2 ໜຸ່ມນ້ອຍດອກປີກໄກ່ ຄວ້າຫຼຽນເງິນການແຂ່ງຂັນດອກປີກໄກ່ ຢູ-15 ຊີງແຊັມອາຊຽນ 2023

88

ທ້າວ ນັດທິວ ພົງສັກ ແລະ ທ້າວ ສຸພະໄຊ ສິມມະວົງ ສອງໜຸ່ມນ້ອຍ ຂຸນພົນນັກກີລາດອກປີກໄກ່ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 15 ປີ ຫຼື ຢູ-15 ສ້າງຜົນງານໄດ້ຢ່າງໂດດເດັ່ນໃຫ້ແກ່ປະເທດຊາດ ແລະ ເປັນຜົນງານຄັ້ງປະຫວັດສາດ ຜ່ານເຂົ້າໄປຊີງຊະນະເລີດ ກ່ອນເສຍໃຫ້ກັບນັກກີລາດອກປີກໄກ່ທີມຊາດ ມຽນມາ ເມື່ອທ້າຍອາທິດ ທີ່ຜ່ານມາ ເຮັດໃຫ້ຄວ້າຫຼຽນເງິນປະຫວັດສາດໄປຄອງ.

ການແຂ່ງຂັນກີລາດອກປີກໄກ່ເຍົາວະຊົນ ຊິງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ 17 ປີ ປະຈຳປີ 2023 ຫຼື ລາຍການ ASEAN U-15 & U-17 Badminton Championship 2023 ຈັດຂຶ້ນ 5 ວັນ ລະຫວ່າງວັນທີ 30 ຕຖລາ ຫາ 3 ພະຈິກ 2023 ທີ່ນະຄອນຫຼວງ ພະນົມເປນ ປະເທດກຳປູເຈຍ ລາຍການນີ້ ມີນັກກີລາເຂົ້າຮ່ວມ 70 ຄົນ ຈາກ 5 ປະເທດ ຄື: ເຈົ້າພາບ ກຳປູເຈຍ, ບຣູໄນ, ລາວ, ມຽນມາ ແລະ ຕີມໍ ເລສເຕ. ສໍາລັບ ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ທັບນັກກີລາດອກປີກໄກ່ທີມຊາດລາວ ໄດ້ສົ່ງນັກກີລາ 4 ຄົນ ແລະ ຄູຝຶກ 1 ຄົນ

ຜົນງານຂອງທັບນັກກີິລາດອກປີກໄກ່ທີມຊາດລາວ ໃນລາຍການ ASEAN U-15 & U-17 Badminton Championship 2023 ຈັດຂຶ້ນມື້ນີ້ ວັນທີ 02 ພະຈິກ 2023 ໂດຍສະເພາະ ຮຸ່ນ U15 ຊາຍຄູ່ ຮອບຮອງຊະນະເລີດ ຈັດຂຶ້ນ ເມື່ອວັນທີ 2 ພະຈິກ ຜ່ານມາ ສອງໜຸ່ມນ້ອຍນັກກີລາດອກປີກໄກ່ທີມຊາດລາວ ສ້າງຜົນງານໄດ້ຢ່າງພົ້ນເດັ່ນ ໄລ່ເອົາຊະນະ ນັກກິລາທີມຊາດຕີມໍ ເລສເຕ 2-1 ເກມ ດ້ວຍຄະແນນ 23-21 / 20-22 / 21-10 ຄະແນນ.

ເຮັດໃຫ້ ຜ່ານເຂົ້າໄປຊິງຊະນະເລີດ ພົບກັບ ນັກກີລາດອກປີກໄກ່ທີມຊາດ ມຽນມາ ຊຶ່ງຈະຈັດຂຶ້ນອີກບໍ່ກີຊົວໂມງນີ້ ໃນຕອນສວຍມື້ນີ້ 3 ພະຈິກ 2023 ເຊິ່ງ ທ້າວ ນັດທິວ ພົງສັກ ແລະ ທ້າວ ສຸພະໄຊ ສິມມະວົງ ເຮັດສຸດຄວາມສາມາດກ່ອນພາທີມຊາດລາວ ເສຍໃຫ້ກັບ ມຽນມາ 0-2 ເກມ 16-21 ແລະ 13-21 ເຮັດໃຫ້ຄວ້າຫຼຽນເງິນໄປຄອງ.

ສ່ວນໃນຮຸ່ນ U17 ຊາຍດ່ຽວ ຮອບຮອງຊະນະເລີດ ທ້າວ ອານຸສິນ ມະນີວັນ ລາວ ເສຍໃຫ້ ນັກກີລາຈາກມຽນມາ 0-2 ເກມ 17-21 ແລະ 16-21 ໄດ້ອັນດັບ 3 ຮ່ວມ ( ຫຼຽນທອງ ) ແລະ ຮຸ່ນ U17 ຊາຍຄູ່ ຮອບຮອງຊະນະເລີດ ທ້າວ ຊະນະ ສີຣິສັກ ແລະ ທ້າວ ອານຸສິນ ມະນີວັນ ລາວ ເສຍ ນັກກີລາເຈົ້າພາບ ກຳປູເຈຍ 0-2 ເກມ 16-21 ແລະ 12-21 ໄດ້ອັນດັບ 3 ຮ່ວມ ( ຫຼຽນທອງ ).