ເບ ສະຫວັນ ຄວ້າແຊັມ ຟຸດຊໍ ລາວລີກ 2023, ວັນທິດນີ້ກຽມຮັບຂັນແຊັມຢ່າງເປັນທາງການ

43

ເປັນທີ່ແນ່ນອນແລ້ວວ່າ ສະໂມສອນ ຟຸດຊໍ ເບ ສະຫວັນ ເອັຟຊີ ຈະໄດ້ຍົກຂັນແຊັມການແຂ່ງຂັນກີລາ ຟຸດຊໍ ລາວລີກ ປະຈຳປີ 2023 ຫຼັງລົງສະໜາມນັດຫຼ້າສຸດເມື່ອທ້າຍອາທິດທີ່ຜ່ານມາ ສະເໝີ ສະໂມສອນ ເໜືອ-ໃຕ້ 2-2 ແບ່ງກັນໄປທີມລະ 1 ຄະແນນ ສົ່ງຜົນໃຫ້ ເບ ສະຫວັນ ເກັບເພີ່ມເປັນ 28 ຄະແນນ ຈາກການລົງສະໜາມ 10 ນັດ ເຮັດໃຫ້ຄວ້າແຊັມໄປຄອງ ເນື່ອງຈາກມີຄະແນນນໍາອັນດັບ 2 ຄິງດອມ ຢູໄນເຕັດ ມີ່ມີ 25 ຄະແນນທັງທີ່ເຫຼືອການແຂ່ງຂັນພຽງ 1 ນັດໄລ່ແນວໃດກໍບໍ່ທັນ ເພາະເຮດທູເຮດ ເບສະຫວັນ ເຄີຍຊະນະ ຄິງດອມ ມາກ່ອນໜ້ານີ້.

ການແຂ່ງຂັນ ຟຸດຊໍ ລາວລີກ 2023 ໄດ້ສືບຕໍ່ດຳເນີນແຂ່ງຂັນລະຫວ່າງວັນທີ 11-12 ພະຈິກ 2023 ທີ່ສະໜາມກີລາຟຸດຊໍ ສູນຝຶກກິລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງມີການລົງສະໜາມແຂ່ງຂັນປົກກະຕິ 6 ຄູ່ ກໍຄື ວັນເສົາ 3 ຄູ່ ແລະ ວັນອາທິດ 3 ຄູ່ ໂດຍສະເພາະຄູ່ເອກ ສະໂມສອນ ເບ ສະຫວັນ ເອັບຊີ ພົບກັບ ສະໂມສອນ ເໜືອ-ໃຕ້ ຈັດຂຶ້ນ ໃນວັນອາທິດ ມີບັນດາແຟນພັນແທ້ຟຸດຊໍລາວ ກໍຄືຂອງສະໂມສອນດັ່ງກ່າວເຂົ້າຮ່ວມຊົມ ແລະ ເຊຍ ຢ່າງຫຼວງຫຼາຍ.

ຜ່ານການແຂ່ງຂັນຜົນປະກົດວ່າທັງສອງທີມກິນກັນບໍ່ລົງ ເບ ສະຫວັນ ສະເໝີ ເໜືອ-ໃຕ້ ໄປແບບສຸດເດືອດ 2-2 ປະຕູ ແບ່ງກັນໄປທີມລະ 1 ຄະແນນ ສົ່ງຜົນໃຫ້ ເບ ສະຫວັນ ເກັບເພີ່ມເປັນ 28 ຄະແນນ ຈາກການລົງສະໜາມ 10 ນັດ ສ່ວນ ເໜືອ-ໃຕ້ ຍັງຈັ້ງຢູ່ອັນດັບທີ 3 ຂອງຕາຕະລາງ ຈາກການລົງສະໜາມ 10 ນັດ ຊະນະ 6 ນັດ, ສະເໝີ 2 ນັດ ແລະ ເສຍ 2 ນັດ ມີ 20 ຄະແນນ ຂະນະທີ່ ອັນດັບທີ 2 ສະໂມສອນ ຄິງດອມ ລົງສະໜາມແຂ່ງຂັນ ຊະນະ 8 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 25 ຄະແນນ.

ຈາກຜົນງານດ່ງກ່າວເຮັດໃຫ້ ເບ ສະຫວັນ ເອັຟຊີ ທີ່ໄດ້ລົງສະໜາມນັດທີ 10 ຊະນະ 9 ນັດ ແລະ ສະເໝີ 1 ນັດ ລວມມີ 28 ຄະແນນ ເປັນທີມດຽວທີ່ສ້າງສະຖິຕິຍັງບໍ່ເສຍໃຫ້ທີມໃດເທື່ອ ແລະ ຖືເປັນທີ່ແນ່ນອນແລ້ວ ທີ່ຈະໄດ້ຍົກຂັນແຊ໋ມລາຍການດັ່ງກ່າວ ໄປຄອງເຖິງຈະຍັງເຫຼືອພຽງ 1 ນັດກໍຕາມ ເຮັດໃຫ້ ຄິງດອມ ໄລ່ຫຼັງບໍ່ທັນເນື່ອງຈາກເຮດທູເຮດ ແລະ ປະຕູໄດ້ ເບ ສະຫວັນ ເອັຟຊີ ເໜືອກວ່າ ເຊິ່ງນັດສຸດທ້າຍ ເບ ສະຫວັນ ເອັຟຊີ ຈະພົບກັບ ມາສດ້າ ຈີບີ ເວລາ 18:00 ໂມງໃນວັນອາທິດທີ 19 ພະຈິກ 2023 ຫຼັງຈົບການແຂ່ງຂັນຈະມີພິທີມອບຂັນແຊັມ ແລະ ປິດການແຂ່ງຂັນຢ່າງເປັນທາງການ.

ສຳລັບການແຂ່ງຂັນຟຸດຊໍ ລາວລີກ 2023 ມີ 12 ສະໂມສອນເຂົ້າຮ່ວມ ແຂ່ງຂັນຮອບດຽວ ໂດຍທີມແຊັມໄດ້ຮັບຂັນແຊັມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ 20.000.000 ກີບ, ຮອງຊະນະເລີດ ໄດ້ຮັບຫຼຽນ ແລະ ເງິນລາງວັນ 15.000.000 ກີບ ແລະ ອັນດັບທີ 3 ຈະໄດ້ຫຼຽນ ແລະ ເງິນລາງວັນ 10.000.000ກີບ. ນອກຈາກນັ້ນ, ກໍຍັງມີລາງວັນດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ, ນັກກິລາດີເດັ່ນ ເເລະ ຄູຝຶກດີເດັ່ນ.
ຂ່າວ: Larh Creators; ຮູບຈາກ: ສຕລ