ກຸ່ມນໍ້າໃຈລາວ ແລະ ແອວ&ເອັນ ລະດົມທຶນຊ່ວຍເຫຼືອ ໂຮງຮຽນ 2 ແຫ່ງ ເມືອງຫາດຊາຍຟອງ

44

ກຸ່ມນໍ້າໃຈລາວ ແລະ ບໍລິສັດ ແອວ&ເອັນ (L&N) ອະສັງຫາລິມະຊັບ ແລະ ວິສະວະກໍາກໍ່ສ້າງ ຕະຫຼອດຮອດບຸກຄົນ ແລະ ນິຕິບຸກຄົນ ໄດ້ຮ່ວມໃຈກັນລະດົມທຶນຈັດຊື້ອຸປະກອນກີລາ, ເຂົ້າສານ, ປື້ມອ່ານ, ເຄື່ອງປຣີນເຕີ ແລະ ພັດລົມ ພ້ອມເງິນສົດ ລວມມູນຄ່າ 15 ລ້ານກວ່າກີບ ໄປມອບໃຫ້ແກ່ໂຮງຮຽນ 2 ແຫ່ງ ເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມເດັກນ້ອຍນັກຮຽນລາວ ກໍຄື ໂຮງຮຽນປະຖົມສຶກສາສົມບູນ ບ້ານນາໄຫ ແລະ ໂຮງຮຽນປະຖົມສຶກສາສົມບູນ ບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອພັດທະນາໃນຂົງເຂດທ້ອງຖິ່ນ ໃຫ້ມີຄຸນນະພາບທີ່ດີຂຶ້ນເລື້ອຍໆ.

ພິທີມອບ-ຮັບເຄື່ອງຕ່າງໆ ໄດ້ຈັດຂຶ້ນ ເມື່ອວັນທີ 10 ພະຈິກ ຜ່ານມາ ທີ່ໂຮງຮຽນປະຖົມສຶກສາສົມບູນ ບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍກ່າວຂອງທ່ານ ອາລີ ວິພົງໄຊ ປະທານບໍລິສັດ ແອວ&ເອັນ (L&N) ອະສັງຫາລິມະຊັບ ແລະ ວິສະວະກໍາກໍ່ສ້າງ ທັງເປັນປະທານ ກຸ່ມນໍ້າໃຈລາວ ແລະ ຕາງໜ້າກ່າວຮັບແມ່ນທ່ານ ລົມ ສົມຈິດ ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນ ບ້ານໜອງພົງ, ມີທ່ານ ນາງ ໄຄສີ ຂິນທະວົງ ຄະນະພັກເມືອງປະທານສພແມ່ຍິງເມືອງຫາດຊາຍຟອງ ທັງເປັນຫົວໜ້າກຸ່ມ Vl ທ່າພະ ແລະ ທ່ານ ບຸນເກີດ ຄຳປະເສີດ ຫົວໜ້າໜ່ວຍງານບໍລິຫານຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງ ຕະຫຼອດຮອດບັນດາຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ຕະຫຼອດຮອດສະມາຊິກກຸ່ມນໍ້າໃຈລາວເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ອາລີ ວິພົງໄຊ ກໍໄດ້ກ່າວວ່າ: ຂ້າພະເຈົ້າ ໃນນາມເປັນປະທານກຸ່ມນໍ້າໃຈລາວ ພ້ອມດ້ວຍຄະນະ ມີຄວາມຮູ້ສຶກພາກພູມໃຈ ແລະ ປື້ມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ປະກອບສ່ວນເຄື່ອງຕ່າງໆ ນຳມາມອບໃຫ້ແກ່ບ້ານໜອງພົງ ຫວັງຢ່າງຍິ່ງວ່າ ໂອກາດໜ້າພວກເຮົາຈະໄດ້ມີໂອກາດລະດົມກັນມາມອບໃຫ້ອີກ ສຳລັບ ກຸ່ມນໍ້າໃຈລາວ ຫຼື ກຸ່ມ ຮາດຣ໋ອກ ເອັຟຊີ ໄດ້ສ້າງຕັ້ງຂຶ້ນມາແຕ່ ປີ 2015 ນັບມາຮອດປັດຈຸບັນ ແມ່ນຄົບຮອບ 8 ປີ ຕະຫຼອດໄລຍະ 8 ປີ ຜ່ານອ້າຍນ້ອງຂອງກຸ່ມນໍ້າໃຈລາວ ພວກເຮົາ ໄດ້ມີການເຄື່ອນໄຫວຫຼາຍກິດຈະກຳ ເຖິງວ່າພວກເຮົາຈະພົບກັບບັນຫາຄວາມຫຍຸ້ງຍາກຕ່າງໆ ໂດຍສະເພາະ ບໍ່ໄດ້ມີໂອກາດໄດ້ໃກ້ຊິດຕິດແທດກັນ ຍ້ອນແຕ່ລະທ່ານແມ່ນໄດ້ຢູ່ຢັງຍາຍກັນຄົນລະທິດຄົນລະທາງ ແຕ່ເໜືອຮອດໃຕ້ ແຕ່ພວກເຮົາກໍໍຍັງພ້ອມໃຈກັນບິແບ່ງນໍ້າໃຈເພື່ອຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະ ປີທຳອິດ ກໍໄດ້ນຳເອົາເຄື່ອງນຸ່ງຮົ່ມຕ່າງໆ, ອຸປະກອນການສຶກສາ ແລະ ອຸປະກອນກີລາ, ເງິນສົດ ແລະ ອື່ນໆ ໄປຊ່ວຍເຫຼຶອໃຫ້ປະຊາຊົນຊາວເມືອງປາກອູ່ ແຂວງຫຼວງພະບາງ ຈາກນັ້ນ ກໍໄດ້ສືບຕໍ່ນຳເອົາບັນດາເຄື່ອງຕ່າງໆ ໄປຊ່ວຍເຫຼືອອຳນາດການປົກຄອງເມືອງໂພນທອງ ແຂວງຈຳປາສັກ, ໄປຊ່ວຍເຫຼຶອເມືອງເຟືອງ ແຂວງວຽງຈັນ ແລະ ໄປຊ່ວຍເຫຼືອ ເມືອງທ່າແຂກ ແຂວງຄຳມ່ວນ ອີກດ້ວຍ ສະນັ້ນ ໃນມື້ນີ້ ກໍເປັນອີກວາລະສຳຄັນ ທີ່ພວກເຮົາໄດ້ພ້ອມໃຈກັນ ຮ່ວມນໍ້າໃຈກັນ ນຳເອົາເຄື່ອງຕ່າງໆມາມອບໃຫ້ ຫວັງຢ່າງຍິ່ງວ່າ ບັນດາເຄື່ອງເຫຼົ່ານີ້ ຈະສ້າງປະໂຫຍດໃຫ້ແກ່ບ້ານ ກໍຄື ເມືອງຫາດຊາຍຟອງ.

