ຄວາມມັນກໍາລັງເລີ່ມ ກັບງານ Trie break 24 ພະຈິກ 2023 ນີ້

36

ສາຍມັກມ່ວນ ມີພອນສະຫວັນໃນການເຕັ້ນຫ້າມພາດ! ມີນັດກັນ 24 ພະຈິກ 2023 ນີ້ ເຮົາຈະໄດ້ພົບກັບແຂກຮັບເຊີນພິເສດ ຄະນະກຳມະການ ແລະ MC, DJ ທັງລາວ ແລະ ປະເທດເພື່ອນບ້ານ ( ປະເທດໄທ ) ຫຼື ຈາກປະເທດຈີນອີກດ້ວຍ ງານນີ້ ຄັບຄາໜາແໜ້ນໄປດ້ວຍ ຄວາມມ່ວນມັນແນ່ນອນ ທີ່ຈະມາຮ່ວມຄັດເລືອກໄວໜຸ່ມລາວເຮົາແລ້ວພົບກັນ.

ທີ່ສໍາຄັນມີແຂກຮັບເຊີນສຸດພິເສດ ແລະ ຄະນະກຳມະການ Bboy cllil Laos, Bboy ATD Thailand,Bboy Dragon smile China, Huserong China, RGB RANGERBOX Laos, JBOY Laos ມາແລ້ວ Tie break #laos ສິ້ນສຸດການລໍຄອຍກັບແຂ່ງຂັນເຕັ້ນ Bboy & Bgirl 1 VS 1 ຜູ້ຊະນະເລີດຈະໄດ້ຮັບເງິນລາງວັນ, ການເດີນທາງ ແລະ ທີ່ພັກໄປແຂ່ງຕໍ່ທີ່ປະເທດຈີນ ໃນງານ Tiebreak ມາຮ່ວມແຂ່ງຂັນ, ຊົມເຊີຍ, ເປັນກຳລັງໃຈ ແລະ ສົ່ງເສີມໄວໜຸ່ມລາວ ວ່າໃຜຈະເປັນຜູ້ທີ່ຢືນ 1 ດ່ຽວ ຂອງໄວໜຸ່ມລາວເຮົາ ແລະ ເປັນຕົວແທນປະເທດໄປຄວ້າແຊັມມາໃຫ້ປະເທດເຮົາ.

ສໍາລັບສະຖານທີ່ຈັດງານແມ່ນທີ່ໄອເຕັກ ຕຶກເກົ່າ ໃນວັນທີ 24 ພະຈິກ 2023 ນີ້ ເວລາ 16:00 – 19:00 ເຂົ້າຊົມຟຣີຢ່າລືມໄປມ່ວນມັນນໍາກັນຫຼາຍໆ ເຊິ່ງຜູ້ເຂົ້າຮ່ວມແຂ່ງຂັນ ລົງທະບຽນອອນລາຍ 50.000ກີບ ( ປິດລົງທະບຽນອອນລາຍ 23 ພະຈິກ 2023 ) ຫຼື ລົງທະບຽນໜ້າງານ 100.000 ກີບ ໂດຍສາມາດລົງທະບຽນອອນລາຍໄດ້ທີ່:

https://forms.gle/fwLRZmQyQw46QCtE9 ສອບຖາມຂໍ້ມູນເພີ່ມຕື່ມ: 020 5211 7574.

ງານນີ້ຂ່າວບັນເທີງເອງຝາກໄວໜຸ່ມທີ່ມີຄວາມສາມາດທັງຫຼາຍ ຮ່ວມສະໝັກກັນຫຼາຍໆເດີ ເພື່ອລຸ້ນຮັບລາງວັນ ແລະ ຍັງຈະໄດ້ມີໂອກາດສະແດງຄວາມສາມາດໃນເວທີຕ່າງປະເທດອີກດ້ວຍ.