ຫວຽດນາມ ທຸ່ມເງິນ 3.900 ຕື້ດົງ ພັດທະນາເສັ້ນທາງນໍ້າ ແລະ ໂລຈິສຕິກ ທາງພາກໃຕ້

17

ເວບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ກະຊວງຄົມມະນາຄົມຂອງຫວຽດນາມ ຫາກໍໄດ້ຮັບອະນຸມັດໂຄງການ “ ພັດທະນາທາງນໍ້າ ແລະ ເສັ້ນທາງໂລຈິສຕິກໃນພາກໃຕ້ ” ດ້ວຍເງິນລົງທຶນເກືອບ 3.900 ຕື້ດົງ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 931/QD-TTg ລົງວັນທີ 4/8/2022 ເຊິ່ງໂຄງການນີ້ຈະໃຊ້ເງິນທຶນຈາກຕ່າງປະເທດ.

ລາຍງານລະບຸວ່າ: ນີ້ເປັນໂຄງການທີ່ສຳຄັນ ແລະ ເລັ່ງດ່ວນໃນພາກການຂົນສົ່ງທາງນໍ້າພາຍໃນປະເທດ ໂດຍຈັດລໍາດັບຄວາມສຳຄັນໃນການລົງທຶນ ໂດຍໃຊ້ເງິນກູ້ຈາກຕ່າງປະເທດ ໂດຍມີຈຸດປະສົງເພື່ອປັບປຸງລະບົບໂຄງສ້າງພື້ນຖານ, ຫຼຸດຄວາມແອອັດ, ອຸບັດເຫດ ແລະ ຫຼຸດຕົ້ນທຶນການຂົນສົ່ງສິນຄ້າທາງນໍ້າ ໂດຍການປັບປຸງ ແລະ ຍົກລະດັບເສັ້ນທາງຄົມມະນາຄົມທາງຕາເວັນອອກ – ຕາເວັນຕົກ ເຊື່ອມຕໍ່ເຂດສາມຫຼ່ຽມທົ່ງພຽງແມ່ນໍ້າຂອງ ແລະ ປັບປຸງເສັ້ນທາງຄົມມະນາຄົມສາຍເໜືອ – ໃຕ້ ເຊື່ອມຕໍ່ລະຫວ່າງ ພາກຕາເວັນອອກສ່ຽງໃຕ້ກັບທ່າເຮືອ ກາຍແມັບ ( Cai Mep ) – ທິຫວ້າຍ ( Thi Vai ).

ໂຄງການນີ້, ທຽບເປັນເງິນໂດລາ ປະມານ 163,34 ລ້ານໂດລາ ໂດຍເງິນທຶນກູ້ຢືມຈາກທະນາຄານໂລກ 106,96 ລ້ານໂດລາ ເທົ່າກັບ 2.550 ຕື້ດົງ ແລະ ມີທຶນຊ່ວຍເຫຼືອລ້າຈາກລັດຖະບານອົດສະຕຣາລີ ຄູ່ສັນຍາປະມານ 0,58 ລ້ານໂດລາ ເທົ່າກັບປະມານ 13,9 ຕື້ດົງ ເຊິ່ງເງິນທຶນຂອງຄູ່ສັນຍາ ຄາດວ່າອາດຈະຫຼາຍກວ່າ 1.330 ຕື້ດົງ ເທົ່າກັບປະມານ 55,79 ລ້ານໂດລາ.

ໂຄງການນີ້, ມີໄລຍະເວລາດຳເນີນການ 5 ປີ ຫຼັງຈາກຂໍ້ຕົກລົງການລະດົມທຶນມີຜົນບັງຄັບໃຊ້ ເຊິ່ງຄາດວ່າຈະແມ່ນທ້າຍປີນີ້ ຈົນເຖິງ ປີ 2027.