ເຜີຍເຫດຜົນເລືອກ ໜຸ່ມແຊມ ແລະ ນ້ອງນູ່ເລົ່າ ເປັນພຣີເຊັນເຕີ ຄຳເພົ້າ ສັ່ງໄດ້

43

ງານນີ້ທີມຂ່າວບັນເທີງພາມາເປີດວ້າບໃຫ້ເຫັນ ແລະ ຕິດຕາມກັນກ່ອນ ສຳລັບຄູ່ພຣີເຊັນເຕີໃໝ່ຂອງຫ້ອງເສື້ອແບຣນທີ່ມີຊື່ສຽງຢ່າງຄໍາເພົ້າ ສັ່ງໄດ້ ເຊິ່ງງານນີ້ໄດ້ນ້ອງແຊມ ສີອິນທະວົງ Mister Universe ເຊກອງ ນາຍແບບ, ນັກສະແດງທີ່ມີຜົນງານຢ່າງຫຼວງຫຼາຍໃນວົງການຊາຍແບບ ແລະ ນ້ອງ ນູ່ເລົ່າ ວາເມັງລໍ່ ມິສເອີຣສລາວ 2023 ທີ່ຫາກໍໄດ້ຕໍາແໜ່ງມາໃໝ່ໆໝາດໆນີ້.

ທັງສອງນ້ອງເອີ້ນວ່າປີນີ້ເປັນປີທອງຄອງໃຈ ດີໄຊເນີ້ລະດັບຕົ້ນໆຂອງປະເທດລາວ ຢ່າງອ້າຍຄຳເພົ້າ ບົວພັນ ດີໄຊເນີ້ທີ່ມີຊື່ສຽງຂອງລາວ ເຈົ້າຂອງຫ້ອງເສື້ອຄຳເພົ້າ ສັ່ງໄດ້ ທີ່ກ່ອນໜ້ານີ້ຫຼາຍຄົນຄົງຮັບຮູ້ຄ້າວໆກັນແລ້ວວ່າ ອ້າຍຄຳເພົ້າ ຈະໄດ້ມີພຣີເຊັນເຕີໃຫ້ກັບແບຣນເສື້ອ ຫຼື ຫ້ອງເສື້ອຂອງຕົນເອງ ກໍຄືຫ້ອງເສື້ອຄຳເພົ້າ ສັ່ງໄດ້ ນັ້ນກໍ ມີນ້ອງແຊມ ສີອິນທະວົງ ເປັນພຣີເຊັນເຕີແບບຊາຍ ແລະ ຫຼັງຈາກນັ້ນກໍຕາມມາດ້ວຍພຣີເຊັນເຕີ ສາວງາມ ຢ່າງນ້ອງນູ່ເລົ່າ ຫຼັງຈາກຮັບມົງ ກໍໄດ້ຮັບເປັນພຣີເຊັນເຕີ

ແບຣນເສື້ອ ອ້າຍຄຳເພົ້າ ສັ່ງໄດ້ ແຖມອ້າຍຄຳເພົ້າ ຍັງຄວງ ທັງພຣີເຊັນເຕີຊາຍ ແລະ ຍິງ ອອກງານແບບລົວໆ ປະກາດໃຫ້ຮັບຮູ້ໄປເລີຍ ເຊິ່ງແຟນໆຫຼາຍຄົນກໍຖ້າລຸ້ນຢູ່ວ່າ ແບບເສື້ອຜ້າ ຫຼື ການສວມໃສ່ຂອງພຣີເຊັນເຕີທັງສອງ ໃນການໃສ່ຊຸດແບຣນຄຳເພົ້າສັ່ງໄດ້ ຈະອອກມາເປັນແບບໃດ ງົດງາມດູດີ ມີສະໄຕສ ທີ່ເຂົ້າກັບສອງຄົນ ແນ່ນອນຕ້ອງຖ້າຕິດຕາມໄປພ້ອມກັນ.

ບອກເລີຍວ່າງານນີ້ອ້າຍຄໍາເພົ້າແມ່ນມີການກະກຽມທີ່ຈະປ່ອຍຊຸດໃຫຍ່ແບບຈັດເຕັມອອກມາໃຫ້ໄດ້ຊົມກັນຢູ່ ນອກນີ້, ຂ່າວບັນເທີງພວກເຮົາຍັງຮູ້ມາອີກວ່າ ເປັນຫຍັງອ້າຍຄໍາເພົ້າ ຈຶ່ງເລືອກນ້ອງແຊມ ເປັນພຣີເຊັນເຕີຊາຍ ໃຫ້ກັບແບຣນຂອງຕົນ ແລະ ມີຄວາມຮູ້ສຶກແນວໃດທີ່ໄດ້ພຣີເຊັນເຕີຍິງ ເປັນນ້ອງ ນູ່ເລົ່າ ເຊິ່ງອ້າຍຄຳເພົ້າ ກໍໄດ້ບອກວ່າ: ເພາະນ້ອງແຊມ ເປັນຄົນໜຶ່ງທີ່ມີເປົ້າໝາຍ ແລະ ນ້ອງແຊມ ເປັນຄົນທີ່ຕັ້ງໃຈສຸດໆເວລາທີ່ຈະລົງມືເຮັດຫຍັງ ແລະ ນີ້ຈຶ່ງເຂົ້າກັບແບຣນ ຂອງຄຳເພົ້າ ສັ່ງໄດ້ເລີຍ ສ່ວນພຣີເຊັນເຕີຍິງ ໄດ້ນ້ອງນູ່ເລົ່າ ມາເປັນແບບໃຫ້ ຮູ້ສຶກດີໃຈຫຼາຍ ເພາະນ້ອງນູ່ເລົ່າ ກໍເປັນຄົນທີ່ໜ້າຮັກ ເຮັດຫຍັງກໍມຸ່ງໝັ້ນຕັ້ງໃຈສຸດໆ ອ້າຍຄຳເພົ້າປື້ມໃຈສຸດໆເລີຍທີ່ໄດ້ສອງຄົນມາເປັນແບບໃຫ້.

ຖ້າຕິດຕາມໄປນໍາກັນເດີທຸກຄົນ ວ່າຜົນງານຂອງພຣີເຊັນເຕີ ແລະ ຂອງຫ້ອງເສື້ອຄໍາເພົ້າສັ່ງໄດ້ ຈະອອກມາມີ ຄວາມເລີດ ຄວາມປັງສໍ່າໃດ ຕ້ອງຖ້າຕິດຕາມໄປພ້ອມກັນຂ່າວບັນເທີງເອງຈະນໍາມາອັບເດດໃຫ້ທຸກຄົນໄດ້ຮັບຊົມກັນ.