5 ສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ ພຽງພໍກັບຄວາມຕ້ອງການ ທົດແທນການນໍາເຂົ້າ

191

ການກຳນົດລາຍການສິນຄ້າ ແລະ ປະເພດສິນຄ້າ ສຳລັບການຜະລິດ ເພື່ອທົດແທນການນຳເຂົ້າ ດຳເນີນໄປຂ້ອນຂ້າງຊ້າ ເພາະຂໍ້ມູນກ່ຽວກັບການຜະລິດ, ປະລິມານການສະໜອງ, ມູນຄ່າການຜະລິດ, ມາດຕະຖານ ແລະ ຄຸນນະພາບຍັງບໍ່ທັນຊັດເຈນ.
ເຖິງຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ທົບທວນຫຼາຍມາດຕະການ ແລະ ວິທີການ ສຳລັບສິນຄ້າທີ່ລາວສົ່ງອອກ ແຕ່ຢູ່ພາຍໃນພັດມີຄວາມຕ້ອງການສູງເພື່ອຈະໄດ້ຊ່ວຍສົ່ງເສີມການຜະລິດຢູ່ພາຍໃນ.

อาจเป็นรูปภาพของ 2 คน และ ข้อความ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການຈັດຕັ້ງປະຕິບັດການກໍານົດລາຍການສິນຄ້າ ແລະ ປະເພດສິນຄ້າ ສຳລັບການຜະລິດເພື່ອທົດແທນການນຳເຂົ້າ ດຳເນີນໄປຂ້ອນຂ້າງຊ້າ ເພາະຂໍ້ມູນກ່ຽວກັບການຜະລິດ, ປະລິມານການສະໜອງ, ມູນຄ່າການຜະລິດ, ມາດຕະຖານ ແລະ ຄຸນນະພາບຍັງບໍ່ທັນຊັດເຈນ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເລີ່ມຈາກການປະສານກັບກຸ່ມຜະລິດຕົວຈິງທີ່ມີຂໍ້ມູນຊັດເຈນ ເປັນຕົ້ນ: ຜູ້ຜະລິດຊີມັງ, ເຫຼັກເສັ້ນ – ເຫຼັກຮູບປະພັນ, ທໍ່ນໍ້າ ( ນໍາໃຊ້ການກໍ່ສ້າງ, ລະບົບໄຟຟ້າ, ລະບົບຮ່ອງລະບາຍນໍ້າ, ການເຮັດກະສິກໍາ, ຊົນລະປະທານ ແລະ ອື່ນໆ ), ນໍ້າສີ ແລະ ອື່ນໆ ເພື່ອສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ ບໍ່ອະນຸມັດໃຫ້ຜູ້ລົງທຶນ ຂໍນະໂຍບາຍນຳເຂົ້າ ແລະ ຊຸກຍູ້ ການນໍາໃຊ້ຜະລິດຕະພັນຜະລິດໄດ້ພາຍໃນ.

ພ້ອມກັນນີ້, ກໍໄດ້ທົບທວນຄືນ ບາງລາຍການສິນຄ້າທີ່ສົ່ງອອກ ແຕ່ພາຍໃນຍັງມີຄວາມຕ້ອງການສູງ ເປັນຕົ້ນ: ຂີ້ເບຍ, ກາກນໍ້າຕານ, ມັນຕົ້ນແຫ້ງ, ສາລີ ແລະ ອື່ນໆ ລວມທັງຊຸກຍູ້ການຜະລິດນໍ້າຕານຊາຍ (ນໍ້າຕານຂາວ) ເຊິ່ງຜ່ານມາຜະລິດນໍ້າຕານທີ່ບໍ່ທັນໄດ້ຄັດສີ ແລ້ວສົ່ງອອກ ແຕ່ການຊົມໃຊ້ນໍ້າຕານຂາວ ພາຍໃນປະເທດແມ່ນມີຈໍານວນຫຼາຍແຕ່ລະປີ.

ປັດຈຸບັນ, ກໍພວມປຶກສາຫາລືກັບຜູ້ຜະລິດສິນຄ້າອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ນໍ້າດື່ມ, ນໍ້າຕານ, ກາເຟ, ນໍ້າອັດລົມ, ເບຍ… ເພື່ອຈະກໍານົດເປັນລາຍການສິນຄ້າ ຈໍາກັດການນໍາເຂົ້າ ແຕ່ຍັງຈະໄດ້ເກັບກໍາຂໍ້ມູນລະອຽດຕື່ມ ເພື່ອຫຼີກລ່ຽງບັນຫາສິນຄ້າຂາດຕະຫຼາດ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ.

