ທີ່ສຸດຂອງການລໍຄອຍຮູບເງົາລາວ “ The Signal ” 23 ພະຈິກນີ້ທຸກໂຮງຮູບເງົາ

41

ໃນທີ່ສຸດວັນນີ້ກໍມາເຖິງ ເອົາໃຈສາຍຮູບເງົາ ສະໜັບສະໜູນຜົນງານຂອງຄົນລາວເຮົານໍາກັນ ແລະ 3 ປີທີ່ລໍຄອຍກໍມາເຖິງ ໃນທີ່ສຸດເຮົາກໍຈະໄດ້ເບິ່ງຮູບເງົາ “The Signal – ສັນຍານ” ກັນແລ້ວ ເຊິ່ງຮູບເງົາເລື່ອງນີ້ກໍເປັນອີກໜຶ່ງຮູບເງົາທີ່ສ້າງຊື່ສຽງໃຫ້ກັບປະເທດລາວຂອງພວກເຮົາ ເນື່ອງຈາກວ່າໄດ້ຖືກຮັບເລືອກໃຫ້ເຂົ້າສາຍໃນເທສະການ Shanghai International Film Festivalມາແລ້ວ ບອກເລີຍວ່າຫຼາຍຄົນກໍຈະຕັ້ງໜ້າຕັ້ງຕາຄ່ອຍຖ້າກັນວ່າຈະໄດ້ຮັບຊົມກັນມື້ໃດ ເພາະເປັນຮູບເງົາທີ່ໜ້າຕິດຕາມສຸດໆ.

ຫຼ້າສຸດທາງດ້ານ ຜູ້ກໍາກັບ ລີ ພົງສະຫວັນ ກໍໄດ້ໂພສຕົວຢ່າງຮູບເງົາ The Signal ໃນປີ 2020 ແລະ ວິດີໂອສັ້ນໆນັ້ນກໍເຮັດໃຫ້ຫຼາຍໆຄົນຕື່ນເຕັ້ນທີ່ຈະໄດ້ເຫັນຮູບເງົາຂອງປະເທດລາວທີ່ແປກໃໝ່, ບວກກັບນັກສະແດງນໍາແມ່ນ Hannah Rosenbloom ແລະ Aey Inthavong, ເອື້ອຍ ຕ໋ອດລີນ່າ ແລະ ນັກສະແດງອີກຫຼາກຫຼາຍທ່ານ ທີ່ເປັນດາຣາດາວເດັ່ນແຫ່ງວົງການອີກດ້ວຍມາຮ່ວມສະແດງໃນເລື່ອງ ເຊິ່ງທາງເພຈຜູ້ກຳກັບ ຮັບຈ້າງ / Director Lee ຜູ້ກໍາກັບຮູບເງົາ The Signal – ສັນຍານ ໄດ້ໂພສໂປສເຕີທາງການ ແລະ ໄດ້ປະກາດວ່າເຮົາທຸກຄົນຈະໄດ້ເບິ່ງເລື່ອງນີ້ພ້ອມໆກັນໃນວັນທີ 23 ພະຈິກ2023ນີ້ ໃນທຸກໂຮງຮູບເງົາກັນເລີຍ.

ວ້າວ! ຕື່ນເຕັ້ນຂ່າວບັນເທີງເອງກໍເປັນແຟນຄຣັບຂອງຜູ້ກຳກັບລີເຊັ່ນດຽວກັນ ເຊິ່ງຫຼາຍຜົນງານຜ່ານມາກໍມີຄຸນນະພາບ ແລະ ໜ້າຕິດຕາມກັນທັງນັ້ນ ເລື່ອງນີ້ກໍເຊັ່ນດຽວກັນໜ້າຕິດຕາມສຸດໆ ກຽມໂຕພົບກັບຮູບເງົາທີ່ຈະເຮັດໃຫ້ໝູ່ເພື່ອນແປກໃຈ ແລະ ຕື່ນເຕັ້ນໄປພ້ອມກັນ ສາມາດຕິດຕາມການເຄື່ອນໄຫວໄດ້ທີ່:
Page: ຜູ້ກຳກັບ ຮັບຈ້າງ/ Director Lee.

ສໍາລັບ “THE SIGNAL” ຖືວ່າເປັນຂ່າວດີ ແລະ ໜ້າຊົມເຊີຍທີ່ສຸດ ຄັ້ງປະສາດເມື່ອຮູບເງົາລາວແມ່ນໄດ້ຮັບເລືອກ ໃຫ້ເປີດສາຍ ແລະ ເຂົ້າປະກວດ ໃນເທສະການຮູບເງົາລະດັບໂລກ ຕ້ອງສະແດງ ຄວາມຍິນດີກັບຜູ້ກຳກັບ ແລະ ນັກສະແດງໃນເລື່ອງ THE SIGNAL ດ້ວຍ ເມື່ອ Hollywood Reporter ສຳນັກຂ່າວສາຍຮູບເງົາ ຍົກໃຫ້ THE SIGNAL ເປັນໜຶ່ງໃນ 5 ເລື່ອງທີ່ບໍ່ຄວນພາດໃນ Shanghai International Film Festival ຈາກໜັງທັງໝົດຫຼາຍຮ້ອຍເລື່ອງຈາກທົວໂລກ ເພາະໄດ້ຢືນແຂ່ງກັບ ຮູບເງົາຍີ່ປຸ່ນ,ຮ່ອງກົງ, ຈີນ, ຄາສັກສະຖານ, ອີຣານ ແລະ ຮູບເງົາລາວເປັນເລື່ອງດຽວຕາງໜ້າ South East Asia ອີກດ້ວຍ ພາດບໍ່ໄດ້ເລີຍ 23ພະຈິກນີ້ພົບກັນທຸກໂຮງຮູບເງົາທົ່ວປະເທດ.