ສຳລັບເຄື່ອງທີ່ນຳມາມອບໃຫ້ແກ່ໂຮງຮຽນປະຖົມສຶກສາສົມບູນ ໜອງພົງ ໃນຄັ້ງນີ້ ສາມາດລະດົມໄດ້ຈາກກຸ່ມນໍ້າໃຈລາວ ແລະ ບໍລິສັດ ແອວ&ເອັນ (L&N) ອະສັງຫາລິມະຊັບ ແລະ ວິສະວະກໍາກໍ່ສ້າງ ຈັດຊື້ອຸປະກອນກີລາ ຊຶ່ງມີບານເຕະ, ບານສົ່ງ ພ້ອມຕາໜ່າງ, ກະຕໍ້ ພ້ອມຕາໜ່າງ, ນໍ້າດື່ມ 10 ແພັກ, ເຄື່ອງປຣີນເຕີ ແລະ ພັດລົມ ລວມມູນຄ່າ 6 ລ້ານກວ່າກີບ. ນອກຈາກນັ້ນ, ທ່ານ ພັນໂທ ຄຳໃບ ມອບເສື້ອໂປໂລ 30 ຜືນ ແລະ ເຂົ້າສານ 1 ເປົາ ລວມມູນຄ່າ ເກືອບ 4 ລ້ານກີບ ກ່ອນຈະມອບເຄື່ອງໃຫ້ໂຮງຮຽນດັ່ງກ່າວ ທາງບໍລິສັດ ແອວ&ເອັນ (L&N) ອະສັງຫາລິມະຊັບ ແລະ ວິສະວະກໍາກໍ່ສ້າງ ກໍຍັງມອບເງິນສົດ ຈຳນວນ 5 ລ້ານກີບໃຫ້ຫ້ອງການບ້ານນາໄຫ ເພື່ອນຳໄປປັບປຸງກໍ່ສ້າງ ກຳແພງໂຮງຮຽນປະຖົມສຶກສາສົມບູນ ບ້ານນາໄຫ ອີກດ້ວຍ.