ນາງສາວລາວ 2023 ຈະແມ່ນໃຜ? ຮູ້ກັນ 15 ທັນວາ 2023 ທີ່ຈະມາເຖິງນີ້

53

ຜ່ານໄປແລ້ວຢ່າງຈົບງາມສໍາລັບຮອບ ອໍດິຊັນຜູ້ເຂົ້າປະກວດ Miss Laos ນາງສາວລາວ2023 ພາມາສ່ອງສາວງາມໃນຂອບເຂດທົ່ວປະເທດ ທີ່ເຂົ້າຮ່ວມຄັດເລືອກ ນາງສາວລາວ 2023 ຢ່າງເປັນຂະບວນຟົດຟື້ນ ໃນວັນທີ 28ຕຸລາຜ່ານມາ ທີ່ໂຮງແຮມ ໂປລີ ວຽງຈັນ The Qube Hotel Vientiane ເຂດເສດຖະກິດບຶງທາດຫລວງ ມາລຸ້ນກັນຕໍ່ວ່າທີ່ ນາງສາວລາວ 2023 ນາງສາວລາວຄົນຕໍ່ໄປ ຈະເປັນສາວງາມໃນແຂວງໃດ ມາຮ່ວມຕິດຕາມຜົນການຄັດເລືອກພ້ອມເປີດໂຕສາວງາມ ທີ່ຜ່ານເຂົ້າຮອບສຸດທ້າຍໄປພ້ອມກັນເຊິ່ງຮອບເປີດໂຕ ນາງສາວ ແລະ ມຸງກຸດປະຈຳຕຳແໜ່ງແມ່ນ ໃນວັນທີ 18 ພະຈິກ 2023 ທີ່ສູນການຄ້າ ພາກຊັນ ແລະ ໃນວັນທີ 15 ທັນວາ 2023 ແມ່ນຮອບຕັດສີນ ນາງສາວລາວ 2023 ຢ່າລືມເຊຍໃຫ້ກຳລັງໃຈສາວງາມທີ່ທ່ານມັກຮັກໄດ້ຕົວແທນຂອງແຕ່ລະແຂວງໄດ້.

ສໍາລັບຮອບອໍດີຊັ້ນ ນາງສາວລາວ 2023 ຜ່ານກໍເຫັນໄດ້ວວ່າມີສາວງາມເຂົ້າຮ່ວມເປັນຈໍານວນຫຼາຍ ທາງດ້ານປະທານ ຊ້າງ ໄຊຊະນະ ນໍລະສິງສີສານ ຜູ້ອໍານວຍການໂຄງການນາງສາວລາວ2023ກໍໄດ້ໂພສວ່າ: “ກ່ອນອື່ນໝົດຕ້ອງຂໍຂອບໃຈ ສຳຫຼັບ ນ້ອງນາງສາວທັງຫມົດ ທີ່ມາຮ່ວມສະໝັກສົ່ງຟອມແບບອອນລາຍ82ນ້ອງ ແລະ ມາສະໝັກໜ້າງານ26ນ້ອງ ລວມແລ້ວ 100ກວ່າຄົນ ຂໍລາຍງານ ສຳລັບປີ້ນີ້ ເຖິ່ງ ປະທານ Alain Delon Kpy MISS LAOS ນາງສາວລາວ 2023ນີ້ ຄະນະເຮົາວາງເປົ້າໝາຍໄວ້ວ່າ ຢາກໃຫ້ໄດ້ຜູ້ສະໝັກໃຫ້ຄົບ ໃນຮອບ 40ຄົນສຸດທ້າຍ ສຳລັບ18ແຂວງ ແຕ່ໃນຄວາມເປັນຈິງ ຜູ້ສະໝັກມາຮ່ວມປະກວດ ແມ່ນມີທັງໝົດແຕ່ 14ແຂວງ ຍັງຂາດແມ່ນ 4ແຂວງໃຫຍ່ຄື : 1) ແຂວງຜົ້ງສາລີ ເຫນືອສຸດ. 2) ແຂວງໄຊສົມບູນ ກາງສຸດ. 3) ແຂວງສາລະວັນ ແລະ 4) ແຂວງອັດຕະປື ທາງພາກໃຕ້ສຸດ.

ອ້າຍ ແລະ ທີມງານທັງໝົດ ຂໍຍຶດຖືຕາມມາດຕະຖານ ແລະ ຄວາມເປັນທຳທີ່ສຸດ ຕາມໂຄຕ້າທີວາງແຜນໄວ້ ແລະ ເອົາຕາມ ສຽງສ່ວນໃຫຍ່ ຂອງຄະນະກຳມະການທຸກທ່ານ ທີ່ຕັດສິນມາ ທີ່ໂຫວດກັນ ແບບດຸເດືອດ ລວມເຖິງທີມນັກຂ່າວ ກູຣູນາງງາມ….ບອກຕາມຄວາມຊື່ ອາດຈະບໍ່ຮອດ 40ຄົນ ອາດຈະເຫຼືອ ພຽງແຕ່ 30ຄົນ ຫຼື 30ປາຍນ້ອງ ອ້າຍຂໍລາຍງານແບບສາທາລະນະຄື :ຈາກນະຄອນຫລວງວຽງຈັນ ມີຫຼາຍ ງາມຫຼາຍ ປະມານ 65% ແລະ ຕ່າງແຂວງ 35% ສຳຫຼັບຜູ້ທີ່ຈະຜ່ານເຂົ້າຮອບທັງໝົດ ແລະ ຈະຂໍມອບຄວາມກົດດັນ ໃຫ້ທ່ານຄະນະກຳມະການໃນຮອບຕໍ່ໄປເປັນຜູ້ຕັດສິນ ອ້າຍຂໍເວລາອີກປະມານ2-3ມື້ ເພື່ອໃຫ້ທີມງານ ໂທສຳພາດສຸດທ້າຍແລ້ວຈະແຈ້ງ ຢ່າງເປັນທາງການອີກຄັ້ງ ຂໍຂອບໃຈ!!!”.

ສຸດທ້າຍນີ້ຂ່າວບັນເທີງເອງກໍຂໍຝາກທຸກຄົນເຂົ້າໄປຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງໆໄດ້ ຜ່ານທາງເພຈນາງສາວລາວ Miss Laos ນັ້ນເອງ ຮັກ ແຂວງໃດ ເຊຍແຂວງໃດ ກໍຢ່າລືມເຂົ້າໄປກົດໄລ້ກົດແຊເປັນກຳລັງໃຈໃຫ້ກັບນ້ອງໆໄດ້ເດີ.