ເຟດ ຍັງຮັກສາອັດຕາດອກເບ້ຍໄວ້ທີ່ລະດັບ 5,4%

33

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງສະຫະລັດອາເມຣິກາ (ເຟດ) ຍັງຮັກສາອັດຕາດອກເບ້ຍພື້ນຖານໄວ້ທີ່ 5,4% ໃນການປະຊຸມຄັ້ງຫຼ້າສຸດ ເຊິ່ງເປັນຄັ້ງທີ່ສອງຕິດຕໍ່ກັນທີ່ເຟດ ບໍ່ປັບຂຶ້ນອັດຕາດອກເບ້ຍ, ແຕ່ກໍບໍ່ແນ່ນອນ ຫາກອັດຕາເງິນເຟີ້ເພີ່ມຂຶ້ນ ເຟດ ອາດຈະພິຈາລະນາປັບຂຶ້ນກໍເປັນໄດ້.

ຖະແຫຼງການຂອງເຟດ ລະບຸວ່າ: ເຟດ ຍັງຮັກສາອັດຕາດອກເບ້ຍພື້ນຖານ ໄວ້ທີ່ 5,4% ເຊິ່ງເປັນລະດັບສູງສຸດໃນຮອບ 22 ປີ ເພື່ອຕໍ່ສູ້ກັບອັດຕາເງິນເຟີ້, ຫຼັງຈາກທີ່ອັດຕາເງິນເຟີ້ໃນສະຫະລັດເພີ່ມຂຶ້ນຢ່າງຕໍ່ເນື່ອງມາແຕ່ປີ 2022.

ຖະແຫຼງການຂອງເຟດ ລະບຸວ່າ: ເສດຖະກິດຂອງສະຫະລັດຂະຫຍາຍຕົວຢ່າງໄວວາໃນໄຕມາດ 3 ຜ່ານມາ, ການຈ້າງງານຍັງສືບຕໍ່ແຂງແກ່ນ. ແນວໃດກໍຕາມ ເຟດຢ້ຳວ່າ ອາດຈະປັບຂຶ້ນອັດຕາດອກເບ້ຍອີກຄັ້ງ ຫາກເມື່ອໃດອັດຕາເງິນເຟີ້ເພິີ່ມຂຶ້ນ.

ເຟດລະບຸວ່າ ຄວາມປັ່ນປ່ວນຂອງຕະຫຼາດການເງິນສະຫະລັດ ເມື່ອບໍ່ດົນມານີ້ ເຮັດໃຫ້ອັດດອກເບ້ຍພັນທະບັດຂອງລັດຖະບານອາຍຸ 10 ປີເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 16 ປີ ເຮັດໃຫ້ອັດຕາເງິນກູ້ທັງລະບົບສູງຂຶ້ນ ເຊິ່ງຊ່ວຍຕອບສະຫນອງເປົ້າຫມາຍຂອງເຟດ ໃນການຫຼຸດຄວາມຮ້ອນແຮງຂອງເສດຖະກິດລົງ ລວມທັງຫຼຸດແຮງກົດດັນຂອງອັດຕາເງິນເຟີ້.