ຈາກນັກຂ່າວ ສູ່ບົດບາດໃໝ່ ຄືການເປັນນັກຮ້ອງ ກຽມປ່ອຍເພງໄວໆນີ້ ໜຸ່ມ ດິນ ສີສຸວົງ

58

ເຊື່ອວ່າຫຼາຍຄົນຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີ ສຳລັບໜຸ່ມ ດິນ ສີສຸວົງ ໂພທິສານ ຜູ້ມາກຄວາມສາມາດທີ່ເປັນທັງ ນັກຂ່າວ, ພິທີກອນ, ນາຍແບບ ແລະ ເປັນທີ່ຮູ້ຈັກກັນດີໃນນາມ Top 12 Mister Global Laos 2022 ເຊິ່ງໃນໄລຍະຜ່ານມາກໍ່ມີຜົນງານທີ່ຫຼາຍຫຼາຍມາໃຫ້ໄດ້ຕິດຕາມ ບໍ່ວ່າຈະເປັນການຖ່າຍແບບ, ເດີນແບບ, ອ່ານຂ່າວ ແລະ ຮັບງານ MC ຕາມງານຕ່າງໆ.

No description available.
ຫຼ້າສຸດນີ້ ຖືວ່າເຊີໄພ້ສຸດໆ ເມື່ອໜຸ່ມ ດິນ ເພິ່ນຈະມາໃນອີກບົດບາດໃໝ່ໃນວົງການບັນເທີງ ນັ້ນກໍ່ຄືກຽມປ່ອຍຜົນງານເພງໃໝ່ ເຊິ່ງຖືວ່າເປັນຜົນງານເພງທຳອິດໃນຊີວິດ ຊື່ເພງວ່າ: ຍອມປ່ອຍ ເຊິ່ງໜຸ່ມດິນໄດ້ບອກວ່າ: ສຳລັບຜົນງານເພງນີ້ແມ່ນຕັ້ງໃຈສຸດໆໃນການຊ້ອມ ເພາະຢາກໃຫ້ອອກມາດີທີ່ສຸດ ໂດຍເນື້ອຫາຂອງເພງກໍ່ເປັນແນວເພງອົກຫັກ ທີ່ມາຈາກຊີວິດຈິງ ທີ່ເຈົ້າໂຕໄດ້ເລົ່າປະສົບການຈິງ ໃຫ້ທາງອາຈານຜູ້ປະພັນເພງ ແລະ ເພງ ຍອມປ່ອຍນີ້ແມ່ນແຕ່ງໂດຍ ອາຈານ ສໍສີເມືອງຊຽງ ຈາກຄ້າຍເມືອງຊຽງ ອິນເຕີເທັນເມັ້ນ.

No description available.
ໜຸ່ມດິນຍັງບອກວ່າ: ການຮ້ອງເພງຕົນເອງຖືວ່າມີຄວາມຍາກສົມຄວນ ແລະ ຊ້ອມເປັນເວລາຫຼາຍເດືອນ ເພາະວ່າ ບໍ່ມີທຳນອງ ແລະ ດົນຕີປູມາກ່ອນ ໂດຍປົກກະຕິກໍ່ຈະຮ້ອງແຕ່ເພງຂອງສີນລະປິນຄົນອື່ນໆ ເຊິ່ງກໍ່ພຽງແຕ່ຟັງແລ້ວກໍ່ຊ້ອມໄປຕາມເນື້ອຫາຄຳຮ້ອງທຳນອງ. ແຕ່ເຖິງຢ່າງໃດກໍ່ຕາມ ຈະເຮັດໃຫ້ມັນອອກມາດີທີ່ສຸດ ເພາະວ່າການຮ້ອງເພງ ຫຼື ການເປັນນັກຮ້ອງແມ່ນເປັນຄວາມໄຝ່ຝັນມາແຕ່ນ້ອຍ ແຕ່ຍັງບໍ່ມີໂອກາດໄດ້ເຮັດ ແຕ່ໃນເມື່ອໂອກາດມາເຖິງ ກໍ່ຈະເຮັດຈຸດນີ້ຈົນສຸດຄວາມສາມາດ ແລະ ໃຫ້ເປັນຜົນງານທີ່ຫຼາຍຄົນພູມໃຈ

No description available.
ສຳລັບຜົນງານເພງຍອມປ່ອຍ ປັດຈຸບັນແມ່ນຢູ່ໃນຂັ້ນຕອນການກຽມອັດ ແລະ ຖ່າຍເອັມວີ ໂດຍແມ່ນໜຸ່ມດິນເອງ ທີ່ຮັບບົດເປັນພະເອກ ເຊິ່ງໄວໆນີ້ກໍ່ຈະໄດຮັບຟັງກັນແລ້ວ ແນວໃດກໍ່ຝາກຕິດຕາມ ກັບຜົນງານເພງໃໝ່ ເພງທຳອິດໃນຊີວິດ ເພື່ອໃຫ້ຄວາມຝັນໃນເສັ້ນທາງສາຍນັກຮ້ອງຂອງໜຸ່ມດິນ ໄດ້ປະສົບຜົນສຳເລັດສົມດັ່ງໃຈຫວັງ. ຫຼື ຕິດຕາມໄດ້ທາງເຟສບຸກສ່ວນໂຕຄື: Din Sisouvong.

No description available.