ບາງຂໍ້ມູນກ່ຽວກັບສິນຄ້າອຸດສາຫະກຳທີ່ຜະລິດໄດ້ພາຍໃນ:

1). ຊີມັງ: ປັດຈຸບັນທົ່ວປະເທດມີໂຮງງານຊີມັງ 21 ແຫ່ງລວມກຳລັງການຜະລິດທັງໝົດ 16.337.500 ໂຕນ/ປີ. ດໍາເນີນການຜະລິດພຽງແຕ່ 9 ແຫ່ງ ຄວາມສາມາດຜະລິດ 9.982.500 ໂຕນ/ປີ. ໃນປີ 2023 ຜະລິດຕົວຈິງ ພຽງແຕ່ 4.754.739 ໂຕນ ຫຼື ປະມານ 47,6% ຂອງກໍາລັງການຜະລິດຂອງໂຮງງານ 9 ແຫ່ງ ມີມູນຄ່າ 260.709.659 ໂດລາ. ສົ່ງອອກໄດ້ 970.961 ໂຕນ, ມູນຄ່າ 58.257.659 ໂດລາ (ໂຮງງານຊີມັງທັງໝົດ 21 ແຫ່ງ: ດໍາເນີນການຜະລິດ 9 ແຫ່ງ, ຢູ່ໃນໄລຍະການກໍ່ສ້າງ 4 ແຫ່ງ ແລະ ຢຸດເຊົາ 8 ແຫ່ງ) ຍ້ອນສະພາບການຜະລິດຊີມັງລົ້ນຕະຫຼາດ. ສະນັ້ນ, ຖ້າລັດຖະບານ ສາມາດສົ່ງເສີມການນຳໃຊ້ຊີມັງເຮັດທາງແທນຢາງໝາກຕອຍ ກໍຈະສາມາດຫຼຸດຜ່ອນການນຳເຂົ້າໄດ້ອີກທາງໜຶ່ງ.

2). ທໍ່ພລາສະຕິກ: ທົ່ວປະເທດມີໂຮງງານທໍ່ຂະໜາດ ໃຫຍ່ 3 ແຫ່ງ ມີຄວາມສາມາດຜະລິດໄດ້ 103.447 ໂຕນ/ປີ, ໃນຕົວຈິງມີການຜະລິດພຽງແຕ່ 12.711 ໂຕນ/ປີ ຫຼື ປະມານ 13,47% ຂອງກໍາລັງການຜະລິດ, ມີມູນຄ່າ 21.953.251 ໂດລາ. ຍັງບໍ່ມີການສົ່ງອອກ. ນອກຈາກນີ້, ຍັງມີໂຮງງານຂະໜາດນ້ອຍອີກຈໍານວນໜຶ່ງທີ່ດໍາເນີນການຜະລິດທໍ່ນໍ້າໃຊ້ ແລະ ທໍ່ນ້ຳຫົດສວນອີກຈຳນວນໜຶ່ງ.

3). ນໍ້າສີ: ທົ່ວປະເທດມີໂຮງງານນ້ຳສີ 6 ແຫ່ງ ມີຄວາມສາມາດຜະລິດໄດ້ 23.888 ໂຕນ/ປີ, ໃນຕົວຈິງ ມີການຜະລິດພຽງແຕ່ 20.367 ໂຕນ/ປີ ຫຼື ປະມານ 57,58 % ຂອງກຳລັງການຜະລິດ, ມີມູນຄ່າ 44.636.725 ໂດລາ. ສົ່ງອອກໄດ້ 7.043 ໂຕນ ມູນຄ່າ 17.002.789 ໂດລາ;

4). ເຫຼັກເສັ້ນ ແລະ ເຫຼັກຮູບປະພັນ: ປັດຈຸບັນທົ່ວປະເທດມີໂຮງງານເຫຼັກເສັ້ນ ແລະ ເຫຼັກຮູບປະພັນ ທັງໝົດ 17 ແຫ່ງ, ລວມກໍາລັງຜະລິດ 1.820.000ໂຕນ/ປີ. ໃນປີ 2023 ຜະລິດຕົວຈິງໄດ້ 488.245 ໂຕນ ຫຼື ປະມານ 27% ຂອງກໍາລັງການຜະລິດ, ມີມູນຄ່າ 462.061.810 ໂດລາ. ສົ່ງອອກໄດ້ 17.750 ໂຕນ ມູນຄ່າ 11.804.025 ໂດລາ.

อาจเป็นรูปภาพของ 1 คน และ เครื่องกรองน้ำ

5). ນໍ້າດື່ມ: ໃນຂອບເຂດທົ່ວປະເທດມີຫຼາຍໂຮງງານ ຂະໜາດໃຫຍ່, ກາງ ແລະ ນ້ອຍ ເຫັນວ່າ ຜະລິດຕະພັນນໍ້າດື່ມ ແມ່ນສາມາດຜະລິດ ແລະ ສະໜອງຕະຫຼາດພາຍໃນໄດ້ຢ່າງພຽງພໍ.