ຍີ່ປຸ່ນ ຍັງເປັນຜູ້ຖືຫຸ້ນອັນດັບ 2 ຂອງ IMF ເຖິງແມ່ນປະຕິຮູບໂກຕ້າແລ້ວກໍຕາມ

39

ເວບໄຊສຳນັກຂ່າວ kyodonews.net ລາຍງານວ່າ: ເມື່ອວັນທີ 7 ພະຈິກຜ່ານມາ, ຄະນະບໍລິຫານຂອງກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ອະນຸມັດຂໍ້ສະເໜີ ເພື່ອເພີ່ມໂກຕ້າຂອງສະມາຊິກ ແຕ່ລະລາຍອີກ 50% ໂດຍບໍ່ປ່ຽນແປງອັດຕາສ່ວນການຖືຫຸ້ນໃນປັດຈຸບັນ ເຊິ່ງໝາຍ ຄວາມວ່າ ຍີ່ປຸ່ນ ຈະຍັງຮັກສາສະຖານະອັນດັບ 2 ໃນກຸ່ມຜູ້ໃຫ້ກູ້ພະຫຸພາຄີ ( ຫຼາຍຝ່າຍ ).

ປັດຈຸບັນ, ຜູ້ຖືຫຸ້ນລາຍໃຫຍ່ ທີ່ສຸດຂອງ IMF ຄືສະຫະລັດອາເມຣິກາ ໂດຍມີສັດສ່ວນຫຸ້ນໂກຕ້າ 17,4% ຮອງລົງມາຄືຍີ່ປຸ່ນ 6,5% ແລະ ຈີນ 6,4% ໂດຍທົ່ວໄປແລ້ວ, IMF ຈະທົບທວນໂກຕ້າຂອງຕົນຢ່າງໜ້ອຍທຸກໆ 5 ປີ.

ຂະນະດຽວກັນ, ແຜນການເພີ່ມເງິນທຶນຂອງສະຖາບັນດັ່ງກ່າວນີ້ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ວໍຊິງຕັນ ກໍມີເປົ້າໝາຍ ເພື່ອຊ່ວຍເຫຼືອປະເທດເສດຖະກິດເກີດໃໝ່ ແລະ ກຳລັງພັດທະນາທີ່ກຳລັງປະສົບບັນຫາຂາດແຄນເງິນ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ບັນຫາອື່ນໆ.

ການເພີ່ມທຶນຄັ້ງກ່ອນໜ້າທີ່ຂອງ IMF ໃຊ້ເວລາຫຼາຍປີ ກວ່າຈະໄດ້ຮັບການອະນຸມັດ ແລະ ໃນທີ່ສຸດກໍມີຜົນບັງຄັບໃຊ້ໃນປີ 2016. IMF ຢູ່ພາຍໃຕ້ການຄວບຄຸມຂອງ 190 ປະເທດ ເຊິ່ງສະເໜີວ່າຄະນະກຳມະການບໍລິຫານ ຄວນດຳເນີນການເພື່ອກຳນົດສູດໂກຕ້າໃໝ່ ໂດຍຄໍານຶງເຖິງການປ່ຽນແປງອໍານາດທາງເສດຖະກິດ ພາຍໃນເດືອນມິຖຸນາ ປີ 2025.

ຂະນະທີ່, ຈີນ ແລະ ປະເທດທີ່ເຕີບໂຕຢ່າງວ່ອງໄວອື່ນໆ ກໍຮຽກຮ້ອງໃຫ້ອັດຕາສ່ວນນີ້ ສະທ້ອນເຖິງຂະໜາດເສດຖະກິດຂອງຕົນ.