ນັກທ່ອງທ່ຽວຕ່າງປະເທດເຂົ້າຍີ່ປຸ່ນ ໃນເດືອນຕຸລາ ຫຼາຍກວ່າຍຸກກ່ອນໂຄວິດ

25

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການສົ່ງເສີມການທ່ອງທ່ຽວແຫ່ງຍີ່ປຸ່ນ ( JNTO ) ເປີດເຜີຍວ່າ ໃນເດືອນຕຸລາ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາຍີ່ປຸ່ນ 2.516.500 ເທື່ອຄົນ ເພີ່ມຂຶ້ນ 0,8% ເມື່ອທຽບກັບເດືອນຕຸລາຂອງປີ 2019.

ສະຖິຕິດັ່ງກ່າວ ເປັນຄັ້ງທຳອິດທີ່ມີນັກທ່ອງທ່ຽວເດີນທາງເຂົ້າຍີ່ປຸ່ນຕໍ່ເດືອນ ຫຼາຍກວ່າຊ່ວງກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຮງສະຫນັບສະຫນູນຈາກການອ່ອນຄ່າຂອງເງິນເຢນ ບວກກັບສາຍການບິນລະຫວ່າງປະເທດຫຼາຍແຫ່ງກັບມາເປີດຖ້ຽວບິນສູ່ຍີ່ປຸ່ນເພີ່ມຂຶ້ນ.

ຫາກແຍກຕາມສັນຊາດຂອງນັກທ່ອງທ່ຽວປາກົດວ່າ ນັກທ່ອງທ່ຽວຈາກ ສ ເກົາຫຼີ ເດີນທາງໄປຍີ່ປຸ່ນຫຼາຍກວ່າຫມູ່ ໃນເດືອນຕຸລາ ດ້ວຍສະຖິຕິ 631.000 ຄົນ ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າເມື່ອທຽບກັບເດືອນຕຸລາ 2019, ຮອງລົງມາແມ່ນໄຕ້ຫັວນ ຈຳນວນ 424.800 ຄົນ ເພີ່ມຂຶ້ນ 2,7% ເມື່ອທຽບກັບເດືອນຕຸລາ 2019.

JNTO ຍັງເປີດເຜີຍວ່າ: ໃນ 10 ເດືອນຂອງປີນີ້ ( ເດືອນມັງກອນ ຫາ ເດືອນຕຸລາ ) ຂອງປີນີ້ ມີນັກທ່ອງທ່ຽວຕ່າງປະເທດເດີນທາງໄປທ່ອງທ່ຽວຍີ່ປຸ່ນຫຼາຍກວ່າ 19,98 ລ້ານເທື່ອຄົນ ເຊິ່ງມີຄວາມເປັນໄປໄດ້ສູງ ທີ່ຈະບັນລຸເປົ້າຫມາຍຂອງລັດຖະບານຍີ່ປຸ່ນຕັ້ງເປົ້າໄວ້ ຢູ່ທີ່ 25 ລ້ານເທື່ອຄົນໃນປີ 2023 ນີ້.