ນັກທຸລະກິດໜຸ່ມຫວຽດນາມສ້າງວຽກເຮັດ ງານທຳໃຫ້ປະຊາຊົນ 5 ລ້ານກວ່າຄົນ

34

ເວບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ຜູ້ປະກອບການຫນຸ່ມ (ຜູ້ປະກອບການຮຸ່ນໃໝ່) ຊາວຫວຽດນາມ ສ້າງລາຍໄດ້ຕໍ່ປີ ຫຼາຍກວ່າ 4 ໝື່ນລ້ານໂດລາ ເຊິ່ງຄິດເປັນສັດສ່ວນຫຼາຍກວ່າ 10% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດ ແລະ ສ້າງວຽກເຮັດງານທໍາຫຼາຍກວ່າ 5 ລ້ານຄົນ.

ຕະຫຼອດໄລຍະເວລາ 30 ປີຂອງການກໍ່ຕັ້ງ ແລະ ພັດທະນາສະມາຄົມຜູ້ປະກອບການຫນຸ່ມຂອງຫວຽດນາມ ໄດ້ມີສ່ວນສະໜັບສະໜູນທີ່ສຳຄັນຢ່າງຫຼວງຫຼາຍ ຕໍ່ຂະບວນການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ ໂດຍສົ່ງເສີມຈິດວິນຍານຂອງຜູ້ປະກອບການ ແລະ ຄວາມຄິດສ້າງສັນຂອງເຍົາວະຊົນຫວຽດນາມ.

ທັງນີ້ ສະມາຄົມນັກທຸລະກິດຫນຸ່ມຫວຽດນາມ ໄດ້ຈັດພິທີສະຫຼຸບການຮເຄື່ອນໄຫວວຽກງານຄົບຮອບ 30 ປີຂຶ້ນໃນວັນທີ 27 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ. ສະມາຄົມດັ່ງກ່າວນີ້, ມີເຄືອຂ່າຍການຈັດຕັ້ງຢູ່ 63/63 ແຂວງ/ນະຄອນ, ມີສະມາຊິກຫຼາຍກວ່າ 19.000 ຄົນ.

ເມື່ອຕົ້ນເດືອນພະຈິກ 2023, ຜູ້ປະກອບການຮຸ່ນໃໝ່ ມີການເປີດສະໂມສອນຜູ້ປະກອບການໜຸ່ມ ເຕັກໂນໂລຊີ ແລະ ການປ່ຽນແປງທາງດິຈີຕອນຂອງຫວຽດນາມຢ່າງເປັນທາງການ ໂດຍມີເປົ້າໝາຍເພື່ອເຊື່ອມໂຍງສະມາຊິກ ເພື່ອສົ່ງເສີມຈຸດແຂງໃນການພັດທະນາ ແລະ ປະຍຸກໃຊ້ເຕັກໂນໂລຊີດິຈີຕອນໃໝ່ໆ ແນໃສ່ສ້າງກຳລັງຫຼັກໃນຂະບວນການປ່ຽນແປງຫັນເປັນດິຈີຕອນ ສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມດິຈີຕອນ ຢູ່ຫວຽດນາມ.