເພີ່ມມູນຄ່າຂອງດິນປູກຝັງຄື: ໜຶ່ງ ແມ່ນສ້າງແນວພັນເຂົ້າທີ່ສາມາດເກີດຄືນໃໝ່ໃນໄລຍະຫຼາຍປີ, ຄືການຫວ່ານເມັດພັນເທື່ອດຽວສາມາດເກັບກ່ຽວໄດ້ຕໍ່ເນື່ອງເຖິງ 6 ປີ, ໃນການຍົກສູງປະລິມານການຜະລິດ ກໍສາມາດຫຼຸດຕົ້ນທຶນແນວພັນໄດ້ຢ່າງຫຼວງຫຼາຍ, ສອງ ແມ່ນສ້າງລະບົບນິເວດໄຮ່ນາ ປູກເຂົ້າ ປະສົມກັບການລ້ຽງປາ, ປູກເຂົ້າ ປະສົມກັບການລ້ຽງກົບ, ພວກເຮົາໄດ້ຊື້ແນວພັນປາ, ພັນກົບຈາກປະຊາຊົນ ແລະ ບໍລິສັດພາຍໃນທ້ອງຖິ່ນ ຊຶ່ງບໍ່ພຽງແຕ່ເປັນການຂະຫຍາຍຊ່ອງທາງລາຍຮັບໃຫ້ຊາວກະສິກອນທ້ອງຖິ່ນເທົ່ານັ້ນ, ຍັງເປັນການສົ່ງເສີມການນໍາໃຊ້ເນື້ອທີ່ດິນແບບກວມລວມຢ່າງມີປະສິດທິພາບ, ໃນຕໍ່ໜ້າ ປານິນ ແລະ ກົບນາ ທີ່ເພາະລ້ຽງໃນນາເຂົ້າ ກໍຈະຖືກຈັດສົ່ງໃຫ້ແກ່ຮ້ານອາຫານ ແລະ ຕະຫຼາດກະສິກໍາຕ່າງໆ, ກາຍເປັນສ່ວນທີ່ສໍາຄັນໃຫ້ແກ່ໂຕະອາຫານຂອງປະຊາຊົນ.

อาจเป็นรูปภาพของ 7 คน และ พื้นหญ้า

ໂຄງການ ປູກເຂົ້າສາມລະດູ ທີ່ແມ່ນກະສິກໍາທັນສະໄໝຢູ່ເມືອງໂຂງ ຂອງ ອາຊີ-ໂປຕາສ ສາກົນ ມີແຜນການຂະຫຍາຍເນື້ອທີ່ປູກຝັງເປັນ 200 ເຮັກຕາ ໃນປີ 2024 ແລະ ພາຍໃນ 3 ປີຕໍ່ໜ້າ ຈະຂະຫຍາຍເນື້ອທີ່ອອກເປັນ 2.000 ເຮັກຕາ, ແຜນການໄລຍະຍາວແມ່ນຈະຂະຫຍາຍໄປທຸກແຂວງໃນທົ່ວປະເທດ, ເພື່ອກະຕຸ້ນຢ່າງເຕັມສ່ວນ ຄຸນຄ່າຊັບພະຍາກອນກະສິກໍາຂອງລາວ. ຄຽງຄູ່ກັບການເພີ່ມຂຶ້ນຂອງຜົນຜະລິດ ອາຊີ-ໂປຕາສ ສາກົນ ກໍາລັງກະກຽມສ້າງຕັ້ງໂຮງງານປຸງແຕ່ງເຂົ້າທີ່ປະກອບຕິດພັນຄົບຊຸດ, ເພື່ອຈະຂະຫຍາຍເປັນຕ່ອງໂສ້ອຸດສາຫະກໍາລົງເລິກການປຸງແຕ່ງເຂົ້າຕື່ມອີກກ້າວໜຶ່ງ, ສ້າງລະບົບຜະລິດຕະພັນທີ່ຫຼາກຫຼາຍ ເຊັ່ນ: ເສັ້ນໝີ່ ແລະ ແປ້ງເຂົ້າ ພ້ອມທັງ ປະກອບສ້າງລະບົບການພັດທະນາກະສິກໍາທີ່ມີການປູກຝັງແບບທັນສະໄໝ, ການປຸງແຕ່ງໃຫ້ເປັນເສດຖະກິດ ແລະ ການຄ້າແບບສາກົນ, ບັັນລຸການທົດແທນການນໍາເຂົ້າຜະລິດຕະພັນກະສິກໍາ ແລະ ສົ່ງອອກເພື່ອສ້າງລາຍຮັບເງິນຕາ ຊຶ່ງໂດຍພື້ນຖານແລ້ວຈະສາມາດແກ້ໄຂໄດ້ບັນຫາເງິນເຟີ້ ທີ່ເກີດຈາກຊ່ອງວ່າງລະຫວ່າງການສະໜອງ ແລະ ຄວາມຕ້ອງການດ້ານຜະລິດຕະພັນກະສິກໍາ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.