ຊ່ວງເຮືອທ່າວັດຈັນ 2023 ຈັດວັນດຽວ 30 ຕຸລາ, ເຮືອປະເພນີຊາຍ 6 ລໍາ – ຍິງ 4 ລໍາ

93

ການແຂ່ງຂັນເຮືອ ໃນງານອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈໍາປີ 2023 ທີ່ທ່ານໍ້າທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດໃນວັນດຽວວັນທີ 30 ຕຸລາ 2023 ໂດຍປີນີ້ຈະບໍ່ມີເຮືອກີລາ 12 ສີພາຍ ມີພຽງເຮືອໃຫຍ່ເຮືອຍາວເຮືອປະເພນີ.

ຕາມການລາຍງານຂອງເພຈ໌ ເຮຶອຊ່ວງ ຄູ່ນະທີ ລາຍງານວ່າ: ຜົນການຈັບສະຫຼາກແບ່ງສາຍການແຂ່ງຂັນເຮືອຊ່ວງ ໃນງານບຸນຊ່ວງເຮືອ ປະຈໍາປີ 2023 ທີ່ທ່ານ້ຳທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍເຮືອປະເພນີຊາຍມີ 6 ລໍາ ແລະ ເຮືອປະເພນີຍິງມີ 4 ລໍາດັ່ງນີ້:
#ປະເພດເຮືອຊາຍ
ສາຍ A:
1. ບໍລິສັດ ຂຸດຄົ້ນຫີນ-ຊາຍ ນ້ຳຟ້າພັດທະນາ ບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ
2. ອີ່ຫົງແມ່ຍ່າ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
3. ພອນພຣະແກ້ວ ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ສາຍ B:
1. ບ້ານຫາດສ້ຽວ ເມືອງທຸລະຄົມ ແຂວງວຽງຈັນ
2. ທະນາຄານພັດທະນາລາວ
3. ບໍລິສັດ ວຽງຈັນ ອຸດສາຫະກຳເຫຼັກ ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

#ປະເພດເຮືອຍິງ
1. ພອນພຣະແກ້ວ ບໍລິສັດ ຕະວັນໃຕ້ຟ້າ ຫີນ-ຊາຍ ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
2. ບໍລິສັດ ດວງຕາ ຫີນ-ຊາຍ ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
3. ເຮືອນແພເມືອງຟ້າ TPLUS – ທິດາສາຍແວວ ບ້ານລັດຕະນະລັງສີ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ
4. ບໍລິສັດ 3B ບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນໝົດ ຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມເຂົ້າຮອບ 4 ທີມສຸດທ້າຍປະເພດຊາຍ, ສ່ວນປະເພດຍິງ ແຂ່ງຂັນພົບກັນໝົດຄັດເອົາທີ 1 ແລະ ທີ 2 ເຂົ້າໄປຊີງຊະນະເລີດ.