ອີກໜຶ່ງບົດບາດ MISTER GLOBAL LAOS 2023 ລົງແຂ່ງບານສົ່ງ ເບຍລາວ ແຊັມປ້ຽນຊິບ 2023

37

ແສງພະຈັນ ແສງຈັນທະວົງ ( ບອຍ ) MISTER GLOBAL LAOS 2023 ກັບອີກໜຶ່ງບົດບາດທີ່ໜ້າສົນໃຈກໍຄືການເປັນນັກກີລາບານສົ່ງຂອງສະໂມສອນ ອິນເທັນເຊິນ ( INTENTION VC ) ລົງແຂ່ງບານສົ່ງ ໃນລາຍການ ເບຍລາວ ວໍເລບອລ ແຊມປ້ຽນຊິບ 2023 ( Beerlao Volleyball Championship 2023 ) ລະຫວ່າງວັນທີ 4 ພະຈິກ -10 ທັນວາ 2023 ທີ່ສະໜາມບານສົ່ງໃນຮົ່ມກອງທັບ ຫຼັກ 5 ນະຄອນຫຼວງວຽງຈັນ ສປປ ລາວ.

ບອຍ ແສງພະຈັນ ລົງແຂ່ງຂັນໃຫ້ກັບ ອິນເທັນເຊິນ 3 ນັດ ເຖິງຈະເສຍໄປທັງໝົດ ແຕ່ບອຍ ກໍສາມາດເກັບຄະແນນໃຫ້ກັບທີມໄດ້ຫຼາຍຄັ້ງ ຈາກການເປັນຕົວຕົບຕົວເດັດຂອງ ອິນເທັນເຊິນ ເຊິ່ງປັດບັນ ອິນເທັນເຊິນ ລົງສະໜາມໄປແລ້ວ 4 ນັດເສຍໄປທັງໝົດຍັງບໍ່ມີຈັກຄະແນນ ໂດຍທີມນໍາເປັນຂອງ ກອງທັບ ແລະ ອິນທະສອນ ມີ 15 ຄະແນນເທົ່າກັນຈາກໄຊຊະນະ 5 ນັດລວດ.

ປັດຈຸບັນ ບອຍ ແສງພະຈັນ MISTER GLOBAL LAOS 2023 ຢູ່ໃນໄລຍະໄປປະກວດໃນເວທີສາກົນ Mister Global ຄັ້ງທີ 9 ລະຫວ່າງ 16-26 ພະຈິກ 2023 ທີ່ມາຫາສະລະຄາມ, ປະເທດໄທ ເຊິ່ງກໍໄດ້ຜ່ານມາແລ້ວ 2-3 ຮອບ ໂດຍມື້ສຸດທ້າຍຈະໄປຕັດສິນໃນວັນທີ 26 ພະຈິກ 2023 ຖ້າຕິດຕາມຜົນງານກະແລ້ວກັນ.

ບອຍ ໃຫ້ສໍາພາດກັບທີມງານພວກເຮົາວ່າ: ນ້ອງແມ່ນໄດ້ແຂ່ງຂັນໃຫ້ກັບ ອິນເທັນເຊິນ ໃນບານສົ່ງ 3 ນັດແລ້ວ ເຖິງວ່າຈະເສຍ ແຕ່ລະນັດເຫັນນັກກີລາໃນທີມພວກເຮົາກໍພັດທະນາ ແລະ ຫຼິ້ນເຂົ້າກັນຫຼາຍຂຶ້ນ. ຢ່າງໃດກໍຕາມ ຖ້ານ້ອງກັບມາແຕ່ການປະກວດ MISTER GLOBAL ທີ່ປະເທດໄທ ຈະປັບປຸງ ແລະ ຝຶກຊ້ອມ ເພື່ອກັບມາແຂ່ງຂັນອີກຄັ້ງ, ສ່ວນໃນເວທີ MISTER GLOBAL ນ້ອງກໍຈະເຮັດໃຫ້ດີທີ່ສຸດ ແລະ ສູ້ເຕັມທີ່ເຊັ່ນກັນ.

ສໍາລັບ ບອຍ ເກີດທີ່ບ້ານໂພນງາມ ເມືອງໂພນໂຮງ ແຂວງວຽງຈັນ ເປັນທີ່ຮູ້ຈັກໃນນາມຜູ້ຊ່ວຍກໍາມະການສຸດຫຼໍ່ ລົງຕັດສິນຫຼາຍໆລາຍການທີ່ຜ່ານມາບໍ່ວ່າເປັນ ລາວລີກ 1, ລາວລີກ 2, ບານເຕະຊີງຂັນ ສຕລ ແລະ ລາຍການອື່ນໆຢ່າງຫຼວງຫຼາຍ ຕະຫຼອດໄລຍະທີ່ມາສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດການກີລາ ທີ່ຫາກໍຈົບໃໝ່ໃນປີ 2023 ແລະ ຫຼ້າສຸດກໍໄດ້ຫຼິ້ນບານສົ່ງໃຫ້ກັບ ອິນເທັນເຊິນ ລວມທັງຍັງຫາຄວາມທ້າທາຍໃໝ່ເຂົ້າປະກາດໃນເວທີ MISTER GLOBAL LAOS 2023 ຄັ້ງທໍາອິດ ກໍສາມາດຄວ້າຕໍາແໜ່ງດັ່ງກ່າວອີກດ້ວຍ.
ຂ່າວ-ຮູບ: Larh Creators