ອິນເດຍ ກາຍເປັນຜູ້ຈັດຫານໍ້າມັນລາຍໃຫຍ່ອັນດັບ 2 ໃຫ້ EU

36

ເວບໄຊສຳນັກຂ່າວ VTV.vn ລາຍງານວ່າ: ອິນເດຍ ກາຍເປັນຜູ້ຈັດຫາຜະລິດຕະພັນປິໂຕຣລ້ຽມ ລາຍໃຫຍ່ອັນດັບ 2 ໃຫ້ກັບສະຫະພາບເອີຣົບ (EU) ໃນປີ 2023 ຮອງຈາກຊາອຸດິອາຣັບບີ ເຊິ່ງນີ້ຄືຂໍ້ມູນຢ່າງເປັນທາງການຂອງສຳນັກງານສະຖິຕິສະຫະພາບເອີຣົບ (Eurostat).

ຕາມການລາຍງານຂອງສຳນັກຂ່າວ RIA Novosti ລະບຸວ່າ: ສະຫະພາບເອີຣົບ ນໍາເຂົ້າຜະລິດຕະພັນປິໂຕຣລ້ຽມກັ່ນຂອງດິນເດຍ ຈໍານວນ 7,9 ລ້ານໂຕນ ໃນໄລຍະເດືອນກໍລະກົດ – ກັນຍາ 2023 ເຊິ່ງຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາກວ່າ 2 ເທົ່າ ແລະ ສູງກວ່າ 3 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2021. ຂະນະທີ່ ນໍ້າມັນສຳຮອງ ກໍເປັນໄປຕາມເກນການນໍາເຂົ້າສຸດທິຂັ້ນຕໍ່າ 90 ວັນ, ແຕ່ສ່ວນໃຫຍ່ເປັນນໍ້າມັນດິບ.

ປະລິມານປິໂຕຣລ້ຽມກັ່ນໃນປີນີ້ ເຮັດໃຫ້ອິນເດຍ ຈາກອັນດັບ 6 ໃນປີ 2022 ມາເປັນອັນດັບ 2 ໃນປີ 2023 ໂດຍມີ ຝຣັ່ງ, ໂຮນລັງ ແລະ ອິຕາລີ ເປັນຜູ້ນໍາເຂົ້າລາຍໃຫຍ່ສຸດ 3 ອັນດັບທໍາອິດ.

ກ່ອນໜ້ານີ້, ຄະນະກຳມາທິການເອີຣົບ (EC) ໄດ້ປະກາດຂະຫຍາຍແຜນອອກໄປອີກ 6 ເດືອນ ເພື່ອໃຫ້ປະເທດສະມາຊິກ EU ສາມາດສະໜັບສະໜູນທຸລະກິດທີ່ໄດ້ຮັບຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນຫຼັງຄວາມຂັດແຍ່ງ. ຄວາມຂັດແຍ່ງໃນອູແກຣນເກີດຂຶ້ນ ມາດຕະການຊົ່ວຄາວຈະຂະຫຍາຍໄປຈົນເຖິງເດືອນມິຖຸນາ 2024 ໂດຍໃຫ້ປະເທດສະມາຊິກ EU ທັງ 27 ປະເທດ ໃຫ້ການສະໜັບສະໜູນທາງການເງິນໃນຮູບແບບຕ່າງໆ ເພື່ອຊົດເຊີຍບໍລິສັດທີ່ໄດ້ຮັບຜົນກະທົບຈາກລາຍຈ່າຍໃຫ້ກັບໄຟຟ້າ ແລະ ເມື່ອລາຄາໄຟຟ້າເພີ່ມຂຶ້ນ.

EC ລະບຸວ່າ: ປະເທດສະມາຊິກ ສາມາດຮັກສາໂຄງການສະໜັບສະໜູນຂອງຕົນໄວ້ໄດ້ ຈົນເຖິງລະດູໜາວທີ່ກຳລັງມາເຖິງ ເພື່ອເປັນມາດຕະການໃນການປົກປ້ອງຄວາມເປັນຢູ່ທີ່ດີ. ຢ່າງໃດກໍຕາມ, ກໍໄດ້ມີການກຳນົດວ່າ ການອຸດໜຸນຈະໄດ້ຮັບອະນຸຍາດສະເພາະໃນກໍລະນີທີ່ລາຄາພະລັງງານສູງກວ່າລະດັບກ່ອນເກີດວິກິດເທົ່ານັ້ນ;

ຂະນະດຽວກັນ, ຄັງແກັສທີ່ສູງເປັນປະຫວັດການຂອງເອີຣົບ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນສະພາບອາກາດທີ່ອົບອຸ່ນໃນໄລຍະຕົ້ນຂອງລະດູໃບໄມ້ຫຼົ່ນ ເຊິ່ງຊ່ວຍຫຼຸດຄວາມຕ້ອງການໃຊ້ ຄວາມຮ້ອນ, ທ່າມກາງລາຄາເຊື້ອເພີງທີ່ສູງ ເຮັດໃຫ້ຄວາມຕ້ອງການມີຈໍາກັດໃນຂະແໜງອຸດສາຫະກຳ. ແຕ່ວ່າ, ລາຄາແກັສໃນໄລຍະລະດູໜາວ ເຊິ່ງມີຄວາມຕ້ອງການຫຼາຍທີ່ສຸດໄດ້ເລີ່ມຫຼຸດລົງ ເນື່ອງຈາກມີບັນທຶກສິນຄ້າຄັງສຳຮອງ.