ການຜະລິດຢາຖູແຂ້ວ ຊ່ວຍໃຫ້ກູບາ ປະຢັດເງິນນໍາເຂົ້າເຖິງ 3,2 ລ້ານໂດລາ

55

ເວັບໄຊສຳນັກຂ່າວ granma.cu ລາຍງານວ່າ: ການຜະລິດອຸດສາຫະກຳບົນພື້ນຖານຂອງຄວາມສາມາດທີ່ສາມາດຜະລິດໄດ້ ເປັນຕົ້ນແມ່ນອຸດສາຫະກຳເບົາເຊັ່ນ ການຜະລິດຢາຖູແຂ້ວ ຊ່ວຍໃຫ້ກູບາ ຫຼຸດການນໍາເຂົ້າສິນຄ້າຈາກຕ່າງປະເທດ ແລະ ສາມາດປະຢັດເງິນໄດ້ເຖິງ 3,2 ລ້ານໂດລາ.

ທ່ານ Solangel Guach Martin ຮອງປະທານຄົນທໍາອິດຂອງກຸ່ມທຸລະກິດອຸດສາຫະກຳເບົາ Gempil ໄດ້ກ່າວວ່າ: ພວກເຮົາຍັງສືບຕໍ່ລະບຸທຸກສິ່ງທີ່ນໍາເຂົ້າມາກູບາໃນປັດຈຸບັນ ແລະ ຕາມຄວາມສາມາດຂອງອຸດສາຫະກຳ ທີ່ເຮົາສາມາດຜະລິດໄດ້ ເພື່ອຫຼີກລ່ຽງການໃຊ້ເງິນຕາຕ່າງປະເທດໃນການນໍາເຂົ້າສິນຄ້າ ເຊິ່ງລະບົບຈັດການວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳຂອງອົງກອນເຮົາ ສາມາດຈັດການທຸລະກິດລະດັບສູງທີ່ມີຄວາມສຳຄັນໃນການພັດທະນາຜະລິດຕະພັນໃໝ່ໆ ແລະ ທົດແທນວັດຖຸດິບທີ່ນໍາເຂົ້າ.

ກຸ່ມທຸລະກິດອຸດສາຫະກຳເບົາ Gempil ມີຫຼາຍໂຄງການທີ່ສຳຄັນເຊັ່ນ: ການຜະລິດຢາຖູແຂ້ວ ໂດຍມີໂຄງການວິໄຈ 12 ໂຄງການ ແລະ ການມີສ່ວນຮ່ວມຂອງໜ່ວຍງານຕ່າງໆໃນຫຼາຍແຫ່ງ ລວມໄປເຖິງສູນການສຶກສາຂອງກູບາ ແລະ ສູນວິໄຈ – ພັດທະນາຢາ.
ທ່ານ Solangel Guach Martin ກ່າວຢໍ້າວ່າ: ຜະລິດຕະພັນໄດ້ບັນລຸຜົນສຳເລັດ ເຊິ່ງຖືກຕາມລັກສະນະດ້ານຄຸນນະພາບ ແລະ ໄດ້ຮັບການຍອມຮັບຢ່າງພຽງພໍຈາກປະຊາກອນ ໂດຍປະຢັດເງິນໄດ້ 3,2 ລ້ານໂດລາ. ນອກນີ້, ກໍກຳລັງເຮັດວຽກໃນຫຼາຍໂຄງການ ເພື່ອພັດທະນາບັນດາອຸດສາຫະກຳເບົາອື່ນໆ.

ໃນນີ້, ກໍມີທັງໂຄງການປັບປຸງຜະລິດຕະພັນທໍ່, ເກີບ, ເຄື່ອງໜັງ, ຜະລິດຕະພັນອຸປະກອນໃນຫ້ອງນໍ້າ ແລະ ເຄື່ອງສຳອາງທີ່ມີສ່ວນປະສົມນໍ້າເຜິ້ງ. ນອກນີ້. ກໍມີລາຍການຜະລິດອຸດສາຫະກຳທີ່ເປັນຜົນຜະລິດຈາກທໍາມະຊາດ.