ແຫຼ່ງຜະລິດກາເຟໃຫຍ່ທີ່ສຸດຂອງກູບາ ຕັ້ງເປົ້າເກັບກູ້ຜົນຜະລິດໃຫ້ໄດ້ 556 ໂຕນ

33

ເວບໄຊສຳນັກຂ່າວ granma.cu ລາຍງານວ່າ: ເທດສະບານ Tercer Frente ໃນ Santiago de Cuba ເຊິ່ງເປັນແຫຼ່ງຜະລິດກາເຟ ລາຍໃຫຍ່ທີ່ສຸດຂອງກູບາ ວາງແຜນທີ່ຈະເກັບກູ້ຜົນຜະລິດກາເຟດິບ ປະມານ 556 ໂຕນ
ລາຍງານລະບຸວ່າ: ທ່ານ Leonel Guevara ຜູ້ອຳນວຍການທົ່ວໄປ ຂອງ ບໍລິສັດກະສິກຳແບບປະສົມປະສານ ແນວໜ້າທີ 3 ຄາດການວ່າຈະເກັບກູ້ຜົນຜະລິດກາເຟດິບ ພັນ ອາລາບີກ້າ ໄດ້ປະມານ 150 ໂຕນ ແລະ ພັນໂຣບັສຕ້າ 406 ໂຕນ.

ປັດຈຸບັນ, ກາເຟ ພັນ ອາລາບີກ້າ ທີ່ຮວບຮວມໄດ້ຫຼາຍກວ່າ 40.000 ກະປ໋ອງ, ຄິດເປັນ 46% ຂອງແຜນການ.

ນອກນີ້, ກໍຍັງຊີ້ໃຫ້ເຫັນວ່າ: ເຖິງແມ່ນວ່າຈະມີສະຖານະການດ້ານໂລຈີສຕິກທີ່ຊັບຊ້ອນ ແຕ່ເຊື້ອເພີງສຳລັບການດຳເນີນງານຂອງໂຮງງານຜະລິດເຍື່ອເຈ້ຍ ແລະ ການລະດົມບຸກຄະລາກອນບາງສ່ວນ ກໍໄດ້ຮັບການຄຸ້ມຄອງ ເຊິ່ງການປະຍຸກໃຊ້ຍຸດທະສາດການເຮັດວຽກງານ ເຊັ່ນ ການເຄື່ອນຍ້າຍຄົນງານສະຫະກອນ ທີ່ຍັງບໍ່ເລີ່ມເກັບກ່ຽວ ໂດຍມີຈຸດປະສົງເພື່ອສະໜັບສະໜູນການຮວບຮວມສິນຄ້າສົ່ງອອກ.