ຮອບຊຸດປະຈໍາຊາດ ແລະ ພີຣລີມຜ່ານໄປ ສົ່ງກຳລັງໃຈໃຫ້ ຕຸກຕາ ພິລາຄົງ

1566

ງານນີ້ຢ່າລືມ! ສົ່ງກຳລັງໃຈໃຫ້ສາວງາມຕົວແທນປະເທດລາວຢ່າງເຕັມທີ່ ບໍ່ວ່າຜົນຈະອອກມາເປັນແບບໃດ ຮອບຊຸດປະຈໍາຊາດ ແລະ ພຣີລິມໄດ້ຜ່ານໄປໃນຄໍ່າຄືນຂອງວັນທີ 22 ຕຸລາຜ່ານມາ ຕາມກັນຕໍ່ໃນຮອບ Final ວ່າຈະເປັນແນວໃດ ເຊິ່ງສາວງາມ ຕຸກຕາ ເພັດມະນີ ພິລາຄົງ ກໍຮູ້ສຶກຕື້ນຕັນໃຈສຸດ ທີ່ໄດ້ສວມໃສ່ສາຍສະພາຍ ໄດ້ຮ້ອງຄຳວ່າລາວ ເທິງເວທີລະດັບໂລກ ມັນເປັນຄວາມພາກພູມໃຈທີ່ສຸດ ທີ່ຄັ້ງໜຶ່ງໃນຊີວິດ ໄດ້ເປັນຕົວແທນແມ່ຍິງລາວ ເຜີຍແຜ່ຄວາມເປັນລາວໃຫ້ຊາວຕ່າງຊາດໄດ້ຮັບຮູ້ ມື້ນີ້ Toukta Philakhong Miss Grand Laos – ມີສແກຣນດ໌ລາວ 2023 ຕາງໜ້າແມ່ຍິງລາວທົ່ວປະເທດ ຈະເຮັດໜ້າທີ່ໃຫ້ເຕັມທີ່ທີ່ສຸດພ້ອມສູ້ສຸດໃຈ.

ຮອບຊຸດປະຈໍາຊາດ ແລະ ພຣີລິມ ຕຸກຕາ ກໍນໍາສະເໜີໄດ້ດີ ງານນີ້ເປັນທີ່ຕິດຕາມແນ່ນອນ ເຊິ່ງມີເພຈຕິດຕາມນາງງາມບອກມາວ່າ ຕົວແທນຈາກສາຍສະພາຍລາວຕິດທັອບ 20 ແນ່ນອນ ມື້ນີ້ຂ່າວບັນເທີງຈະພາທຸກຄົນມາເບິ່ງຄືນຮອບຊຸດປະຈຳຊາດ ” Queen of Kuemou Laos ” ຊຸດປະຈຳຊາດລາວ ເທິງເວທີ Miss Grand International ເຊິ່ງທາງຫ້ອງເສື້ອ “ ກອນກຶມມຸ ” ເປັນຜູ້ຕັດຫຍິບ.

ຊຸດດັ່ງກ່າວເນື່ອງຈາກວ່າ ປະເທດລາວເປັນປະເທດໜຶ່ງທີ່ມີຫຼາກຫຼາຍຊົນເຜົ່າທີ່ອາໄສຢູ່ໃນທຸກຂົງເຂດ ແລະ ມີວິຖີຊີວິດການເປັນຢູ່ທີ່ເປັນເອກະລັກແຕກຕ່າງກັນໄປ, ໃນນັ້ນກໍຈະມີຊົນເຜົ່າ ກຶມມຸ ເຊິ່ງເປັນຊົນເຜົ່າໜຶ່ງທີ່ໃຫຍ່ ອາໄສຢູ່ຫຼາຍແຂວງໃນປະເທດລາວ. ສ່ວນຊຸດນີ້ໄດ້ແຮງບັນດານໃຈມາຈາກວິຖີຊີວິດອັນເປັນເອກະລັກຂອງຊົນເຜົ່າກຶມມຸ ເຊິ່ງໄດ້ນຳເອົາວັດທະນະທຳ ຮີດຄອງປະເພນີຂອງຊົນເຜົ່າມາອອກແບບ ເປັນຕົ້ນແມ່ນ ການຫຼິ້ນດົນຕີພື້ນບ້ານທີ່ປະດິດຈາກໄມ້ປ່ອງ, ການຟ້ອນດາຍ ແລະ ການທັ່ງບັ້ງ ເຊິ່ງເປັນປະເພນີທີ່ສືບທອດກັນມາຍາວນານ.

ໂຕຊຸດໄດ້ນຳເອົາລວດລາຍຜ້າຝ້າຍເຜົ່າກຶມມຸ ທີ່ຕໍ່ດ້ວຍມືນຳມາອອກແບບຊຸດໃຫ້ມີຄວາມທັນສະໄໝ ແຕ່ຍັງຄົງລວດລາຍຄວາມງາມຂອງຜ້າໄວ້ຢ່າງຊັດເຈນ ແລະ ຕົກແຕ່ງດ້ວຍເຄື່ອງເງິນ,ຫຼຽນເງິນ ເພື່ອໃຫ້ຊຸດມີ ຄວາມສວຍງາມຍິ່ງຂຶ້ນ.
ຊົນເຜົ່າກຶມມຸ ຍັງເປັນເຜົ່າໜຶ່ງທີ່ນັບຖືຜີ ໂດຍຊຸດຍັງໄດ້ນຳເອົາເຄື່ອງລາງທີ່ເຮັດຈາກໄມ້ໄຜ່ ຫຼື ທີ່ເຂົາເຈົ້າເອີ້ນກັນວ່າ ຕາແຫຼວ ນຳມາຕົກແຕ່ງໃສ່ກັບໄມ້ໄຜ່ ເຊິ່ງຕາແຫຼວນີ້ແມ່ນມີຄວາມເຊື່ອກັນວ່າເປັນເຄື່ອງລາງທີ່ປົກປ້ອງຈາກສິ່ງຊົ່ວຮ້າຍຕ່າງໆ ເຊິ່ງຖ້າມີພິທີການຟ້ອນລຳເອີ້ນຂວັນຕ່າງໆ ເຮົາຈະເຫັນ ຕາແຫຼວນັ້ນຫ້ອຍຢູ່ຕາມເສົານັ້ນເອງ ເຊິ່ງຢາກນຳສະເໜີເອົາເອກະລັກຂອງຊົນເຜົ່າ ເພື່ອນຳມາອອກແບບເປັນຊຸດປະຈຳຊາດລາວທີ່ສວຍງາມ ແລະ ສົມບູນແບບ ເຊິ່ງອອກແບບໂດຍ ໝອນ ໄຊຍະວົງ ແລະ ຂັນໄຊ ແຖມພູຄຳ ຈາກຫ້ອງເສື້ອກອນກຶມມຸ.

ຕິດຕາມ ແລະ ເປັນກຳລັງໃຈກັນຕໍ່ໃຫ້ກັບນ້ອງຕຸກຕາ ພິລາຄົງ ໃນຮອບຊີງ ສາມາດຕິດຕາມຜົນງານການເຄື່ອນໄຫວໄດ້ທີ່ເພຈ Miss Grand Laos – ມີສ ແກຣນດ໌ລາວ.