ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກໃນອັງກິດເພີ່ມຂຶ້ນ ແຕ່ຍັງຕ່ຳກວ່າກ່ອນໂຄວິດ

36

ສຳນັກຂ່າວ infoquest ລາຍງານວ່າ ສະຖາບັນວິໄຈຕະຫຼາດ GfK ໄດ້ເຜີຍແຜ່ຜນສຳຫຼວດ ລະບຸວ່າ ຜູ້ບໍລິໂພກຊາວອັງກິດ ໄດ້ມີແງ່ມູນທີ່ເປັນບວກຕໍ່ທ່າອ່ຽງເສດຖະກິດຂອງອັງກິດ, ແຕ່ຄວາມເຊື່ອຫມັ້ນດັ່ງກ່າວຍັງຕ່ຳກວ່າກ່ອນການແຜ່ລະບາດຂອງພະຍາດໂຄວິດ-19.

ລາຍງານລະບຸວ່າ ຄວາມເຊື່ອຫມັ້ນຂອງຜູ້ບໍລິໂພກໃນເດືອນພະຈິກ 2023 ຈາກສະຖາບັນ GfK ເພີ່ມຂຶ້ນມາຢູ່ທີ່ -24 ຈາກລະດັບເດືອນຕຸລະຢູ່ທີ່ -30 ແລະ ດີກວ່າຜົນສຳຫຼວດຄວາມຄິດເຫັນຂອງນັກເສດຖະສາດຂາກສຳນັກຂ່າວຣອຍເຕີ ທີ່ຄາດວ່າ ຄະຢູ່ທີ່ -28.

ເຖິງວ່າໄດ້ຮັບແຮງກົດດັນຈາກຄ່າຄອງຊີບທີ່ຍັງຢູ່ໃນລະດັບສູງ ແຕ່ຄວາມເຊື່ອຫມັ້ນຜູ້ບໍລິໂພກຂອງ GfK ໃນເດືອນພະຈິກກໍແຂງແກ່ນກວ່າທີ່ຄາດການໄວ້ ໂດຍມີລະດັບເພີ່ມຂຶ້ນເຖິງ 6 ຈຸດ, ຖືວ່າເປັນການເພີ່ມຂຶ້ນຈາກເດືອນຕໍ່ເດືອນຫຼາຍທີ່ສຸດ ນັບແຕ່ເດືອນມີນາ ຫາ ເດືອນເມສາຜ່ານມາ, ເຖິງວ່າລະດັບຄວາມເຊື່ອຫມັ້ນຈາກການສຳຫຼວດຄັ້ງຫຼ້າສຸດນີ້ ຍັງຢູ່ລະດັບຕ່ຳກວ່າກ່ອນເກີດກ່ານແຜ່ລະບາດຂອງພະຍາດໂຄວິດກໍຕາມ.

ທ່ານ ໂຈ ສະຕາຕັນ ຜູ້ອຳນວຍການຝ່າຍກົນລະຍຸດລູກຄ້າຂອງ GfK ກ່າວວ່າ: “ຄວາມເຊື່ອຫມັ້ນຂອງຜູ້ບໍລິໂພກທີ່ຂຶ້ນໆລົງໆ ໃນໄລຍະຜ່ານມາ ໄດ້ຕອກຢ້ຳເຖິງ ຄວາມຜັນຜວນດ້ານເສດຖະກິດຂອງອັງກິດ ເນື່ອງຈາກໄດ້ຮັບຂ່າວດີເລື່ອງອັດຕາເງິນເຟີ້ຫຼຸດລົງ ແລະ ຄ່າແຮງງານເພີ່ມຂຶ້ນ ແຕ່ພາສີອາກອນສ່ວນບຸກຄົນກໍຍັງຢູ່ໃນລະດັບສູງ ບວກກັບລາຄານ້ຳມັນ ແລະ ພະລັງງານທີ່ເພີ່ມຂຶ້ນ”.

ທັງນີ້ GfK ໄດ້ສຳຫຼວດຄວາມຄິດເຫັນຂອງຊາວອັງກິດປະມານ 2.000 ຄົນ ນັບແຕ່ວັນທີ 1 ຫາ 14 ພະຈິກຜ່ານມາ.