ທັບນັກກີລາກະຕໍ້ທີມຊາດລາວ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ຈາກ 2 ລາຍການທີ່ ສປ ຈີນ

104

ທັບນັກກີລາກະຕໍ້ທີມຊາດລາວ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃນການແຂ່ງຂັນກີລາກະຕໍ້ບັນດາປະເທດລຸ່ມແມ່ນໍ້າຂອງ ໃນການແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ເມືອງຢູນນານ ທີ່ ສປ ຈີນ ເປັນເຈົ້າພາບ.

ທັບນັກກີລາກະຕໍ້ທີມຊາດລາວ ຊຸດນີ້ ສ່ວນໃຫຍ່ເປັນ ນັກສຶກສາຈາກສະຖາບັນກີລາກາຍະກຳ ແລະ ໂຮງຮຽນພອນສະຫວັນກີລາ-ກາຍະກຳ ໂດຍການນໍາພາຂອງທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກີລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະ ແລະ ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຜູ້ອຳນວຍການໂຮງຮຽນພອນສະຫວັນກີລາ-ກາຍະກຳ ເປັນຜູ້ຈັດການທີມ ສຳລັບຜົນງານສາມາດສ້າງຜົນງານສະເທື່ອນວົງການກີລາກະຕໍ້ບັນດາປະເທດລຸ່ມແມ່ນໍ້າຂອງ ດ້ວຍການກວາດໄດ້ເພີ່ມອີກ 4 ຫຼຽນ ກໍຄື 2 ຫຼຽນຄຳ ຈາກປະເພດທີມດ່ຽວຊາຍ ແລະ ທີມ 4 ຄົນຊາຍ ແລະ ໄດ້ 1 ຫຼຽນເງີນ ຈາກປະເພດທີມດ່ຽວ ແລະ 1 ຫຼຽນທອງໄດ້ຈາກປະເພດທີມ 4 ຄົນ ເຂົ້າຮ່ວມ 2 ລາຍການທີ່ ສປ ຈີນ ຄື:

ກ່ອນໜ້ານີ້ ທັບນັກກີລາກະຕໍ້ທີມຊາດລາວ ສາມາດສ້າງຜົນງານຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ ໃນການແຂ່ງຂັນກີລາກະຕໍ້ນານາຊາດ ຊີງແຊັມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-21 ພະຈິກ ຜ່ານມາ ເມືອງກຸຍຢາງ.

ຫຼ້າສຸດສາມາດຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ສ້າງຜົນງານສະເທື່ອນວົງການກີລາກະຕໍ້ບັນດາປະເທດລຸ່ມແມ່ນໍ້າຂອງ ໃນການແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ເມືອງຢູນນານ ທີ່ ສປ ຈີນ ເປັນເຈົ້າພາບ.

ເຮັດໃຫ້ ທັບນັກກິລາກະຕໍ້ລາວ ເຂົ້າຮ່ວມ 2 ລາຍການດັ່ງກ່າວທີ່ ສປ ຈີນ ສາມາດຍາດ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ເຊິ່ງໄດ້ເດີນທາງມາເຖິງ ສປປ ລາວ ເມື່ອວັນທີ 27 ພະຈິກ 2023 ເວລາ 09:30 ໂມງ ທີ່ສະໜາມບິນສາກົນວັດໄຕ.