10 ເດືອນ ຫວຽດນາມ ສົ່ງອອກທຸລຽນ ທະລຸ 2,1 ພັນລ້ານໂດລາ

32

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ສະມາຄົມຜູ້ສົ່ງ ອອກໝາກໄມ້ ແລະ ພືດຜັກຫວຽດນາມ ເປີດເຜີຍວ່າ ໃນໄລຍະ 10 ຂອງປີນີ້ (ເດືອນມັງກອນ ຫາ ເດືອນຕຸລາ) ຫວຽດນາມສາມາດສົ່ງອອກທຸລຽນມູນຄ່າ 2.100 ລ້ານໂດລາສະຫະລັດ.

ທັງນີ້ ການສົ່ງອອກທຸລຽນກວມເອົາ 51% ຂອງການສົ່ງອອກໝາກໄມ້ ແລະ ພືດຜັກຂອງຫວຽດນາມທັງໝົດ. ໃນຂະນະການສົ່ງອອກທຸລຽນສ່ວນໃຫຍ່ ຫຼື ປະມານ 94% ສົ່ງອອກທຸລຽນສົດ, ສ່ວນອີກ 6% ທີ່ເຫຼືອເປັນທຸລຽນແຊ່ແຂງ ແລະ ອົບແຫ້ງ. ໂດຍຈີນ ຍັງເປັນຕະຫຼາດລາຍໃຫຍ່ທີ່ສຸດຂອງຫວຽດນາມ ກວມເອົາ 97% ຂອງການສົ່ງອອກທຸລຽນ ມີມູນຄ່າປະມານ 1,9 ພັນລ້ານໂດລາ. ສ່ວນຕະຫຼາດສາທາລະນະລັດເຊັກ ໃຫ້ຄວາມສົນໃຈກັບທຸລຽນຫວຽດນາມຫຼາຍທີ່ສຸດ ໃນໄລຍະ 10 ເດືອນຂອງປີນີ້ ມີມູນຄ່າປະມານ 10 ລ້ານໂດລາ ເພີ່ມຂຶ້ນ 28 ເທົ່າ ເມື່ອທຽບໃສ່ຊ່ວງດຽວກັນຂອງປີຜ່ານມາ.

ຈາກຕົວເລກດັ່ງກ່າວ ເຮັດໃຫ້ຫວຽດນາມກາຍເປັນອັນດັບ 2 ທີ່ສົ່ງອອກທຸລຽນໄປຈີນຫຼາຍທີ່ສຸດ ຮອງຈາກໄທ.