ນັກວິເຄາະຄາດ ອິນເດຍ ອາດຈຳກັດການສົ່ງອອກເຂົ້າ ຈົນເຖິງປີໜ້າ

34

ເວບໄຊຂອງ ສຳນັກຂ່າວ infoquest ລາຍງານວ່າ ນັກວິເຄາະຄາດການວ່າ ອິນເດຍ ເຊິ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກ ຍັງນຳໃຊ້ມາດຕະການຄວບຄຸມການສົ່ງອອກເຂົ້າຈົນເຖິງປີໜ້າ ເຊິ່ງຫາກດຳເນີນມາດຕະການດັ່ງກ່າວ ຈະເຮັດໃຫ້ລາຄາເຂົ້າໃນຕະຫຼາດໂລກເພີ່ມຂຶ້ນສູ່ຈຸດສູງສຸດນັບແຕ່ປີ 2008 ເຊິ່ງເປັນປີວິກິດການອາຫານໂລກ.

ໃນຊຸມປີຜ່ານມາ ອິນເດຍໄດ້ກາຍເປັນຜູ້ສົ່ງອອກເຂົ້າລາຍ ໃຫຍ່ທີ່ສຸດຂອງໂລກ ກວມເອົາ 40% ຂອງການສົ່ງອອກເຂົ້າທົ່ວໂລກ ໂດຍມີບັນດາປະເທດໃນທະວີບອາຟຣິກກາ ເປັນຜູ້ຊື້ລາຍໃຫຍ່ຂອງຕະຫຼາດເຂົ້າອິນເດຍ.

ທັງນີ້ ໃນປີ 2023 ລັດຖະບານອິນເດຍໄດ້ອອກມາດຕະການຈຳກັດການສົ່ງອອກເຂົ້າຫຼາຍຄັ້ງ ເພື່ອສະກັດການເພີ່ມຂຶ້ນຂອງລາຄາເຂົ້າພາຍໃນປະເທດ, ຕໍ່ບັນຫາດັ່ງກ່າວ ນັກເສດຖະສາດໄດ້ຄາດການວ່າ ລັດຖະບານອິນເດຍອາດຈະຍັງໃຊ້ມາດຕະການຄວບຄຸມການສົ່ງອອກເຂົ້າຕໍ່ໄປອີກ ເຖິງວ່າ ປີໜ້າ ອິນເດຍຈະມີການເລືອກຕັ້ງທົ່ວໄປກໍຕາມ ຕາບໃດທີ່ລາຄາເຂົ້າພາຍໃນປະເທດ ຍັງຢູ່ໃນລະດັບສູງ.

ທັງນີ້ ລັດຖະບານອິນເດຍໄດ້ອອກມາດຕະການເກັບພາສີການສົ່ງອອກເຂົ້າ ແລ ກຳນົດເພດານລາຄາເຂົ້າຂັ້ນຕ່ຳ ໂດຍເຂົ້າບາງປະເພດເຊັ່ນ: ເຂົ້າຫັກ ແລະ ພັນເຂົ້າຂາວທີ່ບໍ່ແມ່ນເຂົ້າ ບາສມາຕິ ຈະບໍ່ໄດ້ຮັບອະນຸຍາດສົ່ງອອກຢ່າງເດັດຂາດ, ຈາກບັນຫາດັ່ງກ່າວໄດ້ເຮັດໃຫ້ລາຄາເຂົ້າໃນຕະຫຼາດໂລກເພີ່ມຂຶ້ນສູງສຸດໃນຮອບ 15 ປີ ໃນເດືອນສິງຫາຜ່ານມາ ແລະ ເຮັດໃຫ້ກຸ່ມປະເທດທຸກຍາກຢຸດຕິການສັ່ງຊື້ເຂົ້າຈາກອິນເດຍ, ບາງປະເທດຂໍເລື່ອນການຊຳລະຄ່າເຂົ້າອອກໄປກ່ອນ.