2 ທັນວາປີນີ້ ລາວອະໄພຍະໂທດໃຫ້ນັກໂທດເກືອບ 2000 ຄົນົໂນາ

38

ທຸກໆປີເມື່ອໃກ້ຈະຮອດວັນຊາດພັກ-ລັດແມ່ນຈະໄດ້ຄົ້ນຄວ້າພິຈາລະນາ ເພື່ອໃຫ້ອະໄພຍະໂທດແກ່ນັກໂທດທີ່ປະພຶດປະຕິບັດຕົນດີ ໃນນັ້ນບາງຄົນກໍ່ໄດ້ຮັບການປ່ອຍຕົວ ແລະອີກຫຼາຍຄົນແມ່ນໄດ້ຮັບການຫຼູດຜ່ອນໂທດຈາກໜັກເປັນເບົາ.

ສຳລັບປີນີ້ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຖະແຫຼງຂ່າວ ກ່ຽວກັບ ການໃຫ້ອະໄພຍະໂທດ ປະຈໍາປີ 2023 ວ່າ: ວຽກງານອະໄພຍະໂທດ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ຊຶ່ງສະແດງໃຫ້ເຫັນແນວ ທາງນະໂຍບາຍອັນຖືກຕ້ອງ ແລະ ເປັນທໍາຂອງພັກ, ລັດຖະບານ ແຫ່ງ ສປປລ ເພື່ອ ໃຫ້ຜູ້ທີ່ຫຼົງຜິດໄດ້ກໍ່ສ້າງ, ປັບປຸງຕົນເອງ ໃຫ້ກາຍເປັນພົນລະເມືອງທີ່ດີຂອງຊາດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາ ສຸກ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.

May be an image of 1 person, dais and text
ອີງຕາມລັດຖະທໍາມະນູນ ແລະ ລັດຖະບັນ ຍັດ ຂອງປະທານປະເທດ ແຫ່ງ ສປປລ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ເພື່ອປະຕິບັດແນວທາງນະໂຍບາຍມະນຸດສະທໍານັ້ນ, ໃນແຕ່ລະປີ ລັດຖະບານ ໄດ້ຄົ້ນຄ້ວາ, ນຳສະເໜີອະໄພຍະໂທດ, ຜ່ອນໂທດ ໃຫ້ແກ່ນັກໂທດທີ່ເປັນຄົນລາວ ແລະ ຄົນຕ່າງປະເທດ ທີ່ມີການປະພຶດດີ, ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ, ຕັ້ງໜ້າຝຶກຝົນຫຼໍຫລໍ່ຫລອມຕົນເອງ ຕະຫລອດໄລຍະເວລາປະຕິບັດໂທດ ແລະ ດ້ວຍແນວທາງນະໂຍ ບາຍດ້ານມະນຸດສະທໍາດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດຜ່ານມາຫຼາຍປີ ໂດຍແມ່ນຄະນະກໍາມະການອະໄພຍະໂທດຢູ່ແຕ່ລະຂັ້ນເປັນຜູ້ຄົ້ນຄວ້າ, ນຳສະເໜີຕາມຂັ້ນຕອນ ແລະ ລະບຽບການຢ່າງເຂັ້ມງວດ.

May be an image of 3 people
ປີ 2023 ນີ້ເປັນອີກປີໜຶ່ງ ທີ່ປະເທດເຮົາ ໄດ້ປະສົບກັບບັນຫາໄພທໍາມະຊາດ ທີ່ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ ຊຶ່ງເຮັດໃຫ້ເກີດມີຄວາມເສຍຫາຍຫຼາຍພໍສົມຄວນ; ນອກຈາກນີ້ ພວກເຮົາ ຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພເງິນເຟີ້ ແລະ ການແກ້ໄຂຄວາມທຸກຍາກຂອງປະ ຊາຊົນ, ເຮັດໃຫ້ພົບຄວາມຫຍຸ້ງຍາກໃນຫຼາຍດ້ານ; ເຖິງຢ່າງໃດກໍຕາມ ດ້ວຍຄວາມເອົາໃຈໃສ່ຊີ້ນໍາຈາກສູນກາງພັກ, ລັດຖະບານ ແລະ ຄວາມຮັບຜິດຊອບຂອງບັນດາສະຫາຍ ໄດ້ມີຄວາມພະຍາມຢ່າງຕັ້ງໜ້າ ແລະເຮັດສໍາເລັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ;

อาจเป็นรูปภาพของ หนึ่งคนขึ้นไป และ ผู้คนกำลังยืน

ໃນໂອ ກາດນີ້ ຂ້າພະເຈົ້າຂໍແຈ້ງມາຍັງບັນດາທ່ານ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຊາບວ່າ: ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023), ຜ່ານການກວດກາ, ຄົ້ນຄວ້າຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຂອງລະບົບຍຸຕິທໍາ; ລັດຖະບານ ໄດ້ສະເໜີປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 21 ພະຈິກ 2023; ຕົກລົງໃຫ້ອະໄພຍະໂທດແກ່ນັກໂທດ ທັງໝົດ 1.824 ຄົນ, ຍິງ 238 ຄົນ; ຄົນຕ່າງປະເທດ 16 ຄົນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง, ผู้คนกำลังยืน และ กลางแจ้ง

ໃນນີ້, ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ 1.602 ຄົນ, ຍິງ 200 ຄົນ, ຄົນຕ່າງປະເທດ 13 ຄົນ; ອະໄພຍະໂທດ ດ້ວຍການປ່ອຍຕົວ 222 ຄົນ, ຍິງ 38 ຄົນ, ຄົນຕ່າງປະເທດ 3 ຄົນ.

ປັດຈຸບັນນີ້ ກອງເລຂາຄະນະກໍາມະການອະ ໄພຍະໂທດລະດັບຊາດ ໄດ້ກະກຽມບັນດາເອກະສານຕ່າງໆ ເພື່ອຈັດສົ່ງໃຫ້ບັນດາຄະ ນະກໍາມະການອະໄພຍະໂທດ ລະດັບກະ ຊວງ, ນະຄອນຫຼວງວຽງຈັນ, ແຂວງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ຂອບໃຈຂ່າວຈາກ: ວາລະສານປ້ອງກັນຄວາມສະຫງົບ