ຊາອຸດິດ ອາຣັບບີ ພົບແຫຼ່ງແກ໊ສທໍາມະຊາດໃໝ່ ຫຼາຍແຫ່ງ

44

ເວບໄຊສຳນັກຂ່າວ bnews.vn ລາຍງານວ່າ: ເມື່ອວັນທີ 19 ພະຈິກຜ່ານມາ ຊາອຸດິດ ອາຣັບບີ ໄດ້ປະກາດວ່າ ໄດ້ຄົ້ນພົບແຫຼ່ງແກັສທໍາມະຊາດແຫ່ງໃໝ່ໃນພາກພື້ນທະເລຊາຍ Empty Quarter ທາງຕອນໃຕ້ຂອງປະເທດ.

ຕາມການລາຍງານຂອງສຳນັກຂ່າວຊາອຸດິດ ອາຣັບບີ ( APS ) ລະບຸວ່າ: ບໍລິສັດນໍ້າມັນ ແລະ ແກັສຂອງ Saudi Aramco ໄດ້ຄົ້ນພົບແຫຼ່ງແກັສທໍາມະຊາດ 2 ແຫ່ງ ຄື: Al-Hiran ແລະ Al-Mahakik ຢູ່ພາກພື້ນທະເລຊາຍ Empty Quarter. ນອກຈາກນີ້, ຍັງພົບແກັສທໍາມະຊາດໃນແຫຼ່ງກັກເກັບ 5 ແຫ່ງ ໃນພື້ນທີ່ ທີ່ເຄີຍຄົ້ນພົບກ່ອນໜ້ານີ້.

ຈາກຂໍ້ມູນຂອງ APS ບໍລິສັດ Saudi Aramco ໄດ້ຕັ້ງເປົ້າທີ່ຈະເພີ່ມການຜະລິດແກັສ 50% ໃນປີ 2030 ເມື່ອທຽບກັບລະດັບປີ 2021.

ຊາອຸດິດ ອາຣັບບີ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນນໍ້າມັນ ແລະ ແກັສທໍາມະຊາດ ເຊິ່ງຊັບພະຍາກອນທໍາມະຊາດສຳຮອງຂອງປະເທດ ມີມູນຄ່າປະມານ 34.400 ຕື້ໂດລາ. ຂະນະທີ່ນໍ້າມັນປະມານ 20% ຂອງໂລກມາຈາກປະເທດນີ້.

ເມື່ອທ້າຍປີຜ່ານມາ, ຊາອຸດິດ ອາຣັບບີ ໄດ້ຄົ້ນພົບແຫຼ່ງແກັສທໍາມະຊາດໃໝ່ 2 ແຫ່ງ ຄື: Awtad ແລະ AlDahna ໃນພາກພື້ນຕາເວັນອອກຂອງປະເທດ.

Awtad ຖືກຄົ້ນພົບທີ່ແຫຼ່ງ Ghawar ແລະ ມີແກ໊ສໄຫຼຈາກບໍ່ Awtad-108001 ແລະ ບໍ່ Awtad-100921 ແລະ ອີກບໍ່ໜຶ່ງຄື Awtad-100921.

AlDahna ຖືກຄົ້ນພົບຫ່າງຈາກ Dhahran ໄປທາງຕາເວັນອອກສ່ຽງໃຕ້ 230 ກິໂລແມັດ ແລະ ໄຫຼຈາກບໍ່ AlDahna-4 ແລະ ບໍ່ Al-Dahna-370100.