ເສດຖະກິດຫວຽດນາມ 11 ເດືອນຜ່ານມາ ຂະຫຍາຍຕົວຢ່າງຕໍ່ເນື່ອງ

29

ເວບໄຊ vietnamplus.vn ລາຍງານວ່າ: ໃນໄລຍະ 11 ເດືອນ ປີ 2023, ດັດຊະນີ CPI ຂອງຫວຽດນາມ ສະເລ່ຍເພີ່ມຂຶ້ນ 3,22%; ການລົງທຶນຈາກຕ່າງປະເທດ ເພີ່ມຂຶ້ນ 14,8%; ເກີດດຸນການຄ້າຢູ່ທີ່ປະມານ 24,44 ຕື້ໂດລາ; ນັກທ່ອງທ່ຽວຕ່າງຊາດທີ່ມາຢ້ຽມຢາມເພີ່ມຂຶ້ນ 3,8 ເທົ່າ ຈາກໄລຍະດຽວກັນຂອງປີຜ່ານມາ.

ຈາກຂໍ້ມູນທີ່ສຳນັກງານສະຖິຕິທົ່ວໄປ ທີ່ເປີດເຜີຍເມື່ອວັນທີ 29 ພະຈິກ ລະບຸວ່າ: ຕັ້ງແຕ່ຕົ້ນປີ ຈົນເຖິງວັນທີ 15 ພະຈິກ 2023, ມູນຄ່າການນໍາເຂົ້າ ແລະ ສົ່ງອອກເບື້ອງຕົ້ນຂອງສິນຄ້າ ມີມູນຄ່າ 587,68 ຕື້ໂດລາ ເຊິ່ງການສົ່ງອອກຫຼຸດລົງ 6,4% ແຕ່ການນໍາເຂົ້າກໍຫຼຸດລົງ 11,7% ເຮັດໃຫ້ດຸນການຄ້າ ມີການເກີນດຸນຢູ່ທີ່ປະມານ 22,44 ຕື້ໂດລາ.

ມູນຄ່າສົ່ງອອກສິນຄ້າເບື້ອງຕົ້ນ ສູງເຖິງ 306,06 ຕື້ໂດລາ ໂດຍພາກເສດຖະກິດໃນປະເທດມີມູນຄ່າ 81,49 ຕື້ໂດລາ ຄິດເປັນ 26,6% ຂອງການສົ່ງອອກທັງໝົດ, ພາກການລົງທຶນຈາກຕ່າງປະເທດ (ລວມເຖິງນໍ້າມັນດິບ) ມີມູນຄ່າເຖິງ 224,57 ຕື້ໂດລາ ຄິດເປັນ 73,4%.

ໃນໄລຍະ 11 ເດືອນຜ່ານມາ, ມີສິນຄ້າສົ່ງອອກມູນຄ່າຫຼາຍ ກວ່າ 1 ໝື່ນລ້ານໂດລາ ຈໍານວນ 33 ລາຍການ ຄິດເປັນ 92,9% ຂອງມູນຄ່າການສົ່ງອອກທັງໝົດ ເຊິ່ງໃນນີ້ ສິນຄ້າສົ່ງອອກ 7 ລາຍການ ມີມູນຄ່າຫຼາຍກວ່າ 1 ໝື່ນລ້ານໂດລາ ຄິດເປັນ 66,1%.