ດ່ວນໆທ່ານທີ່ມີຄວາມສາມາດ ພອນສະຫວັນ ! ຮ່ວມປະກວດ “ ບົດເພງ ແລະ ນັກຮ້ອງສຽງດີ ນວ ”

37

ເປີດຮັບສະໝັກແລ້ວຕັ້ງແຕ່ມື້ນີ້ ທຸກຄົນພ້ອມກັນ ຫຼື ຍັງ ໃນການເຂົ້າຮ່ວມປະກວດໃນ “ໂຄງການປະກວດບົດເພງ ແລະ ນັກຮ້ອງສຽງດີ ນະຄອນຫຼວງ 2023 ” ເຊິ່ງຈັດໂດຍ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມຊີງລາງວັນ 40 ລາງວັນ ມູນຄ່າກວ່າ 200 ລ້ານກີບ ທຸກຄົນສາມາດດາວໂຫຼດແບບຟອມ ແລະ ເງື່ອນໄຂການສະໝັກໄດ້ເລີຍທີ່ https://drive.google.com/file/d/10RIZAOj4zbHR8i5JjLzLJTqlAnHGv3ir/view?usp=sharing.

ທ່ານໃດທີ່ມີຄວາມຝັນ ແລະ ມີພອນສະຫວັນຕ້ອງຮີບສະໝັກກັນໄດ້ເລີຍ ພ້ອມສົ່ງແບບຟອມ ແລະ ຄລິບລົງທະບຽນໄດ້ ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 15 ພະຈິກ 2023 ຫຼື ຕິດຕໍ່ໄດ້ເລີຍທີ່ເບີໂທ 020 7777 7924 ຮ່ວມສະໝັກເຂົ້າມາໄດ້ເລີຍກັບງານດີໆແບບນີ້ “ ໂຄງການປະກວດບົດເພງ ແລະ ນັກຮ້ອງສຽງດີ ນະຄອນຫຼວງ 2023 ” ເວທີທີ່ຈະນຳພາທຸກທ່ານສ່ອງປະກາຍຄວາມສາມາດສູ່ສາຍຕາຄົນທົ່ວປະເທດ ເພື່ອແຂ່ງຂັນຮອບຊີງຊະນະເລີດ ຢູ່ທີ່ເວທີກາງ ບຸນນະມັດສະການພະທາດຫຼວງວຽງຈັນ.

ແຟນໆຂ່າວບັນເທີງທ່ານໃດພ້ອມແລ້ວຕ້ອງຟ້າວອັດຄລິບເພື່ອສົ່ງໂຄງການໄດ້ເລີຍ ສໍາລັບ ເງື່ອນໄຂຜູ້ເຂົ້າສະໝັກ ແລະ ເງິນລາງວັນ ໂດຍເງື່ອນໄຂໄດ້ແບ່ງເປັນ 2 ປະເພດການປະກວດ ຄື: ຜູ້ສະໝັກການແຂ່ງຂັນການຮ້ອງເພງ ແບ່ງເປັນ 3 ຮຸ່ນ ເຊິ່ງຮຸ່ນທີ 1 ອາຍຸ 8 – 15 ປີ, ຮຸ່ນທີ 2 ອາຍຸ 16 – 35 ປີ ແລະ ຮຸ່ນທີ 3 ອາຍຸ 36 ປີຂຶ້ນໄປ ໂດຍທີ່ຜູ້ເຂົ້າແຂ່ງຂັນທັງ 3 ຮຸ່ນ ບໍ່ແມ່ນນັກຮ້ອງອາຊີບ ( ບໍ່ເຄີຍອອກຜົນງານເພງເປັນຂອງຕົນເອງມາກ່ອນ ) ປະຊາຊົນລາວທຸກອາຊີບ, ເພດຍິງ ແລະ ຊາຍ, ທຸກຊົນເຜົ່າທີ່ດຳລົງຊີວິດຢູ່ ສປປ ລາວ ຜູ້ຊະນະເລີດລາງວັນນັກຮ້ອງສຽງດີ ຮັບເງິນລາງວັນ ມູນຄ່າ 20 ລ້ານກີບ ພ້ອມໂລ້ລາງວັນ 3 ລາງວັນ, ຮອງຊະນະເລີດອັນດັບ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ 3 ລາງວັນ, ຮອງຊະນະເລີດອັນດັບ 2 ໄດ້ຮັບເງິນລາງວັນ 5 ລ້ານກີບ 3 ລາງວັນ ແລະ ລາງວັນຊົມເຊີຍ 1 ລ້ານກີບ 21 ລາງວັນ ແກ່ຜູ້ເຂົ້າປະກວດທຸກຄົນ ເຊິ່ງຜູ້ຊະນະເລີດຈະໄດ້ຮ່ວມເຜີຍແຜ່ ແລະ ເຂົ້າຮ່ວມກິດຈະກໍາຂອງພາກລັດ ແລະ ຜູ້ສະໜັບສະໜູນ ( ເຊິ່ງຈະມີລາຍລະອຽດໃນສັນຍາພາຍຫຼັງ ) ໂດຍທີ່ຜູ້ສະໝັກຕ້ອງເຂົ້າຮ່ວມການປະກວດທີ່ຖືກຕ້ອງທຸກຂັ້ນຕອນ ແລະ ຄົບທຸກກິດຈະກຳ ແລະ ເງື່ອນໄຂທີ່ທາງກອງປະກວດໄດ້ແຈ້ງນັ້ນເອງ.

ສໍາລັບ “ ການຂຽນບົດເພງດີເດັ່ນ ” ເນື້ອໃນບົດເພງທີ່ສົ່ງເຂົ້າປະກວດ ຕ້ອງເປັນບົດເພງທີ່ແຕ່ງຂຶ້ນມາໃໝ່, ບໍ່ໄດ້ກ່າຍ ແລະ ລອກແບບບົດເພງຂອງຄົນອື່ນມາ ຕ້ອງມີເນື້ອໃນທີ່ພັນລະນາເຖິງ ນະຄອນຫຼວງວຽງຈັນ ໂດຍການກໍານົດເວລາສົ່ງບົດປະພັນເພງເຂົ້າມານັບແຕ່ວັນທີ 1 ເດືອນພະຈິກ ຫາ 20 ພະຈິກ 2023. ວັນທີ 21 – 25 ພະຈິກ 2023 ຄັດເລືອກເພງທີ່ໄດ້ເຂົ້າຮອບ ວັນທີ 2 ທັນວາ 2023 ປະກາດຜູ້ຊະນະ ແລະ ພິທີມອບລາງວັນບົດເພງທີ່ໄດ້ຮັບການຄັດເລືອກຈະເປັນລິຂະສິດຂອງພະແນກ ຖວທ ນະຄອນຫຼວງ: ລາງວັນຊະນະເລີດ ບົດເພງດີເດັ່ນໄດ້ຮັບເງິນລາງວັນ ມູນຄ່າ 20 ລ້ານກີບ ພ້ອມໂລ້ລາງວັນ 1 ລາງວັນ, ຮອງຊະນະເລີດອັນດັບ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ 1 ລາງວັນ, ຮອງຊະນະເລີດອັນດັບ 2 ໄດ້ຮັບ ເງິນລາງວັນ 5 ລ້ານກີບ 1 ລາງວັນ ແລະ ລາງວັນຊົມເຊີຍ 1 ລ້ານກີບ 7 ລາງວັນ ດ່ວນໆ! ໃຜທີ່ສົນໃຈຟ້າວລົງສະໝັກໄດ້ເລີຍ.