ຄວາມໝາຍຂອງຊຸດປະຈຳຊາດລາວ ຂອງ FACE of LAOS 2023

46

ພາຍຫຼັງການປະກວດ Face of Asia ໄດ້ສິ້ນສຸດລົງ ຫຼາຍຄົນອາດຈະສົງໄສກ່ຽວກັບເລື່ອງຂອງຊຸດປະຈໍາຊາດລາວທີ່ໄດ້ໃສ່ຂຶ້ນໂຊໃນເວທີສາກົນຜ່ານມາ ຈາກການສວມໃສ່ຂອງສອງນ້ອງ ນິນີ່ ປະກາຍມຸກ ຄ້ານໍເພັດ ແລະ ສຽວອີ້ ຈັນພະພອນ ຫຼວງແກ້ມກຸມພົນ FACE of LAOS 2023 ເຊິ່ງນ້ອງນິນີ່ ສາມາດຜ່ານເຂົ້າເຖິງຮອບ 10ຄົນສຸດທ້າຍກັນເລີຍ ເຮັດໃຫ້ຕົວແທນປະເທດລາວເປັນທີ່ຮູ້ຈັກຫຼາຍຂຶ້ນນັ້ນເອງ ແລະ ຕໍ່ມາ ທາງດ້ານໂຄງການປະກວດ FACE of LAOS ໄດ້ອອກມາໂພສວ່າ: ຂໍສະແດງຄວາມຂອບໃຈກັບມາຍັງທຸກຄວາມຄິດເຫັນ ທັງທາງຄຳຄິດເຫັນ ແລະ ຂໍ້ຄວາມກ່ຽວກັບຊຸດລາວ ທີ່ໄດ້ຂຶ້ນສະແດງໃນເວທີ FACE of ASIA 2023 ທີ່ປະເທດ ສ.ເກົາຫຼີ ທີ່ຜ່ານມາ.

ຕີມຂອງປີນີ້ ໂຄງການປະກວດເອງໄດ້ເລືອກຕີມ “ ລາວບູຮານ ທີ່ມີລັກສະນະຮ່ວມສະໄໝ ” ເພື່ອໃຫ້ມີຄວາມຄ່ອງແຄ້ວໃນການເຄື່ອນໄຫວ ໂດຍການປະສານລະຫວ່າງ ສິ້ນໄໝລາວ ຕ່ຳໃນລວດລາຍລາວບູຮານ ຄຽງຄູ່ກັບຜ້າບ່ຽງຝ້າຍ ທີ່ບົ່ງບອກເຖິງຄວາມປະຖົມປະຖານ ເໝືອນແມ່ຍິງລາວສະໄໝກ່ອນ ແຕ່ໄດ້ຕັ້ງໃຈໃຫ້ຜ້າບ່ຽງມີລັກສະນະຍາວກວ່າປົກກະຕິ ເພື່ອປະຍຸກໃຫ້ຊຸດຮູ້ສຶກເຖິງ ຄວາມມີ layer ແລະ ສົ່ງບຸກຄະລິກກະພາບຂອງນາງແບບເອງ ພ້ອມເຄື່ອງປະດັບເງິນ ທີ່ບົ່ງບອກເຖິງແມ່ຍິງລາວພື້ນບ້ານສະໄໝກ່ອນ ( ຫາກເປັນແມ່ຍິງທີ່ມີຍົດຖາບັນດາສັກ – ເຊື້ອເຈົ້າເຊື້ອນາຍ ກໍອາດຈະເປັນການໃສ່ເຄື່ອງເອ້ ເຊັ່ນ: ຄຳ, ພອຍ, ເພັດນິນຈິນດາອື່ນໆເປັນຕົ້ນ ).

ຜ່ານມາ ເຮົາກໍໄດ້ຍົກຕີມການແຕ່ງກາຍຊຸດປະຈຳຊາດ ແບບອື່ນໆ ທີ່ມີຄວາມແຕກຕ່າງມາແລ້ວ ເຊັ່ນ: ຊຸດລາວທົ່ວໄປ, ຊຸດໃນວັນນະຄະດີ ສັງສິນໄຊ, ຊຸດນາງອັກສອນໃນຝາຜະໜັງວັດສີສະເກດ ແລະ ຊຸດທ້າວ ຮຸ່ງ – ທ້າວເຈືອງ ແລະ ປີນີ້ກໍເປັນອີກປີ ທີ່ທາງກອງປະກວດມີຄວາມຕັ້ງໃຈຢາກນຳສະເໜີ ຄວາມແຕກຕ່າງ ແລະ ຫຼາກຫຼາຍຂອງ “ ເອກະລັກລາວ ” ໃນອີກຮູບແບບຕາມກະແສຄ່ານິຍົມຂອງຄົນລາວ ເພື່ອໃຫ້ຕ່າງຊາດໄດ້ຮັບຮູ້ວ່າບ້ານເຮົາຍັງມີວັດທະນະທຳການແຕ່ງກາຍທີ່ຫຼາຍໆ ຕາມເທສະການ, ມີແຜ່ນຜ້າທີ່ຕ່ຳ, ຖັກ, ທໍ່, ຈົກ, ແສ່ວ ຕາມຍຸກສະໄໝ ແລະ ສວມໃສ່ຫຼາຍອາລິຍະບົດ ເປັນຂອງຊາດເຮົາເອງ ທີ່ຄົນລາວເຮົາກໍຄວນນຳເອົາເວົ້າເຖິງ ແລະ ນຳສະເໜີໄດ້ຢ່າງພາກພູມໃຈ ເພື່ອບໍ່ສູນຫາຍຕາມການເວລາ ຫຼື ຖືກເຊື່ອມຊຶມກັບວັດທະນາທຳຊາດອື່ນ.

ດັ່ງນັ້ນ, ພວກເຮົາ ຈຶ່ງຂໍອະທິບາຍທີ່ມາ ເພື່ອໃຫ້ຫຼາຍໆທ່ານໄດ້ເຂົ້າໃຈ ແລະ ເພື່ອເປັນການສະແດງຄວາມຂອບໃຈມານະທີ່ນີ້ ທຸກຄວາມເຫັນ ແລະ ຄຳຕິຊົມ ພວກເຮົາຈະນຳໄປປັບປຸງວິເຄາະ ເພື່ອການພັດທະນາໃນຕໍ່ໜ້າໄປ ແລະ ຖ້າຫາກວ່າ ທ່ານໃດມີຄຳແນະນຳຊຸດລັກສະນະໃດ ເພື່ອທີ່ພວກເຮົາຈະນຳໄປພິຈາລະນາໃນປີຕໍ່ໄປ ສາມາດແນະນຳກອງປະກວດໄດ້ ໃນ inbox ເພື່ອຄວາມຫຼາກຫຼາຍຂອງເອກະລັກຊຸດລາວ ຫຼື ຫາກທ່ານໃດ ສາມາດຮ່ວມສະໜັບສະໜູນຊຸດລາວໄດ້ ພວກເຮົາຈະຍິນດີເປັນຢ່າງຍິ່ງຂໍຂອບໃຈ.

ນີ້ກໍເປັນທີ່ໄປທີ່ມາຂອງຊຸດປະຈໍາຊາດລາວ ໃນເວທີ Face Asia ທີ່ຜ່ານມາ ຂ່າວບັນເທີງເອງກໍເຫັນວ່າມີຄວາມສວຍງາມລຽບງ່າຍແຕ່ແຝງໄປດ້ວຍຄວາມສວຍງາມອັນເປັນມົນຂັງ ແລະ ມີທີ່ໄປທີ່ມາອັນໜ້າປະທັບໃຈ.