ເປີດສາກການແຂ່ງຂັນບານສົ່ງ Beerlao Volleyball Championship 2023 ຮູບແບບໃໝ່

63

ການແຂ່ງຂັນກີລາບານສົ່ງໃນຮົ່ມ ຍິງ-ຊາຍ ລາຍການ Beerlao Volleyball Championship 2023 ເປີດສາກຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 10 ພະຈິກ 2023 ທີ່ສະໂມສອນກີລາບານສົ່ງໃນຮົ່ມ ກອງທັບ (ຫຼັກ 5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ເຊິ່ງໃຫ້ກຽດເປີດງານໂດຍທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ໂດຍມີບັນດາຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ, ສະຫະພັນບານສົ່ງແຫ່ງຊາດລາວ, ຕາງໜ້າບໍລິສັດ ເບຍລາວ ຈຳກັດ ແລະ ແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ຖືເປັນຮູບແບບໃໝ່ ແລະ ຈັດເປັນໄລຍະຍາວ ລະຫວ່າງວັນທີ 4 ພະຈິກ – 10 ທັນວາ 2023 ຄ້າຍໆຄືກັບລີກ ແຕ່ປີນີ້ຈະເລີ່ມຕົ້ນແຂ່ງຂັນແຕ່ຮອບຂາໄປ ຫຼື ແຂ່ງຂັນແບບພົບກັນໝົດຮອບ 1 ແລ້ວຄັດເອົາທີມທີ່ມີຄະແນນທີ່ດີທີ່ສຸດເປັນແຊັມ ແລະ ຈັດອັນດັບຕາມລໍາດັບ ເພື່ອເປັນການທົດສອບ ແລະ ກຽມກ້າວສູ່ບານສົ່ງລີກໃນອະນາຄົດ ລວມເຖິງກ້າວສູ່ອາຊີບຫຼາຍຂຶ້ນ ໂດຍການແຂ່ງຂັນປີນີ້ມີ 14 ສະໂມສອນ ເຂົ້າຮ່ວມ ສຳລັບ ປະເພດຊາຍມີ 8 ສະໂມສອນ ແລະ ປະເພດຍິງ 6 ສະໂມສອນ.

ພິເສດໃນພິທີ ທ່ານ ທະວັດໄຊ ອຸດົມວິໄລ ຜູ້ຈັດການຝ່າຍກິດຈະກຳ ແລະ ອຸປະຖຳ ບໍລິສັດ ເບຍລາວ ຈຳກັດ ກໍໄດ້ມອບການສະໜັບສະໜູນ ຈຳນວນ 350.000.000 ກີບ ແລະ ຕາງໜ້າຮັບແມ່ນທ່ານ ສຸລິເນດ ໄຊຍະເດດ ຮອງປະທານສະຫະພັນບານສົ່ງແຫ່ງຊາດລາວ.

າລັບ ລາງວັນຊະນະເລີດປະເພດຍິງ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 15.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 6 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້, ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນເຊັ່ນກັນ.

ຂະນະທີ່ ປະເພດຊາຍ ລາງວັນຊະນະເລີດ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 15.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 6 ໄດ້ຮັບເງິນສົດ 5.000.000 ກີບ, ອັນດັບທີ 7 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 8 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້ ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ.