ຫວຽດນາມ ຖືເອົາຕະຫຼາດຈີນເປັນຫຼັກ ສົ່ງອອກຜະລິດຕະພັນ

42

ເວບໄຊ Vtv.vn ລາຍງານໃຫ້ຮູ້ວ່າ: ສສ ຫວຽດນາມ ໄດ້ຕັ້ງ ຄວາມຫວັງກັບຕະຫຼາດຈີນ ເປັນວິທີແກ້ໄຂບັນຫາໃນການສົ່ງເສີມການສົ່ງອອກຜະລິດຕະພັນ ເປັນຕະຫຼາດຫຼັກ ໂດຍສະເພາະ ຕົວເລກ 10 ເດືອນປີນີ້ ທີ່ເພີ່ມຂຶ້ນເມື່ອທຽບກັບໄລຍະດຽວກັນປີ 2022 ແລະ ໃນປີ 2030 ການຄ້າຕາມຊາຍແດນລະຫວ່າງ ຫວຽດນາມ – ຈີນ ຈະມີເຖິງ 26 ແຫ່ງ ເຊິ່ງໃນນີ້ ມີປະຕູຢູ່ດ່ານສາກົນ 14 ແຫ່ງ ແລະ ດ່ານປະເພນີ 12 ແຫ່ງ ທີ່ຈະຊ່ວຍເພີ່ມມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ລະຫວ່າງ ສອງປະເທດ.

ໃນໄລຍະ 10 ເດືອນ ປີ 2023 ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ຫວຽດນາມ – ຈີນ ມີມູນຄ່າຫຼາຍກວ່າ 139 ຕື້ໂດລາ ໂດຍສິ່ງທີ່ເປັນຈຸດສົນໃຈ ແມ່ນການສົ່ງອອກໄປຍັງຕະຫຼາດນີ້ ທີ່ບັນລຸ 49,5 ຕື້ໂດລາ ເພີ່ມຂຶ້ນ 5% ທຽບເປັນລາຍປີ.

อาจเป็นรูปภาพของ 1 คน, เห็ดหอม, ติ่มซำ และ เห็ดถอบ

ຂະນະທີ່, ຕາມການລາຍງານຂອງກະຊວງກິສະກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນມີທຸລະກິດ 5 ແຫ່ງ ທີ່ໄດ້ຮັບລະຫັດຢ່າງເປັນທາງການ ໃນການສົ່ງອອກຜະລິດຕະພັນຮັງນົກ ໄປຍັງປະເທດຈີນ ເຊິ່ງປັດຈຸບັນ ຮັງນົກຫວຽກນາມ ສົ່ງໄປຈີນ 150 ໂຕນ ມູນຄ່າ 600 ລ້ານໂດລາ. ໃນທ້າຍເດືອນນີ້ ແລະ ຕົ້ນເດືອນໜ້າ, ບໍລິສັດຫຸ້ນສ່ວນໂພຊະນາການ ອານວາເນັດ (Avanest) ຫວຽດນາມ ກໍຈະຈັດສົ່ງ ຜະລິດຕະພັນ ຮັງນົກ ຈໍານວນ 3 ຕູ້ຄອນເທນເນີ.

ການສົ່ງອອກກຸ່ມສິນຄ້າຫຼັກ ທີ່ຊ່ວຍໃຫ້ຫວຽດນາມສົ່ງອອກໄປຍັງຈີນໃນໄລຍະ 10 ເດືອນ ປີນີ້ ໄດ້ສ້າງລາຍຮັບສ່ວນໃຫຍ່ເຖິງ 49,5 ຕື້ໂດລາ ເຊິ່ງເປັນໄປບໍ່ໄດ້ ທີ່ຈະບໍ່ກ່າວເຖິງກຸ່ມສິນຄ້າກະສິກຳ ໂດຍໄດ້ສົ່ງອອກຜັກ ແລະ ໝາກໄມ້ ມູນຄ່າ 2,75 ຕື້ໂດລາ ເພີ່ມຂຶ້ນ 2,6 ເທົ່າ ຈາກໄລຍະດຽວກັນຂອງປີ 2022. ໃນນີ້, ການສົ່ງອອກຖົ່ວລຽນ ໂດດເດັ່ນທີ່ສຸດ ມີເຖິງ 60.000 ໂຕນ ຜ່ານຊາຍແດນ ກິມແທັ້ງ ມູນຄ່າເກືອບ 300 ລ້ານໂດລາ ເຊິ່ງຖົ່ວລຽນ ເປັນຜະລິດຕະພັນກະສິກຳ ທີ່ມີມູນຄ່າສົ່ງອອກຫຼາຍທີ່ສຸດ ໂດຍແຕ່ລະບັນຈຸພັນ ມີມູນຄ່າເກືອບ 2 ຕື້ດົງ, ສູງກວ່າໝາກໄມ້ຊະນິດອື່ນໆທີ່ສົ່ງອອກແບບດັ້ງເດີມເຖິງ 4-5 ເທົ່າ.

ລັດຖະບານຫວຽດນາມ ໄດ້ສົ່ງເສີມການເຕີບໂຕຂອງການສົ່ງອອກ ລະຫວ່າງ ຫວຽດນາມ – ຈີນ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ຂອງຫວຽດນາມ ໃຫ້ຮູ້ວ່າ: ການສົ່ງອອກໄປຍັງຕະຫຼາດຈີນ ຍັງມີຊ່ອງວ່າງໃຫ້ເຕີບໂຕ ນັບຈາກນີ້ຈົນໝົດປີ ແລະ ກ້າວເຂົ້າສູ່ປີ 2024 ເນື່ອງຈາກການສົ່ງອອກອາຫານທະເລ ຍັງສືບຕໍ່ເພີ່ມຂຶ້ນທຸກເດືອນ ໂດຍສະເພາະໃນງານວາງສະແດງສິນຄ້າ ລະຫວ່າງ ຫວຽດນາມ – ຈີນ ຄັ້ງທີ 23 ຜ່ານມານີ້ ການລົງນາມຂໍ້ຕົກລົງຮ່ວມມື ມີເຖິງ 109 ສະບັບ ແລະ ສັນຍາທາງເສດຖະກິດ 22 ສະບັບ ລະຫວ່າງ ວິສາຫະກິດຫວຽດນາມ – ຈີນ ເຊິ່ງເປັນການເປີດໂອກາດໃຫ້ທຸລະກິດຫວຽດນາມ ຫາພັນທະມິດ ແລະ ຂະຫຍາຍຕະຫຼາດສົ່ງອອກໃນອະນາຄົດອັນໃກ້ນີ